ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈ້າງກະບໍ່ງຶດ - ປຸກ​ກີ້ ​ເງິນ​ລ້ານ (ວີດີໂອ)


ປຸກກີ້ ເງິນລ້ານ
ປຸກກີ້ ເງິນລ້ານ
ສະບາຍດີ​ທ່ານ​ຜູ້ຟັງ​ ຄໍ່າ​ຄືນນີ້ ວັນນະ​ສອນ​ມາ​ຈັດ​ເພງ​ໃຫ້ຕາມ​
ຄໍາ​ຂໍ​ທີ່​ໃຫ້ຄໍາ​ໝັ້ນ​ສັນຍາ​ໄວ້​ນັ້ນ. ເພງທໍາອິດນີ້ເປັນ​ເພງ​ຂອງ
ປຸກ​ກີ້ ​ເງິນ​ລ້ານ ສິນລະປິນສາວ​ນ້ອຍ​ສຽງ​ໃສ​ຈາກ ສປປ ລາວ​
ຈັດ​ມອບ​ໃຫ້​ທ່ານ​ຜູ້​ຟັງ ສຸ​ເນ​ດ​ ຊານຸ​ບານ ​ທີ່​ຂຽນ​ຂໍ້ຄວາມຜ່ານ
​ທາງ​ FB ແລະວ່າຟັງ VOA ສະເໝີມາ…ເອົາຫວັງວ່າ ເພງ
ຈ້າງກະບໍ່ງຶດ ນີ້ ຄົງເຮັດໃຫ້ສຸ​ເນ​ດ​ ຈະສືບຕໍ່ຟັງລາຍການ
ຂອງເຮົາຕໍ່ໄປ ແລະກໍຢ່າລືມສົ່ງຂ່າວມາຫາທາງເຮົາອີກ. ​




ສ່ວນ​ເພງຕໍ່​ໄປ​ ຂໍ​ເປັນ​ເພງ ​“ຢ້ານ​ເຖົ້າ​ຄ້າງ​ບ້ານ” ຂອງ ກີ້​ດາວ​ເພັດ ໜູ​ຫ່ວງ ຈັດ​ໃຫ້ ​
ເກດສະໜາ ສີດາ​ວົງ ຈາກ ສປປ ລາວ ທີ່​ຝາກ​ບອກ​ມາ​ວ່າ ຂໍ​ມອບ​ເພງ​ນີ້​ໃຫ້​ ພໍ່​ແມ່ ທີ່
ບ້ານ​ສະ​ແຄະ ​ແຂວງ ​ອັດ​ຕະປື…​ແລະ​ເອື້ອຍ​ວັນນສອນ​ວ່າ ຖ້າ​ໄດ້​ຟັງ​ເພງ​ນີ້​ແລ້ວ ສາວໆ​ທີ່​ນ້ອງ​ເກດສະໜາແວະ​ວຽນ​ໄປ​ຫາ​ນັ້ນ​ ຄົງ​ຈະ​ໃຈ​ອ່ອນ ​ແລະ​ຍອມ​ຕົກລົງປົງ​ໃຈ ​
ແລະ​ຢ່າ​ລືມ​ຂຽນ​ມາ​ຫາ​ທາງ​ລາຍການ​ອີກ.​

​ຂໍອໍາລາທ່ານດ້ວຍເພງທີ່ມີຄວາມໝາຍທີ່ສຸດ ຈັດ​ເພື່ອ​ສະດຸດ​ດີໃຫ້​ແກ່ມື້​ລາງປະທາ
ນາທິບໍດີ​ອາ​ຟຣິກາ​ໃຕ້​ ທ່ານ Nelson Mandela ທີ່​ໄດ້​ອໍາ​ລາ​ຈາກ​ໂລກ​ນີ້​ຢ່າງ​ບໍ່​ມີ​
ວັນ​ຫວນ​ກັບ​ ຈຶ່ງ​ຂໍ​ມອບ​ເພງ​ Hope ທີ່​ຂັບ​ຮ້ອງ​ໂດຍ Sphivo ເປັນ​ເພງ​ທີ່​ມີ​ຄວາມ​
ໝາ​ຍ​ທີ່​ທ່ານ Mandela ​ເອງໄດ້​ໃຫ້​ຄວາມ​ຫວັງ​ທັງ​ທ່ານ​ເອງ​ແລະ​ທຸກໆ​ຄົນ​ໃນ​ໂລກ
​ໃຫ້​ຜ່ານ​ຜ່າ​ອຸບປະສັກ ແລະ​ກະທໍາ​ໃນ​ສິ່ງ​ທີ່​ຊອບ​ທໍາ ເພື່ອ​ໃຫ້​ໄປ​ເຖິງ​ຈຸດໝາຍ​ປາຍ
ທາງ​ທີ່​ຕັ້ງ​ໄວ້ ຢ່າໝົດຫວັງ ດັ່ງຄວາມໝາຍຂອງເພງນີ້.​
ເພງ: Hope ໂດຍ ​ Sphivo
XS
SM
MD
LG