ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ເພງ See You Again ທີ່​ຂັບ​ຮ້ອງ​ໂດຍ Wiz Khalifa & Charlie Puth ​ເປັນ​ເພງ​ທີ່ຕິດ Top 10 ​ໃນ​ປະຈຸ​ບັນ​ນີ້


Wiz Khalifa.
Wiz Khalifa.
ລິງໂດຍກົງ

ສະບາຍດີ​ ຟັງ​ເພງ​ລາວ​ມາ​ໄດ້​ຫຼາຍໆ​ສັບປະດາ​ແລ້ວ ຄ່ຳ​ຄືນ​ນີ້
ວັນນະສອນ ຂໍ​ຈັດເພງສາກົນທີ່​ກຳລັງ​ເປັນ​ທີ່​ນິຍົມ​ຢູ່​ໃນ​ຂະນະ​ນີ້
​ໃຫ້​ທ່ານ​ຜູ້​ຟັງ​ໄດ້ຮັບ​ຟັງ​ກັນ​ ເພງ “See You Again” ເປັນ​ເພງ​ທີ່ໂດ​ງດັງ​ແລະຕິດ​ອັນ​ດັບ
ຕົ້ນໆ ຊຶ່ງ​ວັນນະ​ສອນ​ ​ວ່າ ສະ​ໄມ​ນີ້ວົງ​ການ​ເພງຊ່າງ​ສ້າງສັນ ​ແລະ​ມັກ​ຈະມີນຳ​ສະ​ເໜີແນວ​ແພງ​ແປກ​ໃໝ່​ ອອກ​ມາ​ເລື້ອຍໆ​ ໃຫ້​ພວກ​ເຮົາ​ໄດ້​ຕິດຕາມ​ຮັບ​ຟັງ​ ຢ່າງ​ມ່ວນ​ຫູ ຂໍ​ເລີ້ມ​ຕົ້ນ​ດ້ວຍ​ເພງ​ສາກົນ​ທີ່​ຕິດອັນ​ດັບ ​ຢູ່​ໃນTop 10 ຢູ່​ໃນ​ປະຈຸ​ບັນ​ນີ້ ​ເປັນ​ເພງ​ທີ່​ຮ້ອງ​ປະສົມ​ປະສານ​ລະຫວ່າງ ແນວ​ເພງ​ຫວານໆ ສຽງ​ແພ່​ວ​ເບົາ ພ້ອມ​ທັງ​ການ​ປະສົມ​ປະສານ ກັບ​ທຳນອງ​ເພງແຣ໊ບ ທີ່​ຂັບ​ຮ້ອງ​ໂດຍສິນລະປິນ Wiz Khalifa feat Charlie Puth ຫວັງ​ວ່າ​ເພງ​ນີ້ ຄົງ​ຈະ​ເຮັດ​ໃຫ້​ທ່ານ​ຜູ້​ຟັງ ​ເປັນ​ຄົນທັນ​ສະ​ໄໝ​ແລະຕາມ​ທັນ​ເຫດການ​ຢູ່​ສະ​ເໝີ. ຢ່າ​ລໍ​ຊ້າ ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.


ຕ້ອງ​ຂໍ​ຂອບ​ໃຈ​ກັບ​ທຸກ​ຄຳ​ຕິ​ຊົມ ​ແລະ​ຄວາມ​ຄິດ​ເຫັນໃດໆ ທີ່​ຂຽນ​ລົງ​ໃນ Website ຂອງ​ເຮົາ ​ແນ່ນອນ ຄວາມ​ເປັນ​ມະນຸດ​ປຸຖຸຊົນ​ທຳ​ມະ​ດາ ຍ່ອມ​ຈະ​ມີການ​ຜິດ​ພາດ​ກັນ ​ເປັນ​ທຳ​ມະ​ດາ ​ແຕ່ບໍ່​ແມ່ນຂໍ້​ອ້າງ ຫາກ​ແຕ່​ເວົ້າ​ຕາມ​ຄວາມ​ຈິງ ວັນນະ​ສອນ ​ຂໍ​ຂອບພະ​ຄຸນ​ເປັນ​ຢ່າງ​ສູງ ທີ່ໄດ້​ມີ​ທ່ານ​ຜູ້​ຟັງ​ຄອຍ​ເອົາ​ໃຈ​ໃສ່ ​ແລະ​ສົ່ງ​ຄວາມ​ເຫັນຂຽນ​ເຂົ້າ​ມາຫາ​ທາງ​ເຮົາ ​ວັນນະ​ສອນ ​ຂໍນ້ອມ​ກາບ​ຮັບ​ເອົາ​ຄຳ​ຕິ​ຊົມ​ແລະ​ກໍ​ຈະ​ປັບປຸງແລະ​ພັດທະນາໃຫ້​ດີ​ຍິ່ງໆ​ຂຶ້ນ​ໄປ. ຈຶ່ງ​ຂໍ​ຈັດ​ເພງ​ໃຫ້​ຜູ້​ຟັງ​ທ່ານ​ນີ້ ຜູ້​ປະສົງ​ບໍ່​ອອກ​ນາມ…ອີກ​ຄັ້ງ​ນຶ່ງ ຂໍ​ຂອບ​ໃຈ ດ້ວຍ​ໃຈ​ຈິງ…ຈຶ່ງ​ຂໍ​ຈັດ​ເພງ​ທີ່​ຕິດອັນ​ດັບ 2 ຂອງ Top 10 ຫວັງ​ວ່າ​ເພງ​ນີ້ ຄົງ​ຈະ​ຖືກ​ໃຈ​ທ່ານ​ຜູ້​ຟັງ ​ເປັນ​ຜົນງານ​ເພງ​ຂອງ​ສາວ​ນ້ອຍ​ ມະຫັດສະຈັນ ທີ່​ເກັ່ງ​ແລະ​ໂດ​ງດັງ​ຜູ້​ນຶ່ງ​ຢູ່​ໃນ​ວົງ​ການ​ເພງ​ສະຫະລັດ ຊຶ່ງ​ໄດ້ຮັບ​
ລາງວັນ​ມາ​ແລ້ວ​ຢ່າງມາກ​ມາຍ​ກາຍ​ກອງ ​ແລະ​ຍັງ​ໄດ້​ແຕ່ງ​ເພງ ​ຕັ້ງ​ແຕ່​ອາຍຸ12 ປີ ພຸ້ນ​ແນ໊ະ ແລະ​ເຂົາ​ຄົນ​ນັ້ນກໍ​ຈະບໍ່​ແມ່ນ​ຄົນ​ອື່ນ​ຄົນ​ໄກ ນອກຈາກ​ສາວ​ນ້ອຍ ມະຫັດສະ​ຈັນຄົນ​ນີ້ Taylor Swift ທີ່​ປະຈຸ​ບັນ​ນີ້ ກໍ​ຍິ່ງໂຕ​ ກໍຍິ່ງ​ສວຍ​ງາມ ເພງ​ນີ້ຮ້ອງ​ຄູ່​ກັບ Kendrick Lamar ໃນ​ບົດ​ເພງ Bad Blood ​ເນື້ອ​ຫາຂອງ​ເພງ​ນີ້ຈະ​ເຂັ້ມ​ຂຸ້ນ ຫຼື ​ເປັນ​ເລືອດ​ຮ້າຍ ດັ່ງ​ຊື່​ຂອງ​ເພງ​ນີ້…​ກໍ​ຂໍ​ເຊີນ​ໄປຮັບ​ຟັງຮ່ວມ​ກັນ​ໄດ້​ເລີຍ.

ເພງ “Cheerleader”​ ເປັນ​ເພງຂອງ​ສິນລະປິນ​ໜ້າ​ໃໝ່ ທີ່​ມີ​ຊື່​ຈິງ​ວ່າ Omar Samuel Pasley ແຕ່​ໃຊ້​ຊື່ OMI ຊຶ່ງ​ເປັນ​ຊື່ ທີ່​ໃຊ້​ໃນ​ວົງ​ການ​ ເປັນສິນລະປິນຊາວ​ແຈ​ມ​ເມ​ກາ ທີ່​ຮ້ອງ​ເພງ​ນີ້ ​ໄດ້ປະ​ທັບ​ໃຈບັນດາ​ສາວໆ​ເປັນ​ທີ່​ສຸດ ທັງມິ​ວສິກ​ວີ​ດີ​ໂອ ທີ່​ສຸດຈະ​ເຊັກ​ຊີ...ລອງ​ໄປ​ຟັງ​ພ້ອ​ມໆ​ກັນ​ເລີຍ ​ໃນ​ບົດ​ເພງ “Cheerleader.” ສັບປະດາ​ໜ້າ ວັນນະ​ສອນ ຈະ​ນຳ​ເພງ​ລາວ​ໃໝ່ໆ ມາ​ຝາກ​ທ່ານ​ຜູ້​ຟັງ. ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ຫຼັບ​ຝັນ​ຫວານ.

XS
SM
MD
LG