ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕິ່ງນ່ອຍ ກັບມາພົບທ່ານອີກ ພ້ອມກັບເພງ 'ກຸຫຼາບປາກເຊ'


ຕິ່ງ​ນ່ອຍ ພອຍ​ໄພລິນ
ຕິ່ງ​ນ່ອຍ ພອຍ​ໄພລິນ

ສະບາ​ຍດີທຸກໆ​ທ່ານ ວັນນະ​ສອນ​ຫວັງ​ຢ່າງ​ຍິ່ງ​ວ່າ ທຸກໆທ່ານ​
ສະບາຍດີພ້ອມ​ດ້ວຍພາລະ​ໜ້າ​ທີ່ ​ອາກາດ​ໃນ​ນະຄອນຫຼວງ​ວໍ​ຊີງ
​ຕັນ ກໍກຳລັງ​ເຢັນ​ສະບາຍ ​ຍັງ​ບໍ່​ທັນ​ໜາວເທື່ອ ຈັ່ງ​ໃດ​ກໍ​ຕາມ ​ກໍ​ຂໍ​
ໃຫ້ທ່ານ​ຜູ້​ຟັງ​ມີສຸຂະ​ພາບທີ່​ແຂງ​ແຮງ ​ແລ​ະກັບມາ​ມ່ວນຊື່ນ​ກັບ
ວັນນະ​ສອນ​ ໃນລາຍການສຽງ​ເພງຈາກ​ແດນ​ໄກຂອງ VOA.
ວັນນະ​ສອນ ຂໍ​ຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​ທີ່​ຂຽນ​ເຂົ້າ​ມາ​ ຜ່ານ​ທາງ
Facebook ທ່ານ ໜໍ່​ຄຳ ອຸ່ນ​ສະຫວັນ ຜູ້​ຟັງ​ຈາກ​ປາກ​ເຊ ທີ່​ບອກ​ວ່າ
​ຮັບ​ຟັງ VOA ​ໄດ້​ຜ່ອນຄາຍ​ແລະ​ສະບາຍ​ໃຈ​ ໄປ​ກັບ​ສຽງ​ເພງ​ທຸກ​ໆວັນ​ອາທິດ ​ພ້ອມ​ທັງໄດ້​ຮັບຮູ້​ຂ່າວທົ່ວ​ໂລກ​ອີກດ້ວຍ ບອກ​ມາ​ວ່າ​ເປັນ​ຄົນ​ປາກເຊ ກໍ​ເລີຍ​ຂໍ​ຟັງ​ເພງ “ກຸ​ຫຼາບປາກເຊ”
ຂໍ​ເຊີນ​ທຸກ​ໆທ່ານ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ…​ແລະຖ້າ​ມີ​ໂອກາດກໍ​ຈະ​ໄດ້​ໄປ​ຢ້ຽມ​ຢາມ​ປາກ​ເຊ ໄປໂອ້ລົມຖາມຂ່າວແລະກິນເຂົ້າ​ຮ່ວ​ມກັນ ​ແລະນີ້ຄື​ເພງ ກຸ​ຫຼາບ​ປາກເຊ” ຂັບ​ຮ້ອງ​ໂດຍ ຕິ່ງ​ນ່ອຍ ພອຍ​ໄພລິນ ທີ່​ປະພັນ​ໂດຍ ​ເຈົ້າ​ຄຳ​ຜາຍ ກຸນ​ລະ​ວຸດ.


ສ່ວນທ່ານ​ບຸນ ​ເຈົ້າ​ຂອງ​ທຸລະ​ກິດ ຈາກ Seattle ຂຽນ​ຂໍ້ຄວາມ​ຝາກ​ໄວ້​ໃນ website
ຂອງ VOA ​ເຊັ່ນ​ກັນ ​ໃນ​ໜ້າ website ທີ່ທາງ VOA ໄດ້ລົງລາຍການເພງຂອງຄະນະ
ສາຍສຳພັນ ທີ່ຂັບຮ້ອງໂດຍສິນລະປິນຄຸນນະພາບ ອ້າຍ ອະນຸສັກ ທັມມະວົງສາ ຂຽນ
ບອກມາວ່າ ມ່ວນຫຼາຍ ສະບາຍໃຈແລະຮ່າງກາຍ. ວັນນະສອນ ກໍເລີຍຂໍຈັດຂັບລຳລາວ
ຂະໜານແທ້ໃຫ້ຟັງ ເປັນ ຂັບທຸ້ມຫຼວງພະບາງ ທີ່ຂັບຮ້ອງໂດຍ ແດງ ດວງເດືອນ ເພາະວ່າ ມີພັນລະຍາຄົນງາມ ເປັນສາວຫຼວງພະບາງວ່າຊັ້ນ.

ສ່ວນ​ລຳພູໄທ ທີ່ຂັບຮ້ອງໂດຍ ວິລະດາ ແດນຈຳປາ ນີ້ ຂໍມອບໃຫ້ຜູ້ຟັງ ທີ່ໃຊ້ນາມແຝງ
ວ່າ Noi ຈາກລາວ ທີ່ຂຽນຂໍ້ຄວາມຝາກໄວ້ໃນ website ວ່າ ມ່ວນຫຼາຍເດີ. ຂອບໃຈ ພົບກັນໃໝ່ໃນສັບປະດາໜ້າ ແລະຂໍໃຫ້ທຸກໆທ່ານນອນ​ຫຼັບ​ຝັນ​ດີ.

XS
SM
MD
LG