ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕິກ ນໍລະ​ສິງ - ບ້ານເກົ່າ (Karaoke)


ຕິກ ນໍລະສິງ
ຕິກ ນໍລະສິງ
Acou-Stricky Rice
Acou-Stricky Rice

ສະບາ​ຍດີ​ທ່ານແຟນ​ເພງທີ່​ໜ້າ​ຮັກ​ທັງຫຼາຍ​ ຄໍ່​າຄືນນີ້​ວັນນະ​ສອນ
ນຳຜົນງານ​ເພງໃໝ່ໆ​ຂອງ​ ​ສິນລະປິນ​ໜຸ່ມ ລາວ-ອາ​ເມຣິກັນ
ຈາກລັດ California ຕິກ ນໍລະ​ສິງ ​ຊຶ່ງ​ເປັນສິນລະປິນ​ ນັກ​ຮ້ອງ
ນັກດົນຕີ ນັກ​ແຕ່ງ​ແພງ ທີ່​ເຄີຍ​ສ້າງຜົນງານ​ດີໆ​ມາ​ແລ້ວ. ​ຕັ້ງຊື່
ເພງຊຸດ​ນີ້ແບບແປກໆ ທີ່ຫຼິ້ນຄຳເວົ້າ​ແບບປະສົມປະສານ ໂດຍ
ທີ່ເອົາຄຳວ່າ (Acoustic ແລະ Stricky Rice) ທີ່ມີຄວາມໝາຍ
ວ່າ ເຂົ້າໜຽວ ມາຮວມກັນ… ຈຶ່ງກາຍມາເປັນທີ່ມາຂອງຄຳວ່າ​
Acou-Sticky Rice…ຊຶ່ງເພງຊຸດນີ້ ໂຊກດີ ທີ່ທາງເຮົາເປັນ
ຜູ້ທຳອິດທີ່ໄດ້ຮັບ CD ຊຸດນີ້ ຈະມ່ວນຂະໜາດໃດນັ້ນ ຕ້ອງໄປຟັງ
ຮ່ວມກັນໄດ້ ໃນບົດເພງ…“ບ້ານເກົ່າ.”

​ຕ້ອງຂໍຂອບໃຈ ທ່ານອ້ວນຈາກ ວັງວຽງ ສປປ ລາວ, ອີນາງ
ນ້ອຍຈາກ Modesto ລັດ California ແລະແຟນເພງຂອງ
ຕິ່ງນ໋ອຍ ທີ່ຕ່າງຄົນຕ່າງກໍຂຽນຂໍ້ຄວາມໄວ້ໃນ website ຂອງ
VOA ວ່າມັກເພງທີ່ທາງເຮົາຈັດໃຫ້ໄປ ເພາະສະນັ້ນ ວັນນະສອນ
ຈຶ່ງຂໍຂອບໃຈແລະສົ່ງຄວາມຮູ້ສຶກທີ່ດີມາກັບເພງນີ້ແລະຂໍໃຫ້ຊ່ອຍເປັນກຳລັງໃຈໃຫ້ກັນ
ແລະກັນຕະຫຼອດໄປ ເຈົ້າ…

ຫັວງວ່າເພງ "ສາວຕ່າງຖິ່ນ" ຂອງນັກຮ້ອງສາວງາມສົມຊື່ ສວຍມະນີ ສີສົມພອນ ຄົງຈະ
ເຮັດໃຫ້ທ່ານທີ່ໄດ້ກ່າວນາມຂ້າງເທິງນີ້ ກັບເຂົ້າມາຟັງເພງແລະຂຽນຂໍ້ຄວາມໃນລາຍ
ການສຽງເພງຈາກແດນໄກຂອງ VOA ອີກ ວັນນະສອນ​ຂໍອຳລາທ່ານ ​ດ້ວຍການຈັດ​ເພງ​ "ບາງທີ" ຂອງ ວໍຣະເດດ ດິດທະວົງ ໃຫ້ຜູ້ຟັງ ທ່ານ Manine Mythalamouth ທີ່ຂຽນຂໍຟັງມາຈາກ ທາງ Facebook ແລະຫວັງວ່າ ທ່ານ Manine ຄົງຈະຂຽນເຂົ້າມາ
ຫາທາງເຮົາອີກ ຂໍໃຫ້ຄ່ຳຄືນນີ້ເປັນຄ່ຳຄືນທີ່ສົດໃສ ແລະນອນຫຼັບສະບາຍ.
XS
SM
MD
LG