ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

“ກຸຫຼາບ​ແດງ​ບໍ່​ມີ​ໃຫ້” - ທອງ​ດຳ ຄຳ​ໂລ (Karaoke)


ທອງ​ດຳ ຄຳ​ໂລ
ທອງ​ດຳ ຄຳ​ໂລ
ລິງໂດຍກົງ

ສະບາຍດີທຸກໆທ່ານ​ ວັນນະ​ສອນ​ ດີ​ໃຈ​ທຸກ​ຄັ້ງ​ທີ່​ໄດ້​ກັບ​ມາ​ຈັດ​ເພງ
ມ່ວນໆ ​ແລະ​ຕອບ​ຂໍ້ຄວາມ​ທີ່​ທ່ານ​ຜູ້​ຟັງ​ຂຽນ​ເຂົ້າ​ມາ ທ່ານ​ຜູ້​ຟັງ
เอกชัย ທີ່ຂຽນ​ມາ​ຈາກ นครพนม ບອກ​ມາ​ວ່າ ມ່ວນຫລາຍເດ
ກໍ​ຕ້ອງ​ຂໍ​ຂອບ​ໃຈ​ນຳ เอกชัย ທີ່​ມັກຮັກ​ເພງ​ລາວ ​ເອື້ອຍ​ວ່າ​ການ​ທີ່​
ໄດ້​ຮຽນ​ຮູ້​ ​ ​ເຂົ້າໃຈ ແລະປາກ​ເວົ້າ ທັງ​ສອງ​ພາສາ ນັ້ນແມ່ນ​ໄດ້​ປຽບ
ກວ່າ​ຄົນ​ອື່ນ ຈັ່ງ​ໃດ​ກໍ​ຊ່ອຍ​ສົ່ງ​ເສີມ​ແລະ​ຮັກ​ແພງ​ກັນ​ໄວ້ ​ເພາະວ່າ
ເປັນ​ຄົນລາວ ​ມາ​ຈາກເຊື້ອສາຍເຜົ່າ​ພັນ​ດຽວ​ກັນ…​ແລະ​ຂໍ​ໃຫ້​ເປັນ​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ຕະຫຼອດ​ໄປ…ຂໍ​ມ​ອບ​ເພງ “ກຸຫຼາບ​ແດງ​ບໍ່​ມີ​ໃຫ້” ຂອງ​ທອງ​ດຳ ຄຳ​ໂລ ສິນລະປິນ​ລູກ​ທົ່ງ ຄໍໝໍລຳ ນ້ຳ​ສຽງ​ດີ…​ແລະ​ກໍ​ຫວັງ​ວ່ ​ເອກ​ກະ​ໄຊ​ ຄົງ​ຈະ​ຕິດຕາມ​ຮັບ​ຟັງ​ເພງ​ລາວ ຢູ່​ລ້ຳ​ໄປ…

VOA ພະ​ແນ​ກພາສາ​ລາວ ກໍ​ແມ່ນ​ນຶ່ງ​ວິທະຍຸ ກະຈາຍສຽງ​ທີ່​ມີ​ຜູ້​ຟັງ​ທັງ​ສອງ​ຝາກ​ຝັ່ງ​ ແມ່ນ້ຳ
ຂອງ​ຮັບ​ຟັງ​ກັນ ​ແລະ​ໃຫ້​ຄວາມ​ເຊື່ອ​ຖື ຊຶ່ງ​ກໍ​ໄດ້​ມີ​ຜູ້​ຟັງ​ທີ່​ເປັນ​ຊາວ​ຕ່າງຊາດ ທ່ານ Teddy Flyfisher Davis ທີ່​ໄປ​ແຕ່ງງານ​ກັບ​ສາວ​ເໜືອ ອຳ​ເພີ​ພານ ຈັງຫັວດ ຊຽງ​ຮາຍ ປະ​ເທດ​ໄທ​ ຂຽນ​ເຂົ້າ​ມາ​ຖາມ​ວ່າ ຖ້າ​ຢາກ​ຈະ​ຟັງ ລາຍການ VOA ສົດໆ​ນີ້ ​ຮັບ​ຟັງໄດ້ຈາກ​ຄື້ນ​ໃດ
ຊຶ່ງ​ເຮົາ​ມີ​ຄື້ນກາງ​ 1575 Khz ​ຫຼື​ບໍ່​ ກໍ​ເຂົ້າ​ໄປຮັບຊົມ​ແລະ​ຮັບ​ຟັງ​ໃນ website ຂອງ​ພວກ​ເຮົາ​ ​ໄດ້​ທີ່ lao.voanews.com ​ແນ່ນອນ ປານ​ນີ້​ແລ້ວ ທ່ານ Teddy ກໍຈະປາກພາສາໄທ ແລະລາວໄດ້ເກ່ັງແລ້ວ ເທື່ອໜ້າໃຫ້ຂຽນເປັນພາສາລາວມາຫາທາງເຮົາ ຈະເປັນການດີແທ້.

ຂໍໃຫ້ມ່ວນໆກັບເພງຂອງ​ນ້ອງຕຸກຕາ ສຸກສະຫວັນ.. ຜູ້ທີ່ມີນ້ຳສຽງງຫວານ ທີ່ໄດ້ມາຂັບ
ຮ້ອງເພງອຳມະຕະຂອງລາວ ​ທີ່ປະພັນໂດຍ ອ. ສ. ແສງສິຣິວັນ ແລ້ວຍິ່ງເຮັດໃຫ້ເພງນີ້
ໜ້າຟັງຂຶ້ນຕື່ມ ຟັງແລ້ວ ຢາກຟັງອີກ ບໍ່ເຊື່ອ ກໍຕ້ອງເຊື່ອແລ້ວລະ ໃນບົດເພງ ຢາດນ້ຳຝົນ ຢົດນ້ຳຕາ.

ເພງຄູ່ ສຸດທ້າຍນີ້ ຂໍແຖມໃຫ້ເປັນຂອງຂັວນ ທ່ານຜູ້ຟັງທີ່ມັກນ້ຳສຽງຂອງທັງສອງສິນລະປິນ: ຕຸກຕາ ສຸກສະຫວັນ ແລະທອງດຳ ຄຳໂລ ທີ່ຮ້ອງຄູ່ກັນ ໃນບົດເພງ… ກ້ຽວສາວຫີນ
ເຫີບ.
ຂໍໃຫ້ທຸກໆທ່ານນອນລັບຝັນຫວານ.

XS
SM
MD
LG