ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

Taylor Swift & Gary Lightbody - The Last Time


Taylor Swift ກັບລາງວັນ American Music Awards
Taylor Swift ກັບລາງວັນ American Music Awards
ສບາຍດີ ​ໃນ​ຄໍ່າ​ຄືນ​ນີ້ ວັນນະ​ສອນຈະ​ພາ​ນໍາເອົາ​ຜົນງານເພງ
​ສາກົນ ທີ່​ຫາ​ກໍ​ໄດ້​ຮັບ​ລາງວັນ American Music Awards
ຫວ່າງ​ມໍ່ໆ​ມາ​ນີ້ ມາ​ຝາກ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ ຄືລາງວັນ
American Music Awards ​ ນີ້​ແມ່ນເວທີ​ທີ່​ໄດ້​ນໍາ​ເອົາເພງ​
ທຸກໆສາຂາ ມາ​ຮວມກັນ ບໍ່​ວ່າ​ຈະ​ເປັນ​ລູກ​ທົ່ງ​ບ້ານນາ hiphop
​ແລະ​ອື່ນໆ ​ຊຶ່ງ​ສາວ​ນ້ອຍ​ຄົນ​ເກັ່ງ Taylor Swift ທີ່​ມີຫຼາກ
ຫຼາຍຄວາມ​ສາມາດ ທັງ​ຮ້ອງ​ທັງ​ເປັນນັກ​ແຕ່​ງ​ເພງ ທີ່​ເລີ່​ມ​ແຕ່ງ​
ມາ​ແຕ່​ອາຍຸ 12 ປີ​ພຸ້ນ ​ປີ​ນີ້Taylor Swift ນັ້ນ​ໄດ້​ຄວ້າ​ມາ​ໄດ້
ທັງ​ໝົດ 4 ລາງວັນ ​ຊຶ່ງ​ຮວມທັງ ສິນລະປິນ​ຍອດ​ຍ້ຽມ​ແຫ່ງ​ປີ
ເອົາ​ຂໍ​ເຊີນ​ໄປ​ຟັງ​ເພງThe Last Time ທີ່​ຮ້ອງກັບ Gary
Lightbody.



​ເພງ “ຂາດ​ຮັກ” ຂອງ​ວໍຣະ​ເດດ ດິດທະ​ວົງ ຕໍ່​ໄປ​ນີ້ ຂໍ​ຈັດ​ໃຫ້​ຜູ້​ຟັງ Keohip Phoun-
savath ທີ່ຂຽນ​ຜ່ານ​ທາງ Facebook ມາ​ແລະ​ວ່າ ຟັງ VOA ຕະຫຼອດ​ມາ ​ແລະ​ວ່າ
​ມັກ​ເພງ​ຂອງ ວໍຣະ​ເດດ ດິດທະ​ວົງ ຫຼາຍໆ​ວ່າ​ຊັ້ນ ເພາະສະ​ນັ້ນ ຈຶງຂໍ​ເພງ ວໍຣະ​ເດດ
ດິດທະ​ວົງ
​ເພື່ອ​ມອບ​ໃຫ້​ແກ່​ຄົນ​ລາວທຸກໆຄົນ ​ໃນທົ່ວ​ໂລກ…




ສ່ວນ​ເພງ​ສຸດ​ທ້າຍ​ນີ້ ຈັດ​ໃຫ້​ທ່ານ​ຜູ້​ຟັງ​ແທນຄໍາ​ຂອບໃຈຈາກ​ທ່ານ Khamphouvieng
Xayabouth ​ຜູ້​ຟັງທີ່ຂຽນ​ເຂົ້າ​ມາ​ຜ່ານ​ທາງ facebook ເພື່ອ​ອວຍພອນ​ໃຫ້​ທາງ​ຄະນະ
VOA ​“ເນື່ອງໃນວາລະໂອກາດວັນຂອບຄຸນ​ພະ​ເຈົ້າຄື​ພວກເຮົາກໍມີກັນ ພວກອ້າຍ
ແລະຍາຕຕິພີ່ນ້ອງແຟນລາຍການວີໂອເອລາວ
” ພ້ອມ​ນີ້ຍັງ​ຂຽນ​ບອກ​ມາ​ວ່າ "ຂໍຂອບ
ໃຈນຳນ້ອງແລະຄະນະບໍລິການຂອງລາຍການຢ່າງຫລວງຫລາຍທີ່ນຳລາຍການດີຯ
ມາໃຫ້ຟັງແລະອ່ານເປັນປົກກະຕິ ຂອບໃຈ”
ວັນນະ​ສອນ​ຂໍ​ຖື​ຕາງໜ້າ​ໃຫ້​ຄະນະ VOA
ທຸກຖ້ວນໜ້າ ຂອບ​ໃຈ ທ່ານ​ຄໍາ​ພູ​ວຽງ ​ແລະ​ທ່ານ​ຜູ້​ຟັງ​ທຸກໆທ່ານ ແລະ​ເພງ ຂອບ​ໃຈ​
ຂອງ​ສິນລະປິນສາວ ສຸດ​ໃຈ ພູ​ເຮືອງ​ຫົງ ນີ້ ​ແທນ​ຄໍາ​ຂອບ​ໃຈ​ຈາກ​ຄະນະ VOA
ເປັນ​ຢ່າງ​ດີ.

XS
SM
MD
LG