ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ວີໂອເອ ຂໍ​ນຳ​ສະ​ເໜີ​ ຜົນງານ​ເພງ​ໃໝ່​ຂອງ ຕ່າ​ຍ ດອກ​ເກດ - ຈຳ​ໄວ້​ເດີ​້ ຄົນ​ຫັກຫຼັງ


ຕ່າ​ຍ ດອກ​ເກດ
ຕ່າ​ຍ ດອກ​ເກດ


ສະບາຍດີທ່ານ​ຜູ້​ຟັງ​ທີ່​ຄົບ​ລົບ ວັນນະ​ສອນ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ຈັດ​ເພງ
​ໃຫ້​ຕາມ​ຄຳ​ຂໍ​ທ່ານ​ຜູ້​ຟັງ​ເໝືອນ​ເດີມ ໃນ​ລາຍ​ການ​ສຽງ​ເພງ​ຈາກ​ແດນ
​ໄກ​ຂອງ VOA ຫຼັງຈາກ​ທີ່​ໄດ້​ພັກ​ຮ້ອນ​ໄປ​ຕັ້ງ​ຫຼາຍ​ອາທິດ ສົ່ງໄສ​ວ່າ
​ຫຼິ້ນ​ນ້ຳ​ໃນ​ກຸດ​ສົງການ​ປີ​ໃໝ່​ລາວ​ທີ່​ຫຼວງ​ພະ​ບາງ​ຫຼາຍເກີນ​ໄປ ກໍ​ເລີຍ
​ເປັນ​ໄຂ້ ບໍ່​ສະບາຍ ​ບໍ່​ສະບາຍແຕ່​ຮ່າງ​ກາຍຊື່ໆ​ເດີ ສ່ວນໃຈ​ນັ້ນ​ເຕັມ
ຮ້ອຍ ອີກ​ບໍ່​ດົນ​ກໍ​ຄົງ​ຫາຍ​ດີ ​ແລະ​ກັບ​ມາ​ມີ​ສຽງ​ເປັນ​ປົກກະຕິ​ເໝືອນ​ເດີມ ​ເອົາ​ຂໍ​ນຳ​ສະ​ເໜີ​ຜົນງານ​ເພງ​ຊຸດ​ໃໝ່​ຂອງ​ຕ່າ​ຍ ດອກ​ເກດ ​ໃນ​ບົດ​ເພງ ຈຳ​ໄວ້​ເດີ້​ຄົນ​ຫັກຫຼັງ.


ປະຈຸ​ບັນ​ນີ້ ສິນລະປິນ​ສາວ ​ຕ່າ​ຍ ດອກ​ເກດ ກໍ​ກຳລັງ​ມາ​ກ່ອມອາລົມປະຊາ​ຄົມ​ລາວ​ໃນ​ທົ່ວ​ສະຫະລັດ ຊຶ່ງ​ໃນ​ຊ່ວງ​ກຸດ​ສົງການ​ປີ​ໃໝ່ ​ກໍໄດ້​ເຂົ້າ​ປະກອບສ່ວນ​ຮ້ອງເພງ​ໃຫ້​ແກ່​ປະຊາ​ຄົມ​ລາວ​ໃນ​ຂົງ​ເຂດວໍ​ຊິງ​ຕັນ ດີ​ຊີ. ພ້ອມ​ນີ້​ຜູ້ກ່ຽວ​ກໍ​ໄດ້ນຳ​ຜົນງານ​ເພງ​ຊຸດ​ໃໝ່​ມາ​ຝາກທ່ານ​ຜູ້​ຟັງ​ດ້ວຍ ວັນນະ​ສອນ ກໍ​ເລີຍຂໍ​ມອບ​ເພງ​ນີ້​ໃຫ້​ຟັງ​ຕື່​ມອີກ ​ແບບວ່າ​ໃຫ້ຟັງ​ຢ່າງ​ໜຳ​ໃຈ​ໄປ​ເລີຍ
ຟັງ​ຊື່​ເພງ​ແລ້ວ​ເສົ້າ ວັນນະ​ສອນ​ວ່າ ຜູ້​ຊາຍ​ມີ​ຖົມ​ໄປ ມາກ​ມາຍ​ໃຫ້​ເລືອກ ກໍ​ຂໍ​ເປັນ​ກຳລັງ​ໃຈ​ໃຫ້​ພວກ​ນ້ອງໆ​ແມ່ຍິງ ທັງຫຼາຍ ຢ່າໃຫ້​ຜູ້​ໃດ​ມາ​ຢຽບ​ໃຫ້​ຈົມ​ດິນ ດັ່ງ​ຊື່​ຂອງ​ເພງ​ນີ້ ກໍ​ແລ້ວ​ກັນ ຫວັງ​ວ່າ​ຄົງ​ຈະ​ເປັນ​ຊຶ່​ຂອງ​ເພງ​ເທົ່າ​ນັ້ນ ບໍ່​ແມ່ນ​ເລື້ອງ​ຈິງ. ​ເຊີນ​ຮັບ​ຟັງ​ໄດ້...​

ຂໍ​ມ້ວນທ້າຍ​ລາຍການ​ດ້ວຍ​ເພງ​ມ່ວນໆ ​ເປັນ​ເພງ​ຊຸດ​ເກົ່າ​ຂອງ​ຕ່າ​ຍ ທີ່​ໄດ້​ນຳ​ເອົາ​ຜົນງານ​ເພງ​ດັງ​ໃນ​ອະດີດ​ມາ​ຂັບ​ຮ້ອງ ທ່ານ​ຜູ້​ຟັງ​ຈະ​ມັກ​ເພງ​ແນວ​ໃດ ​ແບບ​ໃດ ກໍ​ຫາ​ຟັງໄດ້ຕາມ​ຊອບ​ໃຈ ​ເພາະ​ເພງ​ເກົ່າ​ຈະ​ເ​ເມ່ນ​ເພງ​ອຳ​ມະຕະ ຟັງ​ຍາມ​ໃດ​ກໍ​ບໍ່​ເບື່ອ​ບໍ່​ເຊື່ອ​ກໍ​ລອງ​ເຂົ້າ​ໄປ​ຟັງ​ເບິ່ງ ​
ໃນ​ບົດ​ເພງ ລາຕີ​ໄຮ້​ຈັນ. ສັບປະດາ​ໜ້າ​ ວັນນະ​ສອນ ຈະ​ມາ​ຈັດ​ເພງ​ຕອບ​ຈົດໝາຍ​ຂອງ​ທ່ານ​ຜູ້​ຟັງ ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ​ ຂໍ​ໃຫ້​ທຸກໆ​ທ່າ​ນນອນ​ຫຼັບ​ຝັນ​ຫວານ.

XS
SM
MD
LG