ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສິ້ນຫວັງ - ອາຣິຍະ ກຸນລະວຸດ


 ເຕ ສັກດາ ແລະ ອາຣິຍະ ກຸນລະວຸດ
ເຕ ສັກດາ ແລະ ອາຣິຍະ ກຸນລະວຸດ



ສບາຍດີທ່ານແຟນ​ເພງທັງຫຼາຍ ແລະກັບມາພົບກັນເຊັ່ນເຄີຍໃນລາຍການສຽງເພງຈາກ
ແດນໄກ ຄ່ຳຄືນນີ້ ວັນນະສອນຕັ້ງໃຈວ່າຈະມາເປີດເພງ​ໃຫ້ບັນດາທ່ານທີ່ຕິດຕາມ
ຮັບຟັງລາຍການອອກອາກາດຖ່າຍຖອດສົດຜ່ານທາງ Facebook ຊຶ່ງທາງເຮົາໄດ້ຈັດ
ອອກອາກາດໃນທຸກໆວັນອັງຄານແລະພຸດ ຊຶ່ງກໍໄດ້ມີຫຼາຍໆທ່ານເຂົ້າມາຊົມ ແລະຂຽນຂໍ້
ຄວາມເຂົ້າມາ ບອກຕ່າງໆນາໆ ເພາະສະນັ້ນ ວັນນສອນ ຈຶ່ງ​ຈະຂໍຈັດເພງ ມອບໃຫ້ທ່ານ
ໄດ້ຮັບຟັງກັນ ເປັນຜົນງານເພງ ຊຸດໃໝ່ ທີ່ທາງເຮົາຫາ ກໍໄດ້ຮັບຈາກນັກປະພັນຜູ້ທີ່ມີ
ຄວາມສາມາດ ເຈົ້າຄຳຜາຍ ກຸນລະວຸທທີ່ຈັດຜົນງານບົດປະພັນໃຫ້ສອງສິນລະປິນສາວ
ຈາກຝຣັ່ງແລະສິນລະປິນໜຸ່ມຈາກສະຫະລັດ ເປັນຄົນຂັບຮ້ອງ ເອົາໄປຟັງຜົນງານເພງ
ຂອງຝ່າຍຊາຍກ່ອນ...ໃນບົດເພງ ສິ້ນຫວັງ ທີ່​ນັບ​ຮ້ອງ​ໂດຍນ້ອງອາຣິຍະ ກຸນລະວຸດ.


ສ່ວນຜູ້ຟັງທ່ານ​ສົມບັດ ນຸຊນິຍົມ ​ຈາກ​ຈັງຫວັດ​ຊຽງ​ໃໝ່ ປະ​ເທດ​ໄທ ກໍເປັນອີກຄົນນຶ່ງ​
ທີ່​ຄອຍ​ຕິດຕາມ​ຮັບ​ຟັງ​ຂ່າວ​ຈາກ​ວິທະຍຸ VOA ຢ່າງສະ​ເໝີຕົ້ນສະເໜີປາຍ ເພາະສະນັ້ນ ວັນນະສອນ ຈຶ່ງຂໍຈັດເພງກຸຫຼາບປາກຊັນ ຂອງກໍ ວິ​ເສດ ທີ່ທ່ານຊື່ນຊອບມາໃຫ້ທ່ານ
ໄດ້ຮັບຟັງ. ເພງອະມະຕະເພງລາວພວກ​ນີ້ ຊຶ່ງວັນນະ​ສອນ​ວ່າ ພໍ​ໄດ້​ຮັບຟັງຍາມໃດ ກໍມິວາຍຄິດເຖິງ...ອະດີດ...ຫວັງຢ່າງຍິ່ງວ່າ​ທ່ານ​ສົມບັດ ກໍຍັງຈະຄອຍຕິດຕາມຮັບ
​ຟັງລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ຂອງ VOA ຢູ່ຕໍ່ໆໄປ.

ກ່ອນ​ປິດ​ທ້າຍ​ລາຍການ ວັນນະສອນ ຂໍອຳລາທ່ານຜູ້ຟັງດ້ວຍເພງຫວານໆຂອງສິນ
ລະປິນສາວຈາກຝຣັ່ງ ເຕ ສັກດາ ຊຶ່ງຈະມາກ່ອມອາລົມທ່ານດ້ວຍເພງຫວານ ຊຶ່ງເປັນ
ບົດປະພັນຂອງເຈົ້າຄຳຜາຍ ກຸນລະວຸທ ໃນບົດເພງ ນົກຍາງເຍື້ອນ.​ VOA ຂໍຢືນຢັນ
​ຈະສົ່ງເສີມສິນລະປິນລາວໃນທົ່ວໂລກ ກະລຸນສົ່ງຜົນງານເພງຂອງທ່ານມາໃຫ້ທາງ
ເຮົາດ້ວຍ ພວກເຮົາມີຄວາມຍິນດີ ທີ່ຈະນຳສະເໜີໃຫ້ທັງໂລກ ໄດ້ຮັບຟັງເພງລາວ
ມ່ວນໆຕໍ່ໆໄປ ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ລັບ​ຝັນ​ດີ.

XS
SM
MD
LG