ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພງ ພູມ​ໃຈ​ທີ່​ໄດ້​ເກີດ​ເປັນ​ລາວ ທີ່ຂັບຮ້ອງໂດຍ ຜ່ານ ຈິນດາ​ວົງ ນີ້ ພາໃຫ້ຜູ້ຄົນ ທີ່ມີເຊື້ອສາຍລາວ ພູມໃຈ


ຜ່ານ ຈິນດາ​ວົງ
ຜ່ານ ຈິນດາ​ວົງ

ສະບາຍດີ ​ແລະ​ວັນນະ​ສອນກໍ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ພົບ​ແຟນໆ​ເພງ ​ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ​ໃນ​ທຸກໆ​ແລງ​ວັນ​ອາທິດ. ​ຂໍ້ຄວາມ​ສະບັບ​ນີ້ ມາ​ໄກຈາກຍີ່ປຸ່ນ ຈາກພາ​ວັນ​ດີ ມີ​ໄຊ ​ແຟນລາຍການປະຈຳ ພ້ອ​ມທັງ​ເປັນ​ສິນລະປິນ​ລາວ​ໃນ​ຕ່າງ​ແດນ ທີ່​ທາງລາຍ
ການຂອງ​ພວກ​ເຮົາ​ໄດ້ເຄີ​ຍອອກ​ຜົນງານຂອງຜູ້ກ່ຽວ​ມາ​ແລ້ວ ພາ​ວັນ​ດີ ຂຽນບອກ​ມາ​ວ່າ
ຕິດຕາມ​ຮັບ​ຟັງລາຍການ​ວິທະຍຸ​ມາ​ຕະຫຼອດ ​ແລະ​ວ່າ​ໄດ້​ສາລະ​ ຮູ້​ຂ່າວ​ຄາວ​ຮອບ​ໂລກ​ເປັນ​ຢ່າງ​ດີແລະໄດ້​ຄວາມບັນ​ເທີ​ງ ​ເພາະ​ຈະ​ໄດ້​ອຸ່ນ​ໃຈ ທີ່​ໄດ້​ຮູ້​ເລື້ອງ​ລາວ​ຂອງ​ຊາວ​ລາວ​ຢູ່​ທົ່ວ​ທຸກ​ມຸມ​ໂລກ​ ພາ​ວັນ​ດີ ຂໍ​ຟັງ​ເພງ ພູມ​ໃຈ​ທີ່​ໄດ້​ເກີດ​ເປັນ​ລາວ ວັນນະ​ສອນ​ວ່າ​ເພງ​ນີ້ ຄົງ​ພາ​ໃຫ້​ຫຼາຍໆມີ​ຄວາມ​ຮູ້ສຶກ​ດີ ທີ່​ໄດ້​ຮັບ​ຟັງ​ເພງ​ນີ້ ​ເໝືອນໆ​ກັນ​ກັບ​ທຸກໆຄົນ​ທີ່​ມີ​ເສື້ອ​ສາຍ​ລາວ…ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ ຊຶ່ງ​ເປັນ​ຜົນງານ​ເພງ​ຂອງ ຜ່ານ ຈິນດາ​ວົງ.

ເພງສາກົນ ທີ່​ຈະ​ເປີດ​ໃຫ້​ຟັງ​ຕໍ່​ໄປ​ນີ້ ບໍ່​ເປີດ​ຄົງ​ບໍ່​ໄດ້​ແລ້ວ​ລະ ​ເພາະວ່າ ຕິດ​ອັນ​ດັບມາ​ແຮງ​ແຊງ​ທ້າຍ​ເຂົ້າ​ແຖວ​ໜ້າ ມາ​ໄດ້​ຫຼາຍ​ສັບປະດາ​ແລ້ວ...ມີ​ເພງ​ໃດ​ໆໃໝ່ໆ ມີ​ແພງ​ໃດ​ດັງໆ ຢູ່​ໃສ​ ວັນນະ​ສອນ ກໍ​ຈະ​ສັນ​ຫາ​ມາ​ຝາກ ມາ​ຟັງ​ເພງ​ Shut Up and Dance ທີ່​ຂັບ​ຮ້ອງ​ໂດຍ Walk The Moon ຊຶ່ງ​ເພງ​ນີ້​ໄປ​ທາງ​ໃດ ກໍ​ມີ​ຄົນ​ເປີດ...ຟັງ​ຫຼາຍ​ຈົນ​ຮ້ອງ​ໄດ້​ແລ້ວ. ຂໍ​ໃຫ້​ທຸກໆທ່ານ​ອອກ​ມາ​ເຕັ້ນ​ແລະ​ມ່ວນ​ຊື່ນ​ກັບ​ເພງ​ນີ້​ດ້ວຍ​ກັນ.


ສ່ວນ​ຂໍ້ຄວາມ​ຂອງ​ທ່ານ ຄຳ​ພັນ ອຸດົມ ຈາກ​ສຽງ​ຈັນ ຂຽນ​ຂໍ້ຄວາມ​ໄວ້​ວ່າ ເອື້ອຍວັນນະ​ສອນ ​ເປີດ​ເພງ​ໄດ້​ມ່ວນ​ຫຼາຍ ຖື​ກໃຈ. ຈັ່ງ​ໃດ​ກະ​ຂໍຂອບ​ໃຈ​ທ່ານ ຄຳ​ພັນ ທີ່​ຄອຍ​ເປັນ​ແຟນລານກາ​ນ​ແລະ​ຕິດຕາມ​ຮັບ​ຟັງ​ມາ​ໂດຍ​ຕະຫຼອດ ​ເພາະສະ​ນັ້ນ ວັນນະ​ສອນ ຈຶ່ງ​ຂໍ​ເປີດ​ເພງ​ນີ້ ​ແທນ​ຄຳ​ຂອບ​ໃຈ​ແລະຫວັງ​ວ່າ ​ທ່ານ ຄຳ​ພັນ ຄົງ​ຈະ​ຍັງ​ເປັນ​ແຟນລາຍການ​ທີ່​ໜ້າ​ຮັກ ​ແລະ​ຕິດຕາມ​ຮັບ​ຟັງ VOA ຢູ່ເລື້ອຍ​ໄປ. ຂໍ​ເປັນ​ເພງ​ຂອງ ​ເຈ​ແປນ​ແດນ​ງາມ ທີ່​ຂັບ​ຮ້ອງ​ໂດຍ ​ພາ​ວັນ​ດີ ມີໄຊ ສິນລະປິນ​ລາວ​ຈາກ​ຍີ່ປຸ່ນ ​ແລະ​ວ່າ​ ອີກ​ບໍ່​ດົນ​ພວກເຮົາຄົງ​ຈະ​ໄດ້​ຮັບຟັງ​ຜົນງານ​ເພງ​ໃໝ່ໆ​ຂອງ​ຜູ້ກ່ຽວ​ອີກ. ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ​.

XS
SM
MD
LG