ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແສງ​ນະພາ - ກຸຫຼາບປາກ​ເຊ (Karaoke)


ແສງນະພາ - ດາລານ້ອຍ
ແສງນະພາ - ດາລານ້ອຍ

ສະບາຍດີ ​ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ ວັນ​ອາທິດ​ນີ້ ພິ​ເສດ​ແດ່ ​ເພາະວ່າ ວັນນະ​ສອນ​ຈະ​ມາ​ຈັດ​ເພງເພື່ອ​ອວຍພອນ ວັນ​ເກີດ​ໃຫ້ ທ່ານ​ສະ​ໝານ ວົງ​ກະ​ເສມ ອະດີດ​ອາຈານ​ສອນ​ກົດໝາຍ​ທີ່​ປະ​ເທດ​ລາວ. ພ້ອມ​ນີ້ ທ່ານ​ສະໝານ​ຂໍ​ມອບ​ໃຫ້ ບຸນ​ທຽມ Christopher ລູກຊາຍ​ທີ່ນະຄອນຫຼວງ​ວຽງ​ຈັນ ທ່ານ​ສະໝານຂໍຟັງ​ມາ​ຕັ້ງ​ຫຼາຍ​ເພງ​ ​ແລະ​ເພງ​ທີ່​ຂໍ​ມາ​ນັ້ນ ກໍ​ໄດ້​ຈັດ​ໃຫ້​ຟັງ​ກັນ​ຕັ້ງ​ຫຼາຍ​ເທື່ອ​ແລ້ວ ຈຶ່ງ​ຄິດ​ວ່າ​ເພງ​ ກຸຫຼາບປາກ​ເຊ ນີ້​ເໝາະສົມ​ທີ່​ສຸດ ທີ່ເປັນ​ບົດ​ປະພັນ​ຊອງ​ເຈົ້າ​ຄຳ​ຜາຍ ກຸນ​ລະ​ວຸທ ທີ່ສິນລະປິນ​ສາວ ແສງ​ນະພາ ​ນຳ​ມາ​ຂັບ​ຮ້ອງ ວັນນະ​ສອນ​ຂໍ​ຕາງໜ້າຄະນະ VOA ສົ່ງ​ຄວາມ​ຮູ້ສຶກ​ທີ່​ດີ ​ແລະ​ສົ່ງ​ຄວາມ​ສຸກ​ມາ​ກັບເພງ​ຫວານ​ໆ​ນີ້ ເພື່ອ​ອວຍພອນ​ວັນເກີດ​ແລະ​ຂໍ​ໃຫ້ທ່ານ​ສະໝານ ຈົ່ງ​ມີ​ສຸກຂະພາບ​ເຂັ້ມ​ແຂງ ​ອາຍຸ​ໝັ້ນຂັວນຍືນ ຕະຫຼອດ​ໄປ…ສຸກ​ສັນ​ວັນ​ເກີດ.

ທ່ານ​ນວນ​ຕາ ​ແກ້ວມະນີ ຜູ້​ຟັງ​ລາຍການ​ຂອງ VOA ທີ່​ຮັກ​ດຽວ​ໃຈ​ດຽວ ​ແບບ​ສະ​ເໝີ​ຕົ້ນ
​ສະ​ເໝີ​ປາຍ ຈາກ ​ສປປ ລາວ​ທີ່ໝັ່ນ​ຂຽນ​ເຂົ້າ​ມາ​ໃນ​ທຸກໆ​ຄັ້ງ​ທີ່​ມີ​ໂອກາດ ​ຂໍຟັງ​ເພງ“ປູ່ຈັນ”
​ເນື້ອ​ໃນຂອງເພງ​ນີ້ ​ມີ​ຄວາມ​ໝາ​ຍດີ ທີ່​ໄດ້​ບົ່ງ​ບອກ​ເຖິງ​ເຫດການ​ໃນ​ອະດີດແລະ​ທີ່​ມີ​ມາ
ຂອງ​ຄົນ​ເຊື້ອ​ຊາດລາວ. ຂໍ​ເຊີນ​ທຸກໆທ່ານ​ໄປ​ມ່ວນ​ຊື່ນ​ກັບ​ເພງ​ນີ້​ ທີ່​ຂັບ​ຮ້ອງ​ໂດຍ ​ເດືອນ ວິຣະດາ.

ຂໍ​ມອບ​ເພງຫວານໆ ອຳ​ມະຕະ​ເພງ​ລາວ ນີ້​ໃຫ້​ແກ່​ທຸກ​ຄົນ​ທີ່​ມີ​ເຊື້ອ​ຊາດ​ລາວທີ່ຢູ່ໃນ​ສາກົນ​ລະ​ໂລກນີ້ ຈົ່ງ​ໃຫ້​ຮັກ​ຫໍ່​ຮ່ວມ​ກັນ…ດັ່ງ​ຄວາມ​ໝາຍ​ຂອງ​ເພງ ສອງ​ຝັ່ງຂອງ ນີ້ ຈາກ​ນ້ຳ​ສຽງ​ຂອງ​ສິນລະປິນ​ສາວ ກຸຫຼາບ ​ເມືອງ​ເພຍ. ພົບ​ກັນ​ໃໝ່​ໃນ​ສະບັບ​ໜ້າ ຂໍໃຫ້ທຸກໆທ່ານນອນ
ຫຼັບຝັນດີ.

XS
SM
MD
LG