ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພັດ ສາຍ​ນະທີ - ອ້າຍ​ໂງ່​ແທ້​ຫ໊ວະ


ເພັດ ສາຍ​ນະທີ
ເພັດ ສາຍ​ນະທີ

ສບາຍດີທ່ານຜູ້ຟັງທີ່ເຄົາລົບ ເວລາຊ່າງ ໝູນວຽນໄປຢ່າງບໍ່ລໍຖ້າໃຜເນາະ ​ເບິ່ງ​ແມະ
ບຶດດຽວ​ກໍຈະ​ຍ່າງ​ເຂົ້າ​ເດືອນສາມ​ແລ້ວ ປີ​ນີ້ ​ໂຊກ​ດີ​ແພາະວ່າຫິມະ​ຕົກ​ໜ້ອຍ ອາກາດ
ກໍ​ດີ​ຫຼາຍ​ແລ້ວ ຊ່ວງ​ນີ້ ບໍ່​ຄອຍ​ເຫັນ​ທ່ານ​ຜູ້​ຟັງ​ຂຽນ​ຂໍ້ຄວາມ​ໄວ້ ​ໃນ website ຂອງ VOA
​ເລີຍ​ ຫວັງວ່າ​ຄົງ​ຈະ​ເບື່ອ​ກັນ​ເທື່ອ​ເນາະ ​ເອົາ​ຂໍ​ເຂົ້າ​ສູ່​ບັນຍາກາດ​ມ່ວນໆ​ໃນ​ການ​ເລີ່​ມຕົ້ນ
​ດ້ວຍ​ເພງ​ຊຶ້ງໆເສົ້າໆ ຂອງ​ສິນລະປິນໜຸ່ມ ​ໃນ​ວົງ​ການ​ເພງ​ລາວ ຂອງ​ຄ້າຍ​ເພງ ນາຄາ​ມີ​ເດຍ ​ຊຶ່ງວັນນະ​ສອນ ກໍ​ຕ້ອງ​ຂໍ​ຂອບ​ໃຈ ​ເອື້ອຍ​ເບ ອິນ​ສີ​ຊຽງ​ໃໝ່ ທີ່​ເປັນ​ຜູ້​ແນະນຳ​ເພງ​ນີ້ຂອງ​ສິນລະປິນສຽງ​ດີ...​ເພັດ ສາຍ​ນະທີ ​ມາ​ໃຫ້ ແລະ​ວັນນະ​ສອນ​ຄິດວ່າ ຫຼາຍໆທ່ານ​ຄົງ​ຈະ​ຕິດ​ໃຈ​ໃນນ້ຳ​ສຽງ​ຂອງ​ສິນລະປິນ​ຜູ້​ນີ້ ​ແລະ​ແນ່ນອນ​ທີ່​ສຸດ ​ເນື້ອ​ໃນຄວາມ​ໝາຍ​ຂອງ​ເພງ​ນີ້...ອ້າຍ​ໂງ່​ແທ້​ຫ໊ວະ?

​ສ່ວນ​ເພງ​ຕໍ່​ໄປ​ນີ້ ວັນນະ​ສອນ ຂໍ​ຈັດ​ເພງອະມະຕະ​ຂອງ​ລາວ​ໃຫ້​ຟັງ ຊຶ່ງ​ນັບ​ມື້​ກໍ​ນັບ​ຫາ​ຟັງ
ໄດ້​ຍາກ ​ເປັນແຕ່ບຸນ ພວກ​ເຮົາ​ຍັງ​ມີບັນດາ​ນັກ​ສິນລະປິນ​ລາວ​ໃນ​ຕ່າງ​ແດນ ທີ່​ໄດ້​ເຝົ້າ​ຄອຍສະໜັບສະໜຸນ​ແລະ​ສືບ​ຕໍ່ຮັກສາ​ເພງ​ດີ​ພວກ​ນີ້​ໄວ້ ອີກ​ນັ້ນ​ລະ ​ແຟນລາຍການ​ສຽງ​
ເພງຈາກ​ແດນ​ໄກ​ຂອງ VOA ຊ່າງ​ເປັນ​ຜູ້​ໂຊກ​ດີ ​ເພາະວ່າ ວັນນະ​ສອນ ຫາ​ກໍ​ໄດ້​ເພງ​ໃໝ່
ຊຸດ​ນີ້ຈາກ ອອສ​ເຕຣ​ເລຍ ດ້ວຍຄວາມ​ກະລຸນາ​ຈາກ​ຍາ​ອ້າຍ​ສະ​ດາ​ຄົມ ຣາຊບຸດ ທີ່​ເປັນ​
ຄົນ​ກາງ​ຕິດ​ຕໍ່​ສົ່ງ​ເພງ​ຊຸດ​ນີ້​ມາ​ໃຫ້ ພ້ອມ​ທັງແນະນຳ​ປະຊາ​ຄົມ​ຊາວ​ໃນ​ອອສ​ເຕ​ຣເລຍ
​ໃຫ້ທາງ VOA ​ໄດ້​ສຳພາດ ວັນນະ​ສອນ​ ວ່າ ຫຼາຍໆ​ທ່ານ ຄົງ​ຈະ​ພ້ອມ​ແລ້ວ​ລະ ທີ່ຈະ​ໄປ
​ຟັງ​ເພງອະມະຕະ​ ເພງ​ນີ້...ຂໍເຊີນໄປຟັງພ້ອມໆກັນເລີຍ...

ນັ້ນ​ແມ່ນ​ເພງ ຫາກ​ໂລກ​ນີ້ ມີ​ເຮົາ​ສອງ​ຄົນ ຜົນງານ​ບົດ​ປະພັນ​ຂອງ​ອາຈານ ຄຳ​ຫຼ້າ
ໜໍ່​ແກ້ວ
ຜູ້​ຊຶ່ງ​ໄດ້​ມີ​ບົດບາດ​ໃນ​ການ​ປະພັນ​ເພງ ​ເຊີງ​ສ້າງສັນ ​ແປກ​ໃໝ່ ກະທົບ​ກະທັ້ງ
ສັງຄົມຕາມ​ການ​ເວລາ ​ແລະສະຖານະ​ການ​ໃນ​ຍຸກ​ນັ້ນ​ໆ ​ເພງ​ນີ້​ກໍເຊັ່ນ​ກັນທີ່ຍັງ​ປະ​ທັບ
​ໃຈທຸກໆ​ຄົນ​ລາວ ​ເມື່ອ​ໄດ້ຮັບ​ຟັງ​ເພງ​ນີ້…ຈັງໃດກະຫຼິ້ນເພງຂອງ​ອຸດອນ ວົງ​ສີ ​ໄປແລ້ວ ວັນນະສອນ ກໍເລີຍ ຢາກຈະນຳ ສະເໜີ​ເພງ​ຂອງ​ຜູ້ກ່ຽວ​ອີກຜົນງານເພງຂອງ​ນັກ
ສິນລະປິນ ​ແລະ​ນັກແຕ່ງ​ເພງຜູ້ທີ່ມາກ​ມາຍ​ດ້ວຍ​ຄວາມ​ສາມາດ​ຈາກ​ປະ​ເທດ​ຝຣັ່ງ ກິ​ວົງ ຊຶ່ງນອກຈາກ​ຈະ​ໄດ້​ປະພັນ​ເພງ​ນີ້​ແລ້ວ ກິ​ວົງ ຍັງໄດ້ຮ້ອງ​ເພງນີ້ນຳ ຊຶ່ງ ​ເປັນເພງຕົ້ນ
ສະບັບ​ອີກ​ດ້ວຍ ຈຶ່ງ​ຂໍ​ສະ​ເໜີເພງ​ນີ້...​ເພງ​ທີ່​ມີ​ຄວາມ​ໝາຍ​ແບບ​ວ່າ...ຂໍ​ມອບເພງ​ນີ້
ໃຫ້​ແກ່​ທ່ານ​ຜູ້​ຟັງ ຜູ້ທີ່​ຍັງ​ມີ​ຄວາມ​ຮູ້ສຶກ​ກັບ​ຄົນໃນ​ອະດີດ ​ແລະ​ພ້ອມ​ແລ້ວທີ່​ຈະ​ລຸກ​ໂຊນ
ຂຶ້ນ​ມາ...ບໍ່​ບອກ ຄົງ​ຈະ​ຮູ້ກັນ​ແລ້ວລະ ວ່າ​ເພງ​ນີ້ມີ​ຊື່ວ່າ​ຢ່າງ​ໃດ ຟືນ​ດົ້ນ​ເກົ່າ. ຂໍ​ໃຫ້​ທຸກໆ​
ທ່ານ​ຈົ່ງນອນ​ຫຼັບ​ຝັນ​ດີ ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG