ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈິດ​ປັນຍາ - ຮ້ອງ​ເພງ


ຈິດປັນຍາ ແລະເພັດ ນໍຣະວົງ ກໍາລັງແຈມກັນໃນການສະແດງ concert
ຈິດປັນຍາ ແລະເພັດ ນໍຣະວົງ ກໍາລັງແຈມກັນໃນການສະແດງ concert


ສະບາຍ​ດີທຸກໆ​ທ່ານ​ ເນື່ອງ​ຈາກວ່າ VOA ໄດ້​ນໍາ​ສະ​ເໜີ​ການ​ສໍາພາດແລະ​ຫຼິ້ນ​ເພງຂອງ​ສິນ​ລະ​ປິນລາວ​ໃນ​ຕ່າງແດນ ​ໄປແດ່ແລ້ວໜ້ອຍ​ນຶ່ງ ​ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້ ​ວັນນະ​ສອນ ຈຶ່ງຢາກ​ຈະ​ນໍາ​ສະ​ເໜີ​ ​ທັງ​ໝົດຂອງ​ບາງ​ເພງ​ຕື່ມ​ໃຫ້​ຟັງກັນຢ່າງ​ໜໍາ​ໃຈ ຂໍ​ເລີ່​ມດ້ວຍ​ເພງ ຮ້ອງ​ເພງ ຂອງ​ວົງ ໜຸ່ມ​ລາວ ​ຊຶ່ງ​ປະຈຸ​ບັນ ​ໄດ້ປ່ຽນ​ຊື່ມາ​ເປັນວົງ ຈິດ​ປັນຍາ ຕາມ​ນາມສະກຸນ ​ທີ່​ມີ 3 ອ້າຍ​ນ້ອງ​ຕະກຸນ ຈິດ​ປັນຍາ ເປັນຜູ້​ຮ້ອງ​ແລະ​ຫຼິ້ນ​ດົນຕີ ​ແລະ​ແຕ່ງເພງນໍາ ມີ​ພຽງແຕ່ ນັກ​ຮ້ອງ​ນໍາ​ຂອງ​ວົງ​ເທົ່ານັ້ນ ທີ່​ເປັນ​ຄົນ​ອື່ນ ທີ່ບໍ່ໃຊ້ຊື່ຈິດ​ປັນຍາ ຊຶ່ງ​ດົນຕີ​ນໍາ​ຂອງ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ນີ້​ ກໍ​ແມ່ນ​ວົງ​ຈິດ​ປັນຍາ​ເປັນ​ຜູ້​ຮຽບຮຽງ ແລະ​ວັນນະສອນ​ເຊື່ອ​ໝັ້ນ​ວ່າ ເພງ​ນີ້ຈະຖືກ​ໃຈ​ໄວ​ໝຸ່ມ​ເປັນ​ທີ່​ສຸດ ເຊີນ​ຮັບ​ຟັງ​ໄດ້




​ສ່ວນ​ວົງ​ດົນຕີ​ທີ່ປະກອບສ່ວນ ​ໃນງານ​ສະ​ແດງ​ຄອນ​ເສີດ​ທີ່​ນະຄອນ​ອັດ​ແລນ​ຕານັ້ນ ກໍ​ມີ
​ຫຼາຍ​ວົງ ​ສິນ​ລະ​ປິນ ເພັດ ນໍຣະວົງ ​ເຈົ້າ​ຂອງ​ເພງ ສຽງ​ສູງຂອງ​ວົງ Exile ກໍ​ມາ​ລວດ​ລາຍ​
ແລະ​ສະ​ແດງ​ສຸດ​ຝືມື ຊຶ່ງ​ປະຈຸ​ບັນ​ນີ້ ​ແຍ​ກອອກ​ມາ​ຮ້ອງ​ດຽວ ຊຶ່ງ​ທາງ ​ເຮົາ​ໄດ້​ນໍາ​ສະ​ເໜີ​
ໃຫ້​ຟັງ​ແລ້ວ​ໃນ​ຫວ່າງ​ໝໍ່ທມາ​ນີ້ເອົາ​ໄປ​ຟັງ​ເພງ ບ້ານ​ເກີດ​ເຮົາ ຊຶ່ງ​ເປັນ​ຊຸດ​ທໍາ​ອິດ​ຂອງ
​ວົງ Exile ​ເມື່ອ 20 ກວ່າ​ປີ​ນັ້ນ



ອາທິດ​ໜ້າ ວັນນະ​ສອນ​ ຈະ​ມາ​ຕອບ​ຈົດໝາຍທ່ານ​ຜູ້​ຟັງ ​ແລະ​ຂໍ​ອໍາ​ລາ​ທ່ານ​ຜູ້​ຟັງ​
ດ້ວຍ​ເພງ ​ໝານ້ອຍ​ທໍາ​ມາະດາ ຂອງວົງ Balck Flame ໃຫ້​ທ່ານ​ຜູ້​ຟັງກັນ
ພົບ​ກັນ​ໃໝ່​ໃນ​ສັບ​ປະດາ​ໜ້າ

ເພງ: “ໝານ້ອຍ​ທໍາ​ມາະດາ” ໂດຍ Balck Flame
XS
SM
MD
LG