ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ອຸດອນ ວົງ​ສີ - ຢ່າ​ຫວງ


ອຸດອນ ວົງສີ
ອຸດອນ ວົງສີ
ສະບາຍດີ​ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ
ວັນນະສອນດີໃຈທີ່ໄດ້ກັບມາຈັດເພງມ່ວນໆ ໃຫ້ຜູ້ຟັງໄດ້ຮັບຟັງກັນ
​ເພງ​ທໍາ​ອິດ​ນີ້ ຂໍ​ຈັດ​ມອບ​ໃຫ້​ທ່ານບຸນ​ວົງ ສາມາດ ທີ່​ຂໍ​ຟັງສຽງ​
ດົນຕີ​ລາວ ບໍ່​ວ່າ​ຈະ​ເປັນ​ລະນາດ ສຽງ​ແຄນ ຂອງ​ອ້າຍ​ຫົງ​ກາດ
​ສຸວັນນະ​ວົງ ແຕ່​ວັນນະ​ສອນ​ວ່າ ​ຜູ້​ຟັງ​ຄົງ​ຈະ​ມັກ​ເພງ​ທີ່​ມີ​ສຽງ​
ປະກອບ​ເຂົ້າ​ນໍາ ​ແລ​ຄັ້ງ​ຕໍ່​ໄປ​ຈະ​ຫາ​ເພງ​ທີ່​ມີ​ສ່ວນ​ປະກອບ​
ຂອງ​ສຽງ​ເສບ​ທີ່​ມີ​ທັງ​ລະນາດ​ແລະ​ແຄນ​ເປັນ​ຕົ້ນ ຈຶ່ງ​ຂໍ​ຈັດ​ເພງ​ນີ້
ຊຶ່ງວັນນະ​ສອນໝັ້ນ​ໃຈ​ວ່າ ຖືກ​ໃຈທ່ານ​ຜູ້​ຟັງ​ຢ່າງ​ແນ່ນອນ
​ເພາະ​ເປັນ​ເພງ​ດັ່ງໃນ​ອະດີດ ທີ່ ໄຊຊະນະ ຖານາ​ດາ​ບຸດ
ສິນລະປິນຈາກ​ຝຣັ່ງ​ເປັນ​ຄົນ​ຂັບ​ຮ້ອງ ​ແຕ່​ສະບັບ​ນີ້ໄດ້​ສຽງ​ຫວານ
​ແບບ​ນໍ້າ​ເຜິ້ງ ທີ່​ກັ່ນ​ຕອງ​ນໍ້າ​ສຽງ​ໃສ່​ອາລົມ​ໄດ້​ດີ ​ເຮັດ​ໃຫ້​ຜູ້​ຟັງ
​ຄ້ອຍ​ຕາມ​ຈົນ​ລັບ​ໄຫຼ…ຊຶ່ງ​ໂອກາດ​ໜ້າ​ວັນນະ​ສອນ​ຈະ​ຫາ​
ໂອກາດສໍາ​ພາດ​ກັບ​ເຈົ້າ​ຂອງ​ສຽງ ອຸດອນ ວົງ​ສີ​ຈາກ ອ໊ອສ​ເຕຣ​ເລຍ
ມາ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ໄດ້​ຊາບ​ກັນ​ເຖິງ​ເບື້ອງ​ຫຼັງ​
ຄວາມ​ເປັນ​ມາຂອງ​ການ​ເກັບ​ເພງ​ຫວານໆ ອໍາ​ມະຕະ​ຂອງ​ລາວ​ມາ​ຈັດ​ທໍາ​ໃໝ່​ແລະ​ຖ້າ​ຫາກ​
ທ່ານ​ຜູ​ໃດ​ຍັງ​ບໍ່​ມີ​ເພງ​ນີ້ ກໍ ກະລຸນາ​ຈັບຈອງ​ເປັນ​ເຈົ້າ​ຂອງ​ໄດ້ ​ເອົາໄປ​ຟັງ​ເພງ ຢ່າ​ຫວງ
ພ້ອມໆ​ກັນ​ເລີຍ…ຈະ​ໄດ້​ຄິດ​ເຖິງ​ຄວາມ​ຫຼັງ​ໃນອະດີ​ດ.
ລິງໂດຍກົງ




ສ່ວນ​ເພງ​ຕໍ່​ໄປ​ນີ້​ຈັດ​ໃຫ້ຜູ້​ຟັງ ທ່ານ​ເດຊາ ​ແສງ​ວົງສາ​ລີ ຈາກ​ສະຫວັນ​ນະ​ເຂດ ​ທີ່​ຂຽນ
ບອກ​ມາວ່າ VOA ​ເປັນ​ວິທະຍຸທີ່ລາຍງານຂ່າວຢ່າງມີຄວາມຊື່ຕົງແລະຊັດເຈນ, ບໍ່ມີ
ຄວາມເກງກົວຕໍ່ສິ່ງໃດ ສະນັ້ນຈຶ່ງເປັນການເປີດຫູ ເປີດຕາໃຫ້​ຮູ້​ເຫັນ​ທັນ​ຂ່າວ ທັນ​ເຫດການ
​ໃນ​ໂລກ​ປະຈຸ​ບັນ​ນີ້…ຫວັງ​ວ່າ ລໍາ​ຕັ່ງ​ຫວາຍປະຍຸກ ທີ່​ໄດ້​ນັກ​ຮ້ອງ​ສາວ ໃບຕອງ ຈັນ​ງາມ
ສິນລະປິນ​ຈາກ​ປະ​ເທດ​ໄທ​ທີ່ໄດ້​ນໍາ​ເອົາ​ຈັ່ງ​ຫວະລໍາ​ຕັ່ງ​ຫວາຍ​ດັ່ງ​ເດີມ​ຂອງ​ລາວມາ​ປະຍຸກ
​ຊຶ່ງໄດ້ບັນ​ລະ​ຍາຍ​ເຖິງ​ຄວາມ​ງົດງາມຂອງ​ສາວ​ລາວ ທີ່​ມີ​ຊື່ວ່າສະ​ເໜ່ສາວລາວ
ເຊີນຮັບ​ຟັງ​ໄດ້….



ຂໍ​ອໍາ​ລາ​ທ່ານ​ດ້ວຍ ລໍາ​ ມາ​ຫະ​ໄຊ​ ຂອງ​ ສຸດ​ທິ​ດາ​ ປາ​ນ້ອຍ ​ເຈົ້າ​ຂອງ​ສຽງ​ລໍາ​ທີ່​ຫວານ​ຊຶ້ງ
ຊຶ່ງ​ວັນນະ​ເຊື່ອ​ວ່າ​ທຸກໆ​ທ່ານ​ຈະ​ໄດ້​ຫວນ​ຄິດເຖິງມິ​ຕຸ​ພູມ​ບ້ານ​ເກີດ​ເປັນ​ແນ່​ແທ້ ຫຼັງ​ຈາກທີ່​ໄດ້​ຟັງ ລໍາ​ ມາ​ຫະ​ໄຊ ນີ້​ແລ້ວ ຢ່າລືມກັບມາຟັງເພງມ່ວນໆກັບວັນນສອນໄດ້ອີກໃໝ່ໃນລາຍການ
ສຽງເພງຈາກແດນໄກຂອງ VOA ໃນທຸກໆຄໍ່ຄືນຂອງວັນອາທິດ ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ

XS
SM
MD
LG