ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເພງ ລືມເສຍເຖີດຄວາມຫຼັງ ຜົນງານເພງອະມະຕະຂອງລາວ ທີ່ອຸດອນ ວົງສີ ນຳມາຮ້ອງໃໝ່ນີ້ ຄົງຖືກໃຈ ທ່ານຜູ້ຟັງຢ່າງແນ່ນອນ


ອຸດອນ ວົງສີ
ອຸດອນ ວົງສີ

ສະບາຍດີທຸກໆ​ທ່ານ ວັນນະ​ສອນ ຕ້ອງ​ຂໍອະ​ໄພ​ກັບ​ສຽງ​ແຫບໆ ​ເປັນຫວັດ​ຍັງ​ບໍ່​ທັນ​ຫາຍ​ຂາດ​ເທື່ອ ຟ່າ​ໄດ້​ເຈັບ​ໄດ້​ໄຂ້ ຊ່ວງ​ນີ້​ໃນ​ນະຄອນຫຼວງ ວໍ​ຊີງ​ຕັນ ນີ້ ​ແມ່ນ​ຈະ​ມີ​ຝົນຕົກ ​ແລະ​ໜາວ​ແດ່​ແລ້ວ ​ເຂົ້າ​ກັບ​ບັນຍາກາດ ​ໄບ​ໄມ້​ປ່ຽນ​ສີ ສວຍງາມ ຢາກ​ຈະ​ໃຫ້ທ່ານ​ຜູ້​ຟັງ​ໄດ້ມາຮັບ​ຟັງເພງ​ທີ່
​ສຸດ​ຍອດ​ອະ​ມະຕະ ຊຶ່ງ VOA ຫາ​ກໍ​ໄດ້​ຮັບ ​ເພງ​ໃໝ່​ສຸດ​ນີ້​ຈາກອອສ​ເຕຣ​ເລຍ ພ້ອມ​ດຽວ​ກັນ​ນີ້ວັນນະ​ສອນ​ຂໍ​ຈັດ​ໃຫ້​ ​ເອື້ອຍ ຄຳ ພັນທະ​ວົງ ຜູ້​ຟັງ​ທີ່​ມັກ​ຮັກ​ຜົນງານ​ເພງ​ຂອງ​ອຸດອນ ວົງ​ສີ ຢ່າງ​ຂະໜານ​ແທ້ ຂຽນຈົດໝາຍເຂົ້າ​ມາ ຂໍ​ຟັງ​ເພງ​ຂອງ​ອຸດອນ​ ວົງ​ສີ ​ໃນ​ຊຸດ​ເກົ່າໆ ​ແຕ່​ວັນນະ​ສອນ​ ວ່າ ຈັງ​ໃດ​ກໍ​ໄດ້​ຊຸດ​ໃໝ່​ມາ​ແລ້ວ ຈະ​ມາ​ຈັດ​ເພງ​ເກົ່າໆ​ໃຫ້​ຟັງ ກໍ​ຄົງ​ຈະບໍ່​ໄດ້​ແລ້ວ​ລະ...
ຂໍ​ຈັດ​ມອບ​ໃຫ້ ​ເອື້ອຍ ຄຳ ພັນທະ​ວົງ ພ້ອມ​ທັງ​ທ່ານ​ຜູ້​ຟັງ​ທຸກໆທ່ານ ຂໍ​ເຊີນ​ໄປ​ຟັງ​ຜົນງານ​ເພງ​ຫວານໆ ທີ່​ປະພັນໂດຍ ວິ​ລຽມ ດິດທະ​ວົງ ສິນລະປິນຣຸ່ນອາວຸໂສ ທີ່ປະຈຸບັນນີ້ອາໄສ
ຢູ່ປະເທດຝຣັ່ງ ຊຶ່ງເປັນນ້ອງຂອງ Legendary ສິນລະປິນຜູ້ສຳຄັນຄົນນຶ່ງຂອງລາວ ວໍຣເດດ ດິດທະວົງ ...ຊຶ່ງ​ເພງ​ນີ້ ມີ​ເນື້ອ​ໄນ​ໃຈຄວາມ​ວ່າ ​ ລືມ​ເສຍ​ເຖີດ​ຄວາມ​ຫຼັງ ດັ່ງ​ຊື່​
ຂອງ​ເພງ​ນີ້​ພໍດິບພໍດີ.

​ສ່ວນເພງ​ຕໍ່​ໄປ​ນີ້ ​ເປັນ​ເພງ​ຫວານ​ຈາກ​ສິນລະປິນສາວລາວຈາກຝຣັ່ງ ຈັດໃຫ້ຕາມຄຳຂໍ
ຂອງອ້າຍໃຫຍ່ ສິນລະປິນທ່ານນຶ່ງຈາກອອສະເຕຣເລຍ ທີ່ມີຜົນງານອອກມາສູ່ພວກເຮົາ ແລະໂອກາດໜ້າ ຄັ້ງໃໝ່ວັນນະສອນ ຈະນຳຜົນ ງານເພງຂອງຜູ້ກ່ຽວມາສະເໜີໃຫ້ແຟນ
ເພງລາຍການສຽງເພງຈາກແດນໄກ​ຂໍເຊີນໄປຟັງເພງ ຫຼວງພຣະບາງ​ເມື່ອຍາມແລງ ທີ່ຂັບ
ຮ້ອງໂດຍ ມາລີຈັນສຸກ ແລະເປັນຜົນງານການປະພັນເພງໂດຍ ເຈົ້າຄຳຜາຍ ກຸນລະວຸດ
ຂໍ​ເຊີນ​ໄປ​ຟັງ​ເພງ ຫຼວງພຣະບາງ​ເມື່ອຍາມແລງ ພ້ອມໆ​ກັນ​ເລີ​ຍ.

ສ່ວນເພງທີສາມເພື່ອປິດທ້າຍລາຍການນີ້ ວັນນະສອນຂໍຈັດເພງທີ່ມີຄວາມໝາຍດີອີກ
ເພງນຶ່ງຂອງອ້າຍອຸດອນ ວົງສີ ຊຶ່ງເພງນີ້ໄດ້ບັນລະຍາຍເຖິງຄວາມເປັນມະນຸດ ປຸທຸຊົນທຳ
ມະດາ ຊຶ່ງມີ ຮັກ ໂທດ ໂກດ ຫຼົງ ທີ່ອາຈານສ.ແສງ ສິຣິວັນໄດ້ແຕ່ໄວ້ເປັນຢ່າງດີ ...ຊຶ່ງພວກ
ເຮົາ ເຈົ້າ ຂ້ອຍ ກໍສາມາດຮຽນຮູ້ຈາກບົດເພງນີ້ ຢ່າໄດ້ຫຼົງລະເລີງກັບຊີວິດ...ມີບັນຫາໃຫ້ແກ້ ແລະຜ່ານຜ່າອຸບປະສັກ ຢ່າໄດ້ທໍ້ຖອຍ​ໃຫ້ຕັ້ງໃຈກະທຳໃນສິ່ງທີ່ດີງາມແລະຖືກຕ້ອງ ເພາະ
ຊີວິດຄົນເຮົານີ້ ຊ່າງສັ້ນເຫຼືອເກີນ ພໍຮູ້ເມື່ອ ກໍອາດສາຍໄດ້ ເພາະນັ້ນວັນນະສອນ ຂໍຝາກ
ຂໍ້ຄິດເລັກໆນ້ອຍໆໄວ້ໃຫ້ເຮົາ ເຈົ້າ ຂ້ອຍ ໄດ້ນຳເອົາໄປຄິດແລະຖາມຕົວທ່ານເອງວ່າ ທັງຊີວິດນີ້ໄດ້ເຮັດຫຍັງແດ່ແລ້ວແລະໃຊ້ມັນໃຫ້ຄຸ້ມຄ່າຂອງການທີ່ເກີດມາເປັນຄົນແລ້ວບໍ່ ຂໍເຊີນໄປຟັງເພງ ຊີວິດຄົນ ພ້ອມໆກັນເລີຍ ແລະຂໍກ່າວຄຳວ່າ ກູດໄນທ໌ ແລະນອນຫຼັບ
ຝັນຫວານ.

ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG