ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຟັງເພງ ​ຢາດ​ນ້ຳ​ຝົນ ຢົດ​ນ້ຳຕາ ຂອງອຸດອນ ວົງສີ ແລ້ວ ພາໃຫ້ຫວນ ຄິດເຖິງອະດີດ


ອຸດອນ ວົງສີ
ອຸດອນ ວົງສີ

ສະບາຍດີ ວັນນະສອນ ດີ​ໃຈ​ທີ່​ໄດ້​ກັບ​ມາ​ຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ ປີ​ໃໝ່​ຟ້າ​ໃໝ່​ແລ້ວ ຫວັງ​ວ່າ ທຸກໆ​ທ່ານສະ​ບາຍ​ດີ ເສຍດາຍ​ແຕ່​ວັນນະ​ສອນ ​ເປັ​ນໄຂ້ ລະດູ​ໜາວ​ປີນີ້ ໜາວ
​ຫຼາຍຫິມມະ​ກໍ​ຕົກ ໜາວ​ແບບ​ວ່າ​ຢູ່​ໃນ​ຕູ້​ນ້ຳ​ແຂງເລີ​ຍລະ ກໍ​ຕ້ອງ​ຂໍອະ​ໄພ​ນຳ​ທ່ານ​ຜູ້​ຟັງ​ຫຼາຍໆ​ທີ່​ຈະ​ຕ້ອງ​ທົນ​ຟັງສຽງ​ຫ້າວ​ໆຈາງໆ​ຂອງ​ພິທີ​ກອນ ​ແຕ່​ເຖິງ​ສຽງ​ຈະ​ບໍ່​ຫວານ ແຕ່​ໃຫ້​ໃຈ​ເຕັມ​ຮ້ອຍ​ພຸ້ນ​ລະ. ຂໍຈັດ​ເພງ​ຢາດ​ນ້ຳ​ຝົນ ຢົດ​ນ້ຳຕາເພງດັງ​ໃນ​ອະດີດທີ່​ປະພັນ​ ໂດຍອາຈານ ສ. ​ແສງ​ສິຣິວັນ ນີ້ ​ໄດ້​ນັກ​ຮ້ອງ​ສຽງ​ຄຸນ​ນະພາ​ບຂອງ​ອຸດອນ ວົງ​ສີ ນຳ​ເອົາ​ມາ​ຮຽບຮຽງ ​ແລະ​
ຂັບ​ຮ້ອງ​ໃໝ່​ນີ້ ວັນນະ​ສອນ ຄິດ​ວ່າ ຍັງ​ຮັກສາ​ເຄົ້າ​ມູນ​ເດີມ​ໃວ້​ເປັນ​ຢ່າງ​ດີ ຈັດ​ເພງ​ນີ້​ແທນ​ເພງ ທີ່​ຜູ້ຟັງ ຍາລຸງບົວຫອມ ດຳຣົງ ຂໍ​ມາ ​ເພາະວ່າ​ ເພງ​ປີ​ໃໝ່​ ຂອງອາຈານ​ຄຳ​ຫຼ້າ ທີ່​ຂໍ​ມາ​ນັ້ນ ​ໄດ້​ຈັດໃຫ້​ໄປ​ແລ້ວ ​ໃນ​ຊ່ວງ​ປີ​ໃໝ່ ຈຶ່ງ​ຂໍ​ຈັດ​ເພງ​ນີ້ ​ໃຫ້​ຟັງ​ເພງ​ນີ້​ແທນ ສ່ວນ​ປະຕິທິນ​ນັ້ນ ອີກ​ບໍ່​ດົນ ຄົງ​ຈະໄ​ດ້ຮັບ ​ແນ່ນອນ​ມັນ​ຕ້ອງ​ໃຊ້​ເວລາ ​ເພາະວ່າ​ຈາກ​ສະຫະລັດ​ອາ​ເມຣິກາ​ ເຖິງສປປ ລາວ ຫ່າງ​ໄກ​ກັນ​ເຫຼືອ​ເກີນ ​ແລະ​ຫວັງ​ວ່າ​ເພງ​ນີ້ ຄົງ​ຈະ​ເຮັດ​ໃຫ້​ຍາ​ລຸງ​ໄດ້​ມີ​ສຸກຂະ
ພາບ​ແຂງ​ແຮງ ຍືນ​ຍາວ​ນານ​ໝື່ນ​ປີ.

ລິງໂດຍກົງ

ກໍ​ຕ້ອງ​ຂໍ​ຂອບ​ໃຈ​ຍາ​ອ້າຍ​ສະ​ດາ​ຄົມ ຜູ້​ຟັງ​ຈາກ​ອອສ​ເຕຣ​ເລຍ ​ ທີ່​ຄອຍເປັນຄົນ​ກາງ ຕິດ​ຕໍ່
ສົ່ງ​ຂໍ້​ມູນ​ແລະ​ຂ່າວ​ຄາວ​ຂອງ​ພີ່ນ້ອງ​ລາວອອສ​ເຕຣ​ເລຍມາ​ໃຫ້​ຕະຫຼອດ ພ້ອມ​ທັງ​ເປັນ​ຜູ້​ແນະ
ນຳ​ແລະ​ສົ່ງ​ເພງ CD ຊຸດ​ໃໝ່​ຂອງອຸດອນ ວົງ​ສີ ມາ​ໃຫ້ ຂໍ​ຂອບ​ພະ​ຄຸນ​ເປັນ​ຢ່າງ​ສູງ​ທີ່​ໄດ້​ເປັນ​ທຸຣະ​ໃຫ້ ​ແລະຂໍສັນລະ​ເສີນ​ໃນ​ຄວາມ​ມີ​ນ້ຳ​ໃຈ ຈຶ່ງ​ຂໍ​ຈັດ​ເພງ​ນີ້ ຣາຕີ​ພາ​ຝັນໃຫ້​ຟັງຮ່ວມ​ກັນ ພ້ອມໆ​ກັນ​ກັບ​ຜູ້​ຟັງ​ໃນ​ທົ່ວ​ໂລກ.

ລິງໂດຍກົງ

​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ນີ້ ກໍ​ຖື​ວ່າ​ໂຊກ​ດີ ມີ​ຫຍັງໃໝ່ໆ ​ມີ​ຫຍັງ​ດີໆ
ຢູ່​ໃສ ວັນນະ​ສອນ ກໍ​ຈະ​ຈັດ​ສັນ​ມາ​ຝາກ. ຊຸດ​ເພງອຳ​ມະຕະເພງລາວ​ໃນ​ອະດີດ ຂອງ​ອຸດອນ ວົງ​ສີ ນີ້​ແມ່ນ​ຫາ​ກໍ​ໄດ້​ຮັບ ວັນນະສອນ ຂໍ​ສັນລະ​ເສີນ​ສິນລະປິນ​ທ່ານ​ນີ້ ​ໄດ້​ນຳ​ມາ​ຈັດ​ທຳ​ໃໝ່ ​ເພື່ອ​ອະນຸລັກ​ແລະ​ສືບ​ສານ ຕຳນານ​ເພງ​ລາວ​ໄວ້​ໃຫ້​ຄົນ​ລາວ​ຮຸ້ນ​ຫຼັງ ໄດ້ຮັບຟັງກັນ. ອອກ​ສຳນຽງຊັດ​ຖ້ອຍ ຊັດ​ຄຳ ທຸກ​ກະ​ບຽດ​ນິ້ວ ບໍ່​ເຮັດ​ໃຫ້​ພາສາ​ລາວ​ຜິດ​ພ້ຽນໄປ ຊຶ່ງ​ນັບ​ມື້ ກໍ​ນັບ​ວ່າ​ຫາ​ຍາກ ​ໃນ​ສິນລະປິນ​ລຸ້ນ​ໃໝ່. ວັນນະ​ສອນ​ກໍ​ຂໍ​ເປັນ​ກຳລັງ​ໃຈ​ແລະ​ສະໜັບສະໜຸນ​ໃຫ້​ອ້າຍ​ອຸດອນ ວົງສີ ຈົ່ງ​ພາກ​ພຽນ ​ແລະ​ສືບ​ທອດ ​ໃນ​ໜ້າ​ທີ່​ແລະ​ບົດບາດ​ສິນລະປິນ ​ຄຸນ​ນະພາ​ບ​ໄວ້ ຕາບ​ນານ​ເທົ່າ​ນານ. ​ເອົາ​ຂໍ​ອຳ​ລາ​ທ່ານ​ດ້ວຍ​ເພງ​ນີ້ ຜົນງານເພງຂອງອຸດອນ ວົງສີ ອີກຕື່ມ
ເພງນຶ່ງ ຈະ​ໄດ້​ຟັງ​ໃຫ້​ອີ່ມ​ໜຳ​ສຳລານໄປ​ເລີຍ ​ໃນ​ບົດ​ເພງ ປາ​ແດກ​ກົ້ນ​ໄຫ.

ລິງໂດຍກົງ

ຂໍ​ໃຫ້ທຸກທທ່ານ​ນອນ​ຫຼັບ​ຝັນ​ດີ ​ແລະ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG