ສະບາຍດີ ວັນນະສອນ ດີໃຈທີ່ໄດ້ກັບມາຈັດເພງໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ ປີໃໝ່ຟ້າໃໝ່ແລ້ວ ຫວັງວ່າ ທຸກໆທ່ານສະບາຍດີ ແລະຂໍເລີ່ມດ້ວຍເພງຂອງສິນລະປິນສຽງຄຸນນະພາບ ອຸດອນ ວົງສີ ຈາກ ອ໊ອສເຕຣຍເລຍ ທີ່ນັກຂ່າວຂອງພວກເຮົາ ໄຊຈະເລີນສຸກ ຂໍມອບເປັນ ຂອງຂວັນປີໃໝ່ ໃຫ້ແກ່ແຟນໆ ວີໂອເອລາວ ທີ່ຕິດຕາມຟັງແລະຊົມ ຜົນງານຂອງພວກ
ເຮົາ ທາງເຟສບຸກ ທາງເວັບໄຊ ຫຼື ທາງວິທະຍຸ ຊຶ່ງໄດ້ຂຽນຂໍ້ຄວາມເຂົ້າມາຖາມໄຖ່ ສະບາບດີ ແລະຕິຊົມ ຫວັງວ່າ ເພງທີ່ ໄຊຈະເລີນສຸກ ເລືອກມາໃຫ້ນີ້ ຄົງຈະເປັນທີ່ຖືກໃຈຂອງທ່ານຜູ້ຟັງ ເອົາໄປຟັງພ້ອມໆກັນເລີຍ ໃນບົດເພງ ນ້ອງຄືທຸກສິ່ງຂອງອ້າຍ ແຕ່ງໂດຍ ອ.ຈ. ພົມມະ ພິມມະສອນ.
ສ່ວນເພງຕໍ່ໄປນີ້ ຂໍຈັດໃຫ້ນ້ອງ ກຸ້ງ ບຸບຜາ ທີ່ຂຽນເຂົ້າມາທາງ Facebook ຂໍຟັງເພງ
ຄິດເຖິງບ້ານ ຂອງກົງລາ ວົງສຳພັນ ນ້ອງ ກຸ້ງ ບອກມາວ່າ ໄດ້ຕິດຕາມຮັບຟັງ VOA
ນັບຕັ້ງປີ 2006 ຈົນເຖິງປະຈຸບັນນີ້ ຊຶ່ງຂະນະນີ້ໄດ້ເຂົ້າໄປສຶກສາທີ່ນະຄອນຫຼວງວຽງຈັນ ບອກມາວ່າ ຄິດຮອດບ້ານຫຼາຍວ່າຊັ້ນ ເອົາເອື້ອຍຂໍເປັນກຳລັງໃຈ ແລະເອົາໃຈຊ່ອຍ
ແລະຂໍໃຫ້ຕັ້ງໃຈຮ່ຳຮຽນສຶກສາ ແລະຮີບຟ້າວກັບບ້ານ ໄປຊ່ອຍຄອບຄົວພໍ່ແມ່ ຫັວງວ່າ
ຖ້າໄດ້ຍິນເພງນີ້ແລ້ວ ກໍຢ່າລືມຂຽນເຂົ້າມາບອກດ້ວຍ.
ກໍຕ້ອງຂໍຂອບໃຈຍາອ້າຍສະດາຄົມ ຜູ້ຟັງຈາກອອສເຕຣເລຍ ທີ່ຄອຍເປັນຄົນກາງ ຕິດຕໍ່
ສົ່ງຂໍ້ມູນແລະຂ່າວຄາວຂອງພີ່ນ້ອງລາວອອສເຕຣເລຍ ມາໃຫ້ຕະຫຼອດ ແລະຕ້ອງຂໍຂອບ
ໃຈ ທີ່ໃຫ້ທາງ VOA ນຳໃຊ້ພາບວີດີໂອ ຂອງຫຼວງພະບາງ…ແລະຂໍມອບເພງນີ້ ແທນຄຳ
ຂອບໃຈ ເປັນຜົນງານເພງອະມະຕະ ຂອງວໍຣະເດດ ດິດທະວົງ ໃນບົດເພງ ລີເຊ ຂໍໃຫ້
ທຸກໆທ່ານນອນຫຼັບຝັນດີ ແລະພົບກັນໃໝ່ໃນສັບປະດາໜ້າ.