ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄ່າ​ຂອງນ້ຳນົມ - ຄຳ​ພະຍາ


ພາບວາດ ແມ່ ແລະລູກ ແຕ້ມໂດຍສົມປະເສີດ ຈຸລມະນີ
ພາບວາດ ແມ່ ແລະລູກ ແຕ້ມໂດຍສົມປະເສີດ ຈຸລມະນີ

ສະບາຍດີ​ທ່ານ​ຜູ້ຟັງ​ທີ່​ເຄົາຣົບ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່ລາຍການ​ສຽງ​ເພງ
​ຈາກ​ແດນ​ໄກຂອງ VOA ຄ່ຳ​ຄືນ​ນີ້ພິ​ເສດ​ແດ່​ ​ເພາະວ່າເປັນວັນ​ແມ່ ໃນ​ສະຫະລັດ​
ຊຶ່ງ​ກົງກັບ​ວັນ​ອາທິດ ມື້​ນີ້​ພໍດີ ເພາະສະ​ນັ້ນ ວັນນະ​ສອນ ​ຈຶ່ງ​ຂໍ​ນໍາ​ສະ​ເໜີ​ເພງກ່ຽວ​ກັບ​ແມ່
​ເພື່ອສັນລະ​ເສີນແລະ​ໃຫ້​ກຽດ​ແດ່​ບັນດາ​ແມ່ທັງຫຼາຍ ທຸກ​ຜູ້​ທຸກໆຄົນ​ໃນ​ສາກົນ​ລະ​ໂລກ​ນີ້
ຊຶ່ງ​ຂໍເລີ້ມຕົ້ນ​ດ້ວຍ​ເພງ ຈົດ​ຈຳບຸນຄຸນ​ຂອງ​ແມ່ ທີ່​ຂັບ​ຮ້ອງ​ໂດຍ ສິນລະປິນ​ສາວ​ນ້ອຍ
ຕ້ອງ​ຂໍອະ​ໄພ​ຫຼາຍໆ​ທີ່​ບໍ່​ໄດ້​ຊາບ​ຊື່ຂອງ​ສິນລະປິນທີ່​ຮ້ອງ​ເພງ​ນີ້ ຖ້າທ່ານຜູ້ຟັງ​ທ່ານ​ໃດ
​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຄົນ​ຮ້ອງ​ເພງ​ນີ້ ກໍ​ກະລຸນາຂຽນ​ເຂົ້າ​ມາບ​ອກດ້ວຍ​. ​ຂໍ​ເຊີນ​ໄປ​ຟັງ​ພ້ອມໆ
​ກັນເລີຍ.

ເພງ ຄ່າ​ຂອງນ້ຳນົມ ​ທີ່​ຂັບ​ຮ້ອງ​ໂດຍ ຄຳ​ພະຍາ ​ແລະ​ປະພັນ​ໂດຍ​ເຈົ້າ​ຄຳ​ຜາຍ ກຸນ
​ລະ​ວຸທ
ນີ້ກໍ​ເປັນ​ອີກ​ເພງ​ນຶ່ງ​ທີ່​ມີຄວາມ​ໝາຍ​ດີ ​ເໝາະ​ສົມກັບ​ເທດສະ​ການ​ວັນ​ແມ່ ວັນນະ
​ສອນວ່າ ​ເຖິງ​ເຮົາຈະ​ເວົ້າ ​ຮ້ອງ​ເພງ​ນັບ​ຮ້ອຍ ນັບ​ພັນ ກໍຈະ​ບໍ່​ສາມາດ​ທົດ​ແທນ​ບຸນຄຸນ​ຂອງ
ແມ່​ໄດ້ຊຶ່ງ​ເພິ່ນ​ໄດ້​ອົດທົນ​ອູ້ມ​ລູກ​ຢູ່​ໃນ​ທ້ອງ​ເຖິງ 9 ​ເດືອນ​ຈົນ​ຄອດ​ອອກ​ມາ ​ທັງ​ຍັງ​ພະຍາ
ຍາມລ້ຽງດູ ​ພວກ​ລູກໆ​ຈົນ​ໃຫ້​ເຕີບ​ໃຫຍ່​ ​ເພື່ອ​ໃຫ້ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ ​
ເປັນ​ຄົນ​ດີແລະມີ​ຄຸນຄ່າ​ຂອງ​ຄອບຄົວ​ແລະ​ສັງຄົມ…​ວັນນະ​ສອນ ​ຄິດ​ວ່າສິ່ງ​ທີ່​ພວກ​ລູກໆ
​ສາມາດກະທໍາ​ໄດ້​ໃນ​ຕອນ​ນີ້ ກໍ​ຄືການ​ປະພຶດ​ປະຕິບັດ ສິ່ງ​ທີ່​ດີງາມ ​ໃນຕອນ​ທີ່ພວກ​ເພິ່ນ​
ຍັງ​ມີ​ຊີວິດ​ຢູ່​ ເຮັດທຸກ​ສິ່ງ​ຢ່າງ​ເພື່ອ​ທົດ​ແທນ​ບຸນຄຸນ​ແມ່​ ​ໃຫ້​ສົມ​ກັບ​ທີ່​ເພິ່ນ​ໄດ້​ຖະໜອມ
​ລ້ຽງ​ດູເຮົາ​ມາ​ແລະ​ກໍ​ຢ່າ​ລືມ​ບອກ​ແມ່​ວ່າ… “ຮັກ, ຍັງຮັກ,ແລະ​ຈະ​ຮັກ ​ແມ່​ຕະຫຼອດ​ໄປ.”

ເພງ​ສຸດ​ທ້າຍ​ - ບຸນຄຸນ​ແມ່ ຂອງ ສຸບິນ ຊານຸ​ບານ ເປັນ​ເພງ​ນຶ່ງ​ທີ່ວັນນະ​ສອນ ປະ​ທັບ​ໃຈ
​ເປັນ​ທີ່​ສຸດ​ເລີຍ ​ເພາະ​ເປັນ​ເພງ​ທີ່​ໄດ້​ບັນ​ລະ​ຍາຍ​ເຖິງ​ຄຸນ​ງາມ​ຄວາມ​ດີ​ຂອງ​ແມ່​ທີ່ ມີ​ຕໍ່​ລູກໆ
...ວັນນະ​ສອນ ຂໍ​ສົ່ງ​ເພງ​ນີ້​ເປັນ​ກຳລັງ​ໃຈ​ໃຫ້​ພວກ​ລູກໆທີ່​ຕັ້ງໜ້າ​ຕັ້ງ​ຕາ​ຮຽນ ຫຼື​ແມ່ນ​ແຕ່​
ໄປ​ເຮັດ​ວຽກ​ເຮັດ​ການ​ຢູ່​ໃນ​ຕ່າງ​ແດນ ​ເພາະວ່າ​ເພງ​ນີ້ ຈະ​ໄດ້​ຍ້ຳ​ເຕື່ອນ​ໃຫ້​ພວກລູກໆໄດ້
ຕະນັກເຖິງຄວາມພາກພຽນພະຍາຍາມ ເອົາໃຈໃສ່ ສົ່ງເສຍພວກລູກໆໃຫ້ໄດ້ຮຽນສູງໆ
ເຖີງແມ່ຈະບໍ່ໄດ້ຮຽນສູງ ກໍ​ຕາມ​. ຂໍຂອບໃຈບົດ​ເພງ​ນີ້…. ພົບ​ກັນໃຫມ່​ໃນ​ສັບປະດາ​ຫນ້າ
Happy Mother’s Day.

XS
SM
MD
LG