ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

“ຮັກ​ຂ້າມ​ຂອບ​ຟ້າ” - ກ໊ອກ ສຸຣິຍະ​ເດດ


ກ໊ອກ ສຸຣິຍະເດດ
ກ໊ອກ ສຸຣິຍະເດດ

ໃນລາຍການສຽງເພງຈາກແດນໄກຂອງ VOA ໃນຄໍ່າຄືນນີ້ ວັນນະສອນຈະນໍາສະເໜີເພງ ຊຸດໃໝ່ຂອງຫຼາຍນັກຮ້ອງທີ່ມາຮວ່ມກັນສ້າງຜົນງານດີໆເພື່ອສືບສານເພງລາວ ຊຶ່ງວ່າ ຈະເປັນນັກຮ້ອງທ່ານໃດແລະມາຈາກໃສແດ່ນັ້ນ ຂໍເຊີນເຂົ້າສູ່ລາຍການເພື່ອພິສູດດ້ວຍຕົວ ທ່ານເອງ ແລະວ່າເປັນນັກຮ້ອງທີ່ຕິດໃນລາຍຊື່ຂອງທ່ານບໍ່?

ສະບາ​ຍດີ​ທຸກໆທ່ານ ຕາຍ​ໆ ​ເດືອນ​ສາມ​ແລ້ວ ທາງ​ນະຄອນຫຼວງ Washington DC
ພີ້ ກໍ​ຈະ​ຢ່າງ​ເຂົ້າ​ລະດູ​ໃບ​ໄມ້​ປົ່ງ ອາກາດ​ກໍາລັງ​ດີ ດອກ​ສາກຸ​ຣະ ກໍ​ກໍາລັງ​ຈໍ່​ດອກ​ເຜີຍ​ໂສມ
ໃຫ້​ເຕັມດອກ​ໃນ​ໄວໆ​ນີ້ ຖ້າ​ທ່ານ​ໃດ​ຢາກ​ມາຊົມ​ເທດ​ສະການດອກ​ສະກຸ​ຣະ ກໍໃຫ້ມາ​ທ້າຍ
​ເດືອນ​ນີ້ ​ເພາະ​ປີ​ນີ້ ບານ​ໄວ ຍ້ອນ​ບໍ່​ໜາວ​ຫຼາຍ ພ້ອມ​ດຽວ​ກັນ​ນີ້ ວັນນະ​ສອນ​ຂໍ​ນໍາ​ສະ​ເໜີ​
ຜົນງານ​ເພງ​ຂອງ​ການ​ຮວມຕົວ​ຂອງ 6 ​ໃນ​ຊຸດ Mix Six ​ເພາະ​ໄດ້​ຮວມຜົນງານ​ເພງ​ທີ່​ແຕ່ງ
​ຂຶ້ນມາ​ໂດຍ ອ້າຍ ກ໊ອກ ສຸຣິຍະ​ເດດ ສິນລະປິນ​ລາວ​ຈາກກາ​ນາ​ດາ ຊຶ່ງທາງ​ເຮົາ​ໄດ້​ສໍາພາດ
ກ່ຽວກັບ​ຈຸດປະສົງ​ຂອງ​ການ​ທີ່​ຢາກ​ສືບ​ສານ ຕໍານານ​ເພງ​ລາວ ​ໄວ້​ໃຫ້​ຄົນຣຸ່ນຫຼັງ​ໄດ້​ຈົດ​ຈໍາ
ແລະ​ຮັບ​ຮູ້​ເພງ​ລາວ​ຕໍ່​ໆໄປ ຊຶ່ງ​ວັນນະ​ສອນຈະ​ນໍາ​ບົດ​ສໍາພາດ​ຂອງ​ຜູ້ກ່ຽວ ພ້ອມ​ທັງ​ນັກ​ຮ້ອງ
ສາວ​ງາມ ລາວ​ຝຣັ່ງ ຈັນ​ດາຣາ ຊະນະ​ນິກອນ ມາ​ຝາກ​ທ່ານຜູ້​ຟັງ​ໃນ​ລາຍການສຽງ​ເພງ​
ຈາກ​ແດນ​ໄກ ​ແຕ່​ກ່ອນ​ອື່ນ ຕ້ອງ​ພາ​ທ່ານ​ໄປ​ຟັງ​ເພງ​ຂອງ​ອ້າຍ​ກ໊ອກ ກ່ອນ​ໃນ​ບົດ​ເພງ
“ຮັກ​ຂ້າມ​ຂອບ​ຟ້າ.”

ເພງ: ຮັກ​ຂ້າມ​ຂອບ​ຟ້າ ໂດຍ ກ໊ອກ ສຸຣິຍະ​ເດດ

ຍັງ​ມີ​ເພງ​ມ່ວນໆ​ໃນ​ຊຸດ​ນີ້​ທີ່​ຢາກ​ຈະ​ແນະ​ນໍາ ​ແຕ່​ຄົງ​ຈະ​ຕ້ອງ​ທະຍອຍ ຈັດ​ໃຫ້ ມີ​ທັງ​ໝົດ​ຕັ້ງ 16 ​ເພງ​ແນະ ຫາ​ຊື້​ໄດ້​ຕາມ website ​ເພງ​ລາວ​ຕ່າງໆ​ຄົງ​ອອກ​ຂາຍ​ແລ້ວ ​ໃຫ້​ຕິດ​ຕໍ່​ທາງ internet ກໍ​ໄດ້ ທີ່ ອ້າຍ kok_souriyadeth@hotmail.com ເອົາ​ຂໍ​ມອບ​ເພງ ເພື່ອ​ເຈົ້າ​ຄົນ​ດຽວຂອງ ສິດທິ​ພອນ ໃຫ້ຟັງ​ໄປ​ກ່ອນ ຂໍຈັດມອບ​ໃຫ້​ແດ່​ທຸກໆທ່ານທີ່​ຮັກ​ດຽວ​ໃຈ​ດຽວ ​ແລະ​ຫວັງ​ວ່າ​ທ່ານ​ຜູ້​ຟັງ​ຄົງ​ຈະ​ພໍ​ໃຈ​ບໍ່​ຫຼາຍ​ກໍ​ໜ້ອຍ.

ສິດທິພອນ
ສິດທິພອນ
ເພງ: ເພື່ອ​ເຈົ້າ​ຄົນ​ດຽວ ໂດຍ
ສິດທິ​ພອນ


ຂໍ​ມອບ​ເພງ ເມືອງ​ລາວ​ບ້ານ​ເກີດ ຊຶ່ງ​ເປັນ​ເພງ​ໝູ່​ທີ່​ຮວມ​ເອົາ 6 ສິນລະປິນ​ຈາກ 3 ທະວີບ​ມາ​ຮວມກັນ​ອັນ​ມີ ກ໊ອກ ສຸຣິຍະ​ເດດ, ວີນາ ສະຫວັນ ຈາກ ກາ​ນາ​ດາ, ຈັນ​ດາຣາ ຊະນະ​ນິກອນ ​ແລະຣັດຕະນາ ຈາກ ຝຣັ່ງ ​ເຈ​ເດນ ຈາກ ສະຫະລັດ​ແລະ ສິດທິ​ພອນ​ຈາກ ສປປລາວ. ​ເພງ​ນີ້​ຄົງ​ຈະ​ພາ​ໃຫ້​ຫຼາຍໆທ່ານ​ໄປ​ເຄີ້ມ​ໄປ ​ເຖິງ​ເມືອງ​ລາວ​ພຸ້ນ​ລະແລະ​ຢ່າ​ລືມກັບ​ມາ​ຟັງ​ ​ເພາະວ່າວັນນະ​ສອນ​ຈະ​ນໍາ​ເພງ​ຂອງ​ພວກ​ສິນລະປິນ​ຕາບອດໃນ​ລາວມາ​ຝາກ​ທີ່​ຜູ້​ຟັງ ​ໃນ​ໂອກາດ​ໜ້າ ນອນຫລັບຝັນດີ.


ເພງ ເມືອງ​ລາວ​ບ້ານ​ເກີດ ໂດຍ ໝູ່

XS
SM
MD
LG