ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂໍມອບເພງ ​Some Gave All ​ຂອງ Billy Cyrus ເພື່ອສະດຸດີແດ່ວິລະບຸລຸດ ທັງຫຼາຍ


Billy Ray Cyrus
Billy Ray Cyrus
ລິງໂດຍກົງ

ເນື່ອງ​ໃນ​ວັນຈັນ ທີ 30 ພຶດສະພາ ມື້​ອື່ນ​ນີ້ ​ເປັນ​ວັນ Memorial Day. ​ລະ​ລຶກ​ເຖິງ ດວງ​ວິນ​ຍານ​ຂອງ​ເຫຼົ່າທະຫານຜູ້​ກ້າ​ທີ່​ເປັນ​ຮົ້ວ​ປ້ອງ​ກັນຊາ​ດ ​ແລະ​ໄດ້​ເສຍ​ສະລະ​ເພື່ອ​ປົກ​ປ້ອງ​ປວງ​ຊົນ​ໃຫ້​ຢູ່​ເຢັນ​ເປັນ​ສຸກຂອງ​ ສະຫະລັດ ທາງ​ເຮົາ​ຈຶ່ງ​ຂໍຈັດ​ເພງອາ​ເມຣິກັນ ​ເພື່ອ​ມອບ​ໃຫ້​ທ່ານ​ຜູ້​ຟັງໄດ້ຮັບ​ຟັງ​ກັນ ຂໍ​ເລີ່​ມດ້ວຍ​ເພງ Some Gave All” ​ທີ່​ຂັບ​ຮ້ອງ ໂດຍ Billy Ray Cyrus ຊຶ່ງ​ເພງ​ນີ້ ມີ​ຄວາມ​ໝາຍ​ດີ​ທີ່​ສຸ​ດເພງນຶ່ງ ​ເພາະວ່າ ມັນ​ຖ່າຍ​ທອດ​ຄວາມ​ໝາຍ​ທີ່​ວ່າ​ພວກ​ນັກ​ລົບ​ທັງຫຼາຍ​ນີ້ ​ໃຫ້ໝົດທຸກ​ສິ່ງ​ຢ່າງ​ທັງ​ຈິດ​ວິນ​ຍານ​ເພື່ອ​ປົກ​ປ້ອງປະ​ເທດ​ຊາດ.

​ສ່ວນ​ເພງ​ທີ 2 ຕໍ່​ໄປ​ນີ້ ​ແມ່ນ​ເພງ​ທີ່​ຖື​ວ່າ​ພິ​ເສດ​ອີກ​ເພງ​ນຶ່ງ ກໍ​ຂໍ​ອຸທິດ​ສ່ວນ​ກຸສົນ​ຜົນ​ບຸນ ຄຸນງາມ ຄວາມດີ​ທັງຫຼາຍ​ໃຫ້ ​ເຫຼົ່າ​ທະຫານ​ນິລະນາມ ທີ່​ໄດ້​ເສຍ​ເລືອດ​ເນື້ອ ແລະ​ພວ​ກເຂົາ​ເຈົ້າ​ຈະ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພວກ​ເຮົາ​ຕຳ​ຫຼອດ​ໄປ...​ເພງ​ນີ້​ເໝາະ​ສົມ​ທີ່​ສຸດ ​ໃນ​ບົດ​ເພງ “​Unknown Soldier ທີ່​ຂັບ​ຮ້ອງ​ໂດຍ Jeff More.

ລິງໂດຍກົງ

ຈັ່ງ​ໃດ​ກໍ​ຫຼິ້ນ​ເພງ​ສາກົນທີ່​ມີ​ຄວາມ​ໝາ​ຍ​ເພື່ອ​ມອບ​ໃຫ້​ເປັນ​ທີ່​ລະ​ລຶກ​ແລະ​ສະດຸດ​ດີ​ໃຫ້​ແກ່​ພວກ​ທະຫານ​ທຸກ​ເຫຼົ່າ​ທັບທັງ​ຍິງ​ແລະ​ຊາຍ ​ໄປ​ແລ້ວ ຂໍ​ຈັດ​ເຕັມ ຕື່ມ​ໃຫ້​ອີກ​ເພງ​ນຶ່ງ ​ໃນຜົນງານ​ເພງ ຂອງ R. Kelly ທີ່​ມີ​ຊື່ວ່າ "Soldier's Heart" ​ຂໍ​ໃຫ້​ທຸກໆມີ​ຄວາມ​ມ່ວນ​ຊື່ນ​ໃນ​ວັນ​ພັກ​ທ້າຍ​ສັບປະດາ Happy Memorial Day.

XS
SM
MD
LG