ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Crash My Party - Luke Bryan


Luke Bryan
Luke Bryan
ສບາຍດີ ​ໃນ​ຄໍ່າ​ຄືນ​ນີ້ ວັນນະ​ສອນຈະ​ພາ​ທ່ານ​ຜູ້​ຟັງ​ຂ້າມ​ນໍ້າ
ຂ້າມ​ທະ​ເລ​ມາ​ຟັງ​ເພງ​ສາກົນ ຢູ່​ທີ່​ອາ​ເມຣິກາ​ນີ້ ​ໃນ​ແນວ​ເພງ
ລູກ​ທົ່ງ ອາ​ເມຣິກັນ ຊຶ່ງ​ເພງ​ທີ່​ຈະ​ຫຼິ້ນໃຫ້ຟັງ​ໃນ​ຄືນ​ນີ້ ​ຫາ​ກໍ​ໄດ້
​ຮັບ​ລາງວັນ ACMA ທີ່​ຈັດ​ພິທີ​ປະກາດ​ຜົນໄປ​ໃນ​ວັນ​ທີ່ 06
ພະຈິກ​ຜ່ານ​ມາ​ນີ້​ເອງ ທີ່ Las Vegas.


ລາງວັນ​ທີ່​ສູງ​ສຸດປະ​ຈໍາປີກໍ​ແມ່ນ “Entertainer Of The Year” ທີ່​ທຸກໆສິນລະປິນ
ໄຝ່ຝັນຢາກ​ຈະ​ໄດ້​ຄອງ​ເປັນ​ເຈົ້າຂອງ​ ຊຶ່ງ​ປີ​ນີ້ໄດ້​ແກ່ Luke Bryan ນັກ​ຮ້ອງ​ໜຸ່ມ ທີ່​ຫຼາກ
ຫຼາຍ​ຄວາມ​ສາມາດ ທັງ​ທີ່​ເປັນ​ນັກ​ຮ້ອງ ນັກ​ແຕ່ງ​ເພງ​ນໍາ ຊຶ່ງ​ Luke ​ໄດ້​ກ່າວ​ວ່າກ່ຽວ​ກັບ
​ຜົນງານ​ຂອງ​ຜູ້ກ່ຽວ​ວ່າ ​“ການ​ທີ່​ຂາຍ album​ ໄດ້ 4-5 ລ້ານ​ແຜ່ນ​ນັ້ນ​ແມ່ນ​ຄືທີ່​ສຸດ
ແນ່ນອນ​ຢູ່​ແລ້ວ ແຕ່​ທີ່​ສໍາ​ຄັນ​ຫຼັກ​ນັ້ນ ​ແມ່ນ​ການ​ທີ່​ໄດ້ຮ້ອງ​ໄດ້​ເຮັດ​ເພງ ​ໄດ້​ສ້າງ
​ຜົນ​ງານ​ດີໆ ​ໃນ​ສິ່ງ​ທີ່​ຂ້າພະ​ເຈົ້າຖະ​ນັດ ມາ​ໃຫ້​ທ່ານ​ຜູ້​ຟັງ​ແລະ​ເຮັດ​ໃຫ້​ດີ​ຍິ່ງໆ​
ຂຶ້ນ​ໄປ​.” ​




​ເພງ​ທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ​ແມ່ນ​ເປັນ​ເພງ Crash My Party” ທີ່​ກໍາລັງ​ຍັງ​ເປັນ​ທີ່​ນິຍົມ
ຕິດອັນ​ດັບ​ຢູ່​ໃນ​ຄະນະ​ນີ້ ​ແລະ​ຂໍ​ແນະ​ນໍາ​ເພງ​ທີ່​ໄດ້​ຮັບ​ລາງວັນ “Male Vocalist Of
The Year
ທີ່​ປີ​ນີ້​ເປັນ​ຂອງ​ສິນລະປິນ​ໜຸ່ມ Jason Aldean ​ໃນ​ບົດ​ເພງ “Dirt Road
Anthem.”




ປີ​ນີ້​ເຫັນ​ຈະ​ເປັນ​ປີ​ຂອງສິນ​ລະ​ປິ​ນສາວ Miranda Lambert ເພາະ​ໄດ້​ຕັ້ງ​ຫຼາຍ​ລາງ​ວັນ
ຮວມທັງ: “Song Of The Year” “Single Of The Year”​ແລະ “Female
Vocalist Of The Year
.ຫຼື ຮັບ​ລາງວັນ​ນັກ​ຮ້ອງ​ຍິງຍອດຍ້ຽມ​ແຫ່ງ​ປີ ຊຶ່ງ​ວັນນະ​ສອນ
ຂໍ​ເນະ​ນໍາ​ເພງ “Over You” ຊຶ່ງເພງນີ້ ເປັນ​ທີ່​ມາ​ຂອງ​ລາ​ງວັນ ​ທັງຫຼາຍ​ທັງ​ປວງ​ເຫຼົ່າ​ນີ້​ ​
ເຊີນ​ຮັບ​ຟັງ​ໄດ້.

XS
SM
MD
LG