ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຕຸກ​ຕາ ພູມິ​ວົງ - ພໍ່ (ວີດີໂອຄາຣາໂອເກະ)


ທ່ານຜູ້ຟັງທີ່ເຄົາລົບ ລາຍການສຽງເພງຈາກແດນໄກ ຂອງ ວີໂອເອ ໃນແລງວັນອາທິດ ມື້ນີ້ ວັນນະສອນ ໄດ້ນໍາເອົາສຽງເພງຂັບລໍາ ອັນສະໜຸກສະໜານ ເປັນພິເສດ ມາ ສະເໜີທ່ານ ຈະມີເພງໃດແດ່ນັ້ນ ຂໍເຊີນທ່ານຈົ່ງເຂົ້າສູ່ລາຍການຂອງເຮົາໄດ້ເລີຍ.

ສະບາຍດີ​ທຸກໆທ່ານ ​ແລະ​ກັບວັນນະສອນ ​ເຊັ່ນ​ເຄີຍ​ໃນ​ຄໍ່າ​ຄືນ​ຂອງ​ວັນ​ອາທິດ ພ້ອມ​ກັບ​ເພງ ຂັບລໍາ​ລາວ​ຂະ​ນານ​ແທ້ ໃນ​ລາຍການສຽງ​ເພງ​ຈາກ​ແດນ​ໄກ ເພງ​ທໍາ​ອິດ​ນີ້ ຂໍ​ມອບໃຫ້ບັນ​ດາ​ພໍ່​ທັງຫຼາຍ ເນື່ອງ​ໃນ​ວັນ​ພໍ່​ສາກົນ​ທີ່​ຈັດ​ຫຼອງກັນ ​ໃນ​ວັນ​ອາທິດ​ທີ່​ແລ້ວ ​ແຕ່​ເນຶ່ອງຈາກ​ວ່າ ​ເພງ​ “ພໍ່”​ ທີ່​ວັນນະ​ສອນ ​ໄດ້​ຈັດ​ໃຫ້​ໄປ​ນັ້ນ ​ເປັນ​ເພງ​ສາກົນ ກໍ​ເລີຍ​ນໍາ​ເພງ​ລາວ​ທີ່​ກ່ຽວ​ກັບພໍ່ ທີ່​ຫາ​ກໍ​ຈັດ​ທໍາ​ຂຶ້ນ​ໃໝ່ ​ເພື່ອ​ພໍ່​ໂດຍ​ສະ​ເພາະ ​ເພາະວ່າ ນັກ​ຮ້ອງ​ສາວ ​ຕຸກ​ຕາ ພູມິ​ວົງ ບອກ​ມາ​ວ່າ ຕັ້ງ​ໃຈ​ໃຫ້​ອອກ​ທັນ​ວັນ​ພໍ່ ຊຶ່ງ​ອາຈານ ຄໍາ​ຫຼ້າ ໜໍ່​ແກ້ວ​ທີ່​ເປັນ​ທັງ​ນັກ​ຮ້ອງ ນັກ​ປະພັນ ​ໄດ້​ເປັນ​ຜູ້​ແຕ່ງ​ເພງ​ນີ້​ຂຶ້ນ​ມາ ວັນນະ​ສອນເຊຶ່ອ​ວ່າ ​ເນື້ອ​ໃນ​ໃຈຄວາມ​ດີ​ຫຼາຍ ຖືກ​ໃຈ​ຜູ້​ເປັນ​ພໍ່​ແລ​ະຜູ້​ເປັນ​ລູກ​ຢ່າງ​ແນ່ນອນ ຂໍ​ເຊີນ​ຮັບ​ຟັງ​ໄດ້.

ເພງ “ພໍ່ ໂດຍ ຕຸກ​ຕາ ພູມິ​ວົງ

​ເພງ​ຕໍ່​ໄປ​ນີ້ ວັນນະສອນ ວ່າ
ສຸດ​ຍອດ​ເລີຍ ເພາະວ່າ​ເປັນ
​ຈັ່ງ​ຫວະ​ແນວ ຂັບ​ຊໍາ​ເໜືອທີ່
ນໍາ​ມາ​ປະຍຸກໃຫ້​ເຂົ້າກັບ​ສະໄໝ
ຊຶ່ງ​ໄດ້​ນັກ​ຮ້ອງ​ສາວ​ສຽງ​ໃສ​ຈາກ
ສປປ ລາວ ຄໍາ​ປານີ ວົງ​ທອງ​ຄໍາ
ຮ້ອງ​ຮ່ວມ​ກັບ ​ໄມ ພິຣົມພອນ
ສິນລະປິນ ຊື່ດັງ​ຈາກປະ​ເທດ​ໄທ
ພໍ​ໄດ້​ຟັງ​ແລ້ວ ບໍ່ຜິດ​ຫວັງແນ່ນອນ
ຂໍ​ຈັດ​ມອບ​ໃຫ້​ໜຸ່ມ​ທີ່​ໝາຍ​ຕາໄວ້
ກັບ​ສາວ​ງາມແຂວງຫົວພັນ
​ໃນ​ບົດ​ເພງ “ສາວ​ງາມ​ແຫ່ງ
​ແຂວ​ງຫົວພັນ.”

ກົດ Quicktime ຂ້າງລຸ່ມນີ້ ເພື່ອເບິ່ງ Music Video

ຂໍຂອບໃຈ Official MV ใจสาวหัวพัน : ไมค์ ภิรมย์พร #18 ທີ່ໄດ້ນໍາລົງໃນ Youtube ໃຫ້ໄດ້ຊົມກັນ

ເພງສຸດ​ທ້າຍນີ້ ກໍ​ຕ້ອງ​ກໍ​ຕ້ອງ​ຍົກໂປ້​ແຖມ​ກ້ອຍ ​ເພາ​ວ່າ ນໍາ​ຂັບ​ງື່ມ​ແບບ​ດັ້ງ​ເດີມ​ມາ​ປະຍຸກ ​
ທີ່ ​ແສງ​ເດືອນ ຈັນທະ​ວິ​ໄຊ ທີ່​ມີ​ນໍ້າ​ສຽງ​ດີ ຮ້ອງ​ຄູ່​ກັບ ຈັນໂທ ​ໂສພາ ຊຶ່ງ​ທັງ​ສອງ ສິນລະປິນ​ນີ້
ຖື​ວ່າ​ເປັນ ໝໍ​ລໍາ​ຄູ່​ຂັວນ​ແຂວງວຽງ​ຈັນ ບໍ່​ເຊື່ອ​ກໍຕ້ອງ​ເຊື່ອ​ແລ້ວ​ລະ​ ຂໍເຊີນພິ​ສຸດ​ນໍ້າ​ສຽງ​
ຂອງ​ທັງສອງ​ທ່ານ​ນີ້ ​ໄດ້​ເລີຍ ​ໃນ​ບົດ​ເພງ“ຢາກ​ເປັນ​ເຂີຍ​ວຽງ​ຈັນ.”

ຂໍຂອບໃຈ ທ່ານທີ່ໄດ້ນໍາເອົາ Quicktime ຂອງ ໝໍ​ລໍາ​ຄູ່​ຂັວນ​ແຂວງວຽງ​ຈັນ ລົງໃນ Youtubeໃຫ້ໄດ້ຊົມກັນ



XS
SM
MD
LG