ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນງານເພງຂອງສິນລະປິນອາເມຣິກັນ ເຊື້ອສາຍລາວ ໃນບົດເພງ Lao Pride


EraNetik
EraNetik
ລິງໂດຍກົງ

ສບາຍດີແລະກັບມາພົບກັນເຊັ່ນເຄີຍໃນຣາຍການສຽງເພງຈາກແດນໄກຄ່ຳຄືນນີ້ ວັນນະ
ສອນ ຂໍແນະນຳສິນລະປິນອາເມຣິກັນເຊື້ອສາຍລາວ Kennedy Calvin Phounsiri ຊຶ່ງຮູ້ກັນອີກຊື່ນຶ່ງທີ່ເປັນ stage name ວ່າ "EraNetik" ຊຶ່ງຜູ້ກ່ຽວເປັນທັງນັກແຕ່ງເພງ
ແລະນັກຮ້ອງເພງແນວຮິບຮ໊ອບ ຊຶ່ງເພງນີ້ບົ່ງບອກເຖິງຄວາມເປັນລາວຢ່າງຊັດເຈນ...
ໃນບົດ​ເພງ Lao Pride.

ສ່ວນ​ເພງ​ ດາຣາ ນີ້ ​ເປັນ​ຜົນງານ​ເພງ​ຂອງສິນລະປິນລາວ ຈາກ​ກາ​ນາ​ດາ Peter Sakounkou ​ເປັນ​ທັງ​ນັກ​ຮ້ອງ​ນັກແມ່ນ​ເພງ ຈັງ​ໃດ​ກໍ​ຂໍ​ເປັນ​ກຳລັງ​ໃຈ ​ໃຫ້​ສູ້!ຕໍ່​ໄປ ​ແລະ​ກໍ​ຂໍ​ໃຫ້​ທ່ານ​ຜູ້​ຟັງ​ເອົາ​ໃຈ​ຊ່ອຍ​ສະໜັບສະໜຸນ​ສິນລະປິນລາວ​ໃນ​ຕ່າງແດນ ທຸກ​ຜູ້​ທຸກ​ຄົນ​ເລີຍ. ​ ​ຂໍ​ເຊີນ​ມ່ວນ​ຊື່ນ​ກັບ​ເພ​ງນີ້.

ວັນນະສອນຂໍຈັດເພງມ້ວນທ້າຍ​ລາຍການ​ດ້ວຍ​ເພງຮິບຮ໊ອບ ຂອງ​ນ້ອງ Kennedy ​ອີກ​ຕື່ມ​ເພງ​ນຶ່ງ ຊຶ່ງ​ເພງ​ນີ້ ​ແນ່ນອນ​ທີ່​ສຸດ ຖືກ​ໃຈ​ສາວໆ​ສຸດໆເລີຍ ​ໃນ​ບົດ​ເພງ Looking At Me ສັບປະດາ​ໜ້າ​ວັນນະ​ສອນ ຈະ​ມາ​ຈັດ​ເພງ​ໃຫ້​ຕາມ​ຄຳຂໍ ​ນອນ​ຫຼັບຝັນດີ.


XS
SM
MD
LG