ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຼວງພຣະບາງເມື່ອຍາມແລງ - ມະລີຈັນສຸກ


ມະລີຈັນສຸກ
ມະລີຈັນສຸກ

ສະບາຍດີທຸກໆທ່ານ​. ​ພົບ​ກັນ​ອີກ​ຕາມ​ເຄີຍ ພ້ອມ​ກັບ​ເພງ​ມ່ວນໆ
​ໃນ​ທຸກໆຄໍ່າຄືນ​ວັນ​ອາທິດ ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ
ຫັວງວ່າຄົງ​ມີ​ຫຼາຍໆ​ທ່ານ​ ເຂົ້າ​ໄປ​ຮັບ​ຊົມ​ຮັບ​ຟັງ​ໃນ website
​ຂອງ​ພວກ​ເຮົາ​ເປັນ​ປະຈຳ ລາຍການ​ຂອງ​ພວກ​ເຮົາທີ່​ໄດ້​ອອກ
​ອາກາດໄປ​ແລ້ວ ໂດຍ​ສະ​ເພາະ​ທ່ານ​ຜູ້​ໃດພາດ​ໂອກາດ ບໍ່​ໄດ້​
ຮັບຟັງ​ຕອນ​ທີ່​ອອກ​ອາກາດ​ສົດໆນັ້ນ. ຈັ່ງ​ໃດ​ກໍ່ຕາມ​ແຕ່ ຄ່ຳ​ຄືນ​ນີ້ ວັນນະ​ສອນ ດີ​ໃຈ​ທີ່ໄດ້​ມາ​ຈັດ​ເພງ​ມ່ວນໆ ​ໃຫ້​ທ່ານ​ຜູ້​ຟັງ​ທີ່​ຄອຍ​ຕິດຕາມ​ລາຍການ VOA ມາ​ຕະຫຼອດ ​ເຊັ່ນຍາ​ເອື້ອຍ​ສີ​ອຳ​ພອນ ນໍຣິນ ຊ່າງຕັດ​ເສື້ອ​ຝືມື​ຊັ້ນ​ຢ້ຽມ​ທີ່​ນະຄອນຫຼວງ​ວຽງ​ຈັນ ທີ່​ຕັດ​ເສື້ອ​ປ້າຍ​ໃຫ້ວັນນສອນ​ ໄດ້ສວມ​ໃສ່ ຢ່າງ​ລວດ​ເລວ​ທັນ​ໃຈລັດຄິວ​ຍາວ​ຢຽດ ​ໃຫ້​ໄດ້ທັນ​ໃຈ ຈຶ່ງ​ຂໍ​ຖື​ໂອກາດ​ນີ້ ຂອບ​ພະ​ຄຸນ​ອີກ​ຄັ້ງ​ນຶ່ງ ຈຶ່ງ​ຂໍ​ຈັດ​ເພງ​ມ່ວນໆ​ໃຫ້​ຟັງຊຶ່ງ​ຍາ​ເອື້ອຍ​ສີ​ອຳ​ພອນ ຂຽນ​ຜ່ານ​ທາງ FB ບອກ​ມາ​ວ່າ ​ມັກຫຼາຍ ມັກ​ເພງ ສາວ​ຕ່າງ​ຖິ່ນ ທີ່​ທາງ​ເຮົາໄດ້ຈັດອອກ​ອາກາດ​ໄປ​ໃນ​ສັບປະດາ​ທີ່​ແລ້ວ​ນີ້ ​ເພາະ​ເຂົ້າ​ກັບ​ຊີວິດ​ຕົວ​ເອງ ​ເພາະ​ເປັນ​ສາວ​ພັດ​ຖິ່ນ ​ເຂົ້າ​ມາ​ເຮັດ​ວຽກ​ໃນ​ເມືອງ​ຫຼວງ. ສ່ວນເພງ​ ກຸ​ຫຼາບ​ປາກ​ເຊ ທີ່​ຂັບ​ຮ້ອງ​ໂດຍ ປຣິນຍາ​ຄົນ​ເຫງົາ ທີ່​ວັນນະ​ສອນ​ໝັ້ນ​ໃຈ​ວ່າ ​ຕ້ອງຖືກ​ໃຈເອື້ອຍ​ສີ​ອຳ​ພອນ ຢ່າງ​ແນ່ນອນ ​ເພາະວ່າ​ເພງ​ນີ້ ​ເຈົ້າ​ຄຳ​ຜາຍ​ ຊ່າງ​ບັນ​ລະ​ຍາຍ​ເຖິງກຸນ​ລະສະ​ຕີ​ລາວ ພາກ​ໃຕ້ ​ໄດ້ຢ່າງສວຍ​ສົດງົດ​ງາມ...ຂໍ​ເຊີນ​ໄປ​ຟັງ​ເນື້ອ​ໃນ​ຂອງ​ເພງ​ນີ້ ພ້ອມໆ​ກັນ​ເລີຍ ​ແລະ​ໂອກາດ​ໜ້າ ປີ​ໃໝ່​ຟ້າ​ໃໝ່ ຄົງ​ຈະ​ໄດ້​ມີ​ໂອກາດ ພົບ​ກັນ​ອີກ ​ໃນ​ສປປ ລາວ ຂໍ​ໃຫ້​ເປັນແຟນລາຍການ​ຂອງ VOA ຕະຫຼອດ​ໄປ.

​ຜູ້​ຟັງ ນ້ອງ​ພອນ​ວິ​ໄລ ນາມມະ​ວົງສາ ຈາກ​ສະຫວັນ​ນະ​ເຂດ ທີ່​ຄອຍ​ຕິດຕາມ​ຮັບ​ຟັງ VOA ສະ​ເໝີ​ມາ ​ແລະ​ຂຽນ​ຜ່ານ​ທາງ FB ມາ​ວ່າ ປະຕິທິນ​ທີ່​ສົ່ງ​ໄປ​ໃຫ້​ນັ້ນ ຫາ​ກໍ​ໄດ້​ຮັບ​ວ່າ​ຊັ້ນ ຈົນ​
ຈະ​ໝົດ​ປີ​ແລ້ວ ຊຶ່ງ​ເອື້ອຍ​ວັນນະ​ສອນ​ວ່າ ມັນຕ້ອງ​ມີ​ຫຍັງ​ຜິດ​ພາດຢ່າງ​ແນ່ນອນ ​ເພາະວ່າ​ເອື້ອນ​ເຫັນ ມີ​ສະ​ແຕ໋ມຈາກ Belgium ຊຶ່ງ​ບໍ່​ຮູ້​ວ່າ ​ເປັນ​ຫຍັງ​ມັນ​ຈຶ່ງ​ຜ່ານ​ຢູ​ໂຣບ ຮອບ​ໂລກ ​ເອື້ອຍ​ວ່າ​ດີ​ແລ້ວ​ລະ ​ເພາະ​ຈະ​ໄດ້​ເກັບ​ຊອງ​ໄວ້​ເປັນ​ທີ່​ລະ​ລຶກ ​ເພາະ​ປະຕິທິນສະບັບ​ນີ້ ໄດ້​ເດີນ
ທາງ​ຜ່ານ​ຫຼາຍໆ​ປະ​ເທດມາ​ແລ້ວ ພ້ອມ​ນີ້​ຍັງ​ຂຽນ​ຂໍ​ຟັງ​ເພງ ສະຫວັນ​ແດນ​ຮັກ ທີ່​ຂັບ​ຮ້ອງ
ໂດຍ ​ອູ່​ແກ້ວ ​ໄຊ​ຊະ​ວົງ. ​ຂໍ​ມອບ​ໃຫ້​ທ່ານ​ຜູ້​ຟັງ​ຊາວ​ສະຫວັນ​ນະ​ເຂດ​ທຸກໆຄົນ...ຂໍເຊີນ​ໄປ​ຮັບ​ຟັງພ້ອມໆ​ກັນ​ເລີຍ.

ຜົນງານ​ປະພັນ​ເພງ​ຂອງ​ເຈົ້າ​ຄໍາ​ຜາຍ ​ທີ່ແຕ່ງ​ໄວ້ນັ້ນກໍມີຫຼາກ​ຫຼາຍ ​ແລະ​ມີ​ຄວາມ​ໝາຍກິນໃຈ ແລະ​ອີກ​ເພງນຶ່ງເປັນ​ທີ່​ຊື່ນ​ຊົມ​ຂອງ​ຜູ້​ຟັງ​ທີ່​ໄດ້​ຟັງ​ແລະກໍ​ມີ​ຄວາມ​ເຫັນ​ແບບ​ດຽວ​ກັນວ່າ ມ່ວນ​ຫຼາຍ ​ແລະ​ມີຜູ້ຟັງທ່ານຄຳ​ປ້ອມ ພົງ​ສະ​ຫວັນ ຈາກ​ຫຼວງ​ພະ​ບາງ ຜູ້ຊຶ່ງ​ເປັນ​ຕົວ​ຕັ້ງ​ຕົວ​ຕີ​ໃນ​ການ​ສ້າງ​ວັດປາກ​ແຈກ ​ເມືອງປາກອູ ​ແຂວງ​ຫຼວງ​ພະ​ບາງ​ ທີ່​ຂຽນເຂົ້າ​ມາຂໍຟັງຫຼວງ​ພຣະ​ບາງ​ເມື່ອຍາມ​ແລງ ຊຶ່ງ​ເພງ​ນີ້​ເຈົ້າ​ຄຳ​ຜາຍ ​ໄດ້​ສິນລະປິນ​ສຽງ​ຄຸນ​ນະພາ​ບ ຢ່າງ​ມາລີ​ຈັນ​ສຸກ ຂັບ​ຮ້ອງ ກໍ​ຍິ່ງ​ເຮັດ​ໃຫ້​ເພງ​ນີ້​ໜ້າ​ຟັງຍິ່ງ​ຂຶ້ນ. ຢ່າ​ລືມ​ກັບ​ມາ​ຟັງ​ເພງ​ມ່ວນໆ ພ້ອມ​ກັນ​ອີກ​ໃນ​ລາຍ
ການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ຂໍ​ໃຫ້​ທຸກໆທ່ານນອນ​ລັບ​ຝັນຫວານ...

XS
SM
MD
LG