ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ​ນ້ອງອ້າຍບໍ່ຕ້ອງມີ​ເຂົາ - ຂັນ​ທະ​ລີ ​ເມືອງ​ໃຕ້


Khanthaly Muangtaiy
Khanthaly Muangtaiy

ສະບາຍດີທ່ານຜູ້ຟັງ ກັບ​ມາ​ພົບ​ກັນ​ອີກ​ຕາມ​ເຄີຍ ​ແລະ​ຟັງ​ເພງ​ລາວ​ມ່ວນໆ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ ຊຶ່ງ​ທາງ​ເຮົາ​ກໍ​ຈະ​ສັນ​ຫາ​ແຕ່​ເພງ​ມ່ວນໆ​ຂອງ​ສິນລະປິນ​ລາວ ​ໃນ​ທົ່ວ​ໂລກ ມາ​ຝາກ​ທ່ານ​ຜູ້​ຟັງ ຄ່ຳ​ຄືນ​ນີ້ ວັນນະ​ສອນ ມີ​ເພງ​ໃໝ່ໆ​ຂອງສິນລະປິນສາວ​ລາວ-​ອາ​ເມຣິກັນ ຈາກ​ລັດ Illinois ຂັນ​ທະ​ລີ ​ເມືອງ​ໃຕ້ ຊຶ່ງ​ເປັນ​ສິນລະປິນ​ທີ່​ມີ​ຄວາມ​ສາມາດ ທັງ​ຮ້ອງ​ເພງ ທັງຂັບ​ລຳ​ລາວ​ຂະໜານ​ແທ້​ໄດ້...ຂໍ​ເລີ້ມ​ດ້ວຍ​ເພງ ມີ​ນ້ອງອ້າຍບໍ່ຕ້ອງມີ​ເຂົາ ຊຶ່ງ​ເປັນ​ຊື່​ຊຸດ​ຫວັງ​ວ່າ ທ່ານ​ຜູ້​ຟັງ​ຄົງ​ຈະ​ຈັດ​ໃຫ້ ຂັນ​ທະ​ລີ ​ເມືອງ​ໃຕ້ ​ເຂົ້າ​ໃນ​ລາຍຊື່​ຂອງ​ສິນລະ ປິນທີ່​ທ່ານ​ຊື່ນ​ຊົມ ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.

​ຈັ່ງ​ໃດ​ກໍ​ໄດ້​ຟັງ​ເພງຂອງ ຂັນ​ທະ​ລີ ​ເມືອງ​ໃຕ້ ​ໄປ​ແລ້ວ ອັນ​ດັບ​ຕໍ່​ໄປ​ຂໍ​ເຊີນ​ທ່ານ​ຟັງ​ຂັບ​ລຳ​ລາວ ວ່າ​ສຽງຂອງ ຂັນ​ທະ​ລີ ​ຈະ​ມ່ວນ​ຂະໜາດ​ໃດ ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ ຂັບ​ລຳ​ລາວ​ທີ່ມີ​ຊື່ວ່າ...ລຳ​ແຄນ.

ລິງໂດຍກົງ

​ຄົງ​ມີ​ຫຼາຍໆ​ທ່ານ​ສົງ​ໃສ​ວ່າ ສາວ​ໃຕ້ ຢ່າງ ຂັນ​ທະ​ລີ ​ເມືອງ​ໃຕ້ ຈະ​ສາມາດ​ຂັບ​ທຸ້ມຫຼວງ​ພະ​ບາງ​ໄດ້ ນອກຈາກ​ຈະ​ເກັ່ງ ທັງ​ຮ້ອງ​ເພງ​ແລະ​ຂັບ​ລຳ​ລາວ​ໄດ້​ແລ້ວ ຍັງ​ ຂັບ​ທຸ້ມຫຼວງ​ພະ​ບາງ ໄດ້​ອີກ ຂໍ​ເຊີນ​ໄປ​ພິສູດ​ໄດ້​ເລີຍ ​ໃນ ຂັບ​ທຸ້ມຫຼວງ​ພະ​ບາງ ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ.​ ຂໍ​ໃຫ້​ທຸກໆ​ທ່າ​ນ ນອນ​ຫຼັບ​ຝັນ​ດີ.

XS
SM
MD
LG