ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກັບ​ມາ​ຮັກ​ກັນ​ໃໝ່​ ເປັນຜົນງານ ເພງອະມະຕະ ຂອງ ວໍຣະ​ເດດ ດິດທະ​ວົງ


ວໍຣະ​ເດດ ດິດທະ​ວົງ
ວໍຣະ​ເດດ ດິດທະ​ວົງ

ສະບາຍດີ​ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ ວັນນະສອນດີໃຈທີ່ໄດ້ກັບມາ ຈັດເພງມ່ວນໆ ໃຫ້ຜູ້ຟັງໄດ້ຮັບຟັງກັນ ​ເພງ​ທໍາ​ອິດ​ນີ້ ຂໍ​ຈັດ​ໃຫ້​ທ່ານ ອໍຣະພິນ Price ຈາກ​ອ໊ອສ​ເຕຣ​ເບຍ ຜູ້ຟັງອີກທ່ານນຶ່ງທີ່ຄອຍເປັນກໍາລັງໃຈແລະຕິດຕາມຮັບຟັງ VOA ມາຕະ ຫຼອດ ທີ່ຂຽນຜ່ານ​ທາງ Facebook ​ບອກ​ມາ​ວ່າ ມັກ​ແລະ​ຊື່ນ​ຊົມ​ເພງ​ລາວ ​ໂດຍ​ສະ​ເພາະ​ຜົນງານ​ເພງ​ດັງ​ໃນ​ອະດີດ ບໍ່​ວ່າ​ຈະ​ເປັນ​ເພງ ຢ່າ​ຫ່ວງ ​ໄຕ​ດຳ​ລຳ​ພັນ ​ແລະ​ຄັ້ງ​ນີ້​ຂໍ​ຟັງ​ເພງ ​ ກັບ​ມາ​ຮັກ​ກັນ​ໃໝ່​ ​ແລະ​ວັນນະ​ສອນ​ວ່າຄົງ​ຈະ​ບໍ່​ຕ້ອງ​ອະ​ທິບາຍ​ກັນ​ມາກ​ມາຍ​ສຳ​ຫຼັບ​ສິນລະປິນ​ຮຸ່ນ​ອະວຸ​ໂສ...ທີ່​ມີ​ຜົນ​ງານ​ດັງໆ ອອກ​ມາ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ຟັງ​ກັນ ຈົນ​ເປັນ​ຕຳນານ...ຂໍ​ເຊີນ​ໄປ​ຟັງ​ເພງ​ດັງ​ໃນ​ອະດີດ ຂອງ ວໍຣະ​ເດດ ດິດທະ​ວົງ ພ້ອມໆ​ກັນ​ເລີຍ.

ຂໍ​ຂອບ​ໃຈ​ນ້ອງ​ວົງ​ສີ ຜູ້​ຟັງ​ຈາກ ນະຄອນຫຼວງ​ວຽງ​ຈັນ ທີ່​ຂຽນ​ບອກ​ມາ​ກ່ຽວ​ກັບ​ເພງ​ມົ້ງທີ່​ທາງ​ເຮົາ ​ໄດ້​ຈັດ​ໃຫ້​ຟັງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ວ່າ​ແມ່ນ​ເພງ ທີ່​ມີ​ຊື່ວ່າ “​ໃຫ້​ນ້ອງ​ເປັນ​ຄົນ​ທີ່​ອ້າຍ​ເສ​ຍ ດາຍ” ຈັ່ງ​ໃດ​ນ້ອງ​ວົງ​ສີ ກໍ​ຂຽນ​ມາບ​ອກທາງ​ເຮົາ​ແລ້ວ ວັນນະ​ສອນ ກໍ​ຂໍ​ຈັດ​ເພງ​ມ່ວນ​ໃຫ້​ຟັງ ​ເພື່ອ​ຕອບ​ແທນ​ຄວາມ​ມີ​ນ້ຳ​ໃຈ ຂໍ​ຟັງ​ຈັດເພງ “ວອນ​ຮັກສາ​ວມົ້ງ” ຜົນງານ​ເພງຂອງ​ບຸນຊູ ຍາວົງ ສິນລະປິນ​ລາວ-​ອາ​ເມຣິກັນ ຈາກ​ລັດ Colorado.

ລິງໂດຍກົງ

ສ່ວນ​ເພງ​ “ຮັກ​ບໍ່​ລືມ” ​ຂອງ​ອາຈານ​ຄຳ​ຫຼ້າ​ໜໍ່​ແກ້ວ​ນີ້ ຂໍ​ຈັດ​ໃຫ້​ຍາ​ລຸງ ວົງ​ຫອມ ດຳຣົງ ທີ່​ໃຫ້​ຫຼານ​ສາວ​ຂຽນ​ເຂົ້າ​ມາ​ຂໍ​ຟັງ​. ວັນນະ​ສອນ ຂໍ​ກາບ​ຖາມ​ສະບາຍດີ ​ແລະ​ຂອບ​ໃຈ​ໃນ​ຄວາມ​ສະໜັບສະໜຸນ​ແລະ​ສົ່ງ​ເສີມ ຕິດຕາມ​ຮັບ​ຟັງ VOA ມາ​ນານ​ກວ່າ 50 ປີ ກໍ​ຂໍໃຫ້ຍາ​ລຸງ​ມີ​ສຸຂພາບ​ເຂັ້ມ​ແຂງ ​ແບະ​ເປັນ​ກຳລັງ​ໃຈ​ໃຫ້ VOA ຕະລອດ​ໄປ​ແລະ​ຕະລອດ​ການ.

XS
SM
MD
LG