ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຫັນ​ພຽງ​ພາບ - ເພງດັງໃນອະດີດ ນຳມາ ຂັບຮ້ອງໃໝ່ ໂດຍ ອຸດອນ ວົງສີ


ອຸດອນ ວົງສີ
ອຸດອນ ວົງສີ
ລິງໂດຍກົງ

ສະບາຍດີ ແລະ​ຍິນ​ດີ​ຕ້ອນຮັບ​ທ່ານຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​
ຈາກ​ແດນໄກ​ຂອງ VOA ໃນ​ຄ່ຳ​ຄືນ​ຂອງ​ວັນ​ອາທິດ ທ້າຍ​ເດືອນ
ມິຖຸນາ​ນີ້ ກ່ອນ​ອື່ນ ວັນນະ​ສອນ​ ຕ້ອງຖາມ​ໄຖ່ສະ​ບາຍ ​ແລະ​ຂໍຂອບ
​ໃຈທຸກໆ​ທ່ານ ທີ່​ແວະ​ວຽນ​ເຂົ້າ​ມາ​ຖາມ​ໄຖ່​ສະບາຍດີກັນ ຜ່ານ​ທາງ
Facebook ​ເຂົ້າ​ມາ​ຫາ​ທາງ​ເຮົາ ຂໍ​ຟັງ​ເພງ​ນັ້ນ​ນີ້ ຊຶ່ງເພງຕໍ່​ໄປ​ນີ້
ຂໍ​ຈັດ​ໃຫ້​ຜູ້​ຟັງທ່ານ​ຫົງ​ຄຳ ວົງ​ພັກດີ ທີ່​ຂຽນ​ຂໍ​ຟັງ​ເພງ​ຂອງ ອຸດອນ
ວົງ​ສີ
ສິນລະປິນລາວ ສຽງ​ອຳ​ມະຕະຈາກ​ອອສ​ເຕຣ​ເລຍ​ ໃນ​ບົດ​
ເພງ “​ເຫັນ​ພຽງ​ພາບ” ​ທີ່​ເພງ​ເກົ່າ​ທີ່​ປະພັນ​ໂດຍ ອາຈານພົມມະ
ພິມມະສອນ
​ທີ່​ອະ​ໄສ​ຢູ່​ກາ​ນາ​ດາ ​ວັນນະ​ສອນ ​ແນ່​ໃຈ​ວ່າ ທຸກໆ​ທ່ານ​ຈະ​ຕ້ອງ​ມັກ​ຮັກ​ເພງ​ນີ້...​ເພາະວ່າ​ທຸກ​ຄັ້ງ​ທີ່ໄດ້ຟັງ​ເພງ​ເກົ່າໆ ​ເພງ​ຫວານ​ໃນ​ອະດີດ ​ເຮັດ​ໃຫ້​ພວກ​ເຮົາຄົນ​ລາວ ​ທຸກໆທ່ານ​ທີ່​ມັກ​ຮັກ​ໃນ​ເພງ​ລາວນັ້ນ​ ຍິ່ງຟາກ​ຈະ​ຖະໜອມ​ແລະ​ຮັກສາເພງ​ລາວ​ໃຫ້​ສືບ​ທອດ​ຕໍ່ໆ​ໄປ ຕາບ​ນານ​ເທົ່າ​ນານ.

ສ່ວນເພງ “ຮັກ​ເຈົ້າ​ສຸດ​ຫົວ​ໃຈ” ຂອງສິນລະປິນສາວ ​ແສງ​ຈັນ ນະຄອນ​ທັບ ຂັບ​ຮ້ອງ​ນີ້ ຈັດ​ໃຫ້​ຕາມ​ຄຳຂໍ​ຂອງ​ທ່ານ ສຸພາບ ນະຄອນ​ທັບ ທີ່​ຂຽນ​ເຂົ້າ​ມາ​ທາງ Facebook ບອກ​ມາ​ວ່າ ມັກເພງ “ຮັກ​ເຈົ້າ​ສຸດ​ຫົວ​ໃຈ” ນີ້ເປັນ​ທີ່​ສຸດ ​ເດີ​ມທີ່​ແລ້ວ​ເພງ​ຕົ້ນສະບັບ ​ເປັນ​ເພງ​ຂອງ​ຜູ້​ຊາຍ ​ແຕ່ ດ້ວຍ​ສຽງ​ອັນ​ກັງ​ວານ​ແລະ​ອ່ອນ​ຊ້ອຍ​ຂອງ​ແສງ​ຈັນ ນະຄອນທັບ ຈຶ່ງ​ເຮັດ​ໃຫ້​ເພງ​ນີ້ ​ແບບວ່າ ຟັງໄປ ເຄີ້ມ​ໄປ ຊຶ່ງ​ກັບ​ຄວາມ​ໝາຍ​ຂອງ​ເພງ​ນີ້ ​ແລະ​ຫວັງ​ວ່າ ທ່ານ​ຜູ້​ຟັງ ທີ່​ກຳລັງ​ຮັບຟັງຢູ່​ໃນ​ຂະນະ​ນີ້ ຄົງ​ຈະ​ມີ​ຄວາມ​ຮູ້ສຶກ​ເຊັ່ນ​ດຽວ​ກັບ​ວັນນະ​ສອນ ​ແລະ​ຂໍ​ໃຫ້​ມ່ວນ​ຊື່ນ​ກັບ​ເພງ​ນີ້.

ສ່ວນ​ເພງ ຫອມ​ກິນ​ຈຳປາ ​ນີ້​ຈັດ​ໃຫ້​ຕາມ​ຂໍ້​ຄວາ​ມຂອງ​ທ່ານ​ຜູ້​ຟັງ​ທີ່​ຂຽນຂໍ້ຄວາມ​ວ່າ ເພງ
ຫ​ອມ​ກິນຈຳປາ
ນີ້ ​ເຮັດ​ໃຫ້​ຜູ້​ຂ້າ​ຄິດ​ຮອດ​ເມືອງ​ລາວ ​ແລະ​ວັນນະ​ສອນ ​ວ່າ ເພງນີ້ທີ່ ລີກ ອຸດົມ​ໄຊ ​ໄດ້​ຂັບ​ຮ້ອງ​ນັ້ນ​ແມ່ນໃສ່​ອາລົມ​ເຕັມທີ່​ແລະ​ເພີ້​ມຄວາມ​ຫວານ ຍິ່ງທີ່​ເຮັດໃຫ້​ເພງ​ນີ້​ມີ​ຄວາມ​ໝາຍ ​ແລະ​ເຮັດ​ໃຫ້ຫຼາຍໆ​ທ່ານ ​ໄດ້​ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ . ຂໍໃຫ້ທຸກໆ​ທ່ານຈົ່ງ​ນອນ​ລັບ​ຝັນ​ຫວານ​.

XS
SM
MD
LG