ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ​ສິດ​ຮັກ - ບໍ່​ມີ​ສິດ​ຄອບ​ຄອງ - ອ້າຍຍອດ ລາວລ້ານຊ້າງ


ອ້າຍຍອດ ລາວລ້ານຊ້າງ
ອ້າຍຍອດ ລາວລ້ານຊ້າງ

ສະບາຍດີ​ ແຟນ​ລາຍການສຽງ​ເພງ​ຈາກ​ແດນ​ໄກຂອງ VOA
ທຸກໆ​ທ່ານ ຂໍ​ຈັດ​ເພງ “ມີ​ສິດ​ຮັກ - ບໍ່​ມີ​ສິດ​ຄອບ​ຄອງ” ຊຶ່ງ​ເປັນ​
ຜົນງານ​ເພງ​ໃໝ່ໆ​ຂອງ​ອ້າຍ​ຍອດ ລາວ​ລ້ານ​ຊ້າງ ຂໍ​ຈັດ​ມອບ
​ໃຫ້​ເອື້ອຍ​ສີ​ປະ​ໄພ ດວງ​ພູ​ມີ ຜູ້​ຟັງ​ຈາກ​ລັດ​ເວີ​ຈີ​ເນຍ ທີ່​ຂຽນ​ເຂົ້າມາ
​ທາງ Facebook ບອກ​ວ່າ ຕິດຕາມ​ຮັບ​ຟັງ​ລາຍການ VOA ສະ​ເໝີ​ມາ ວັນນະ​ສອນ ກໍ​ຂໍ​ຂອບ​ໃຈແລະ​ຂໍ​ຈັດ​ເພງ​ນີ້ມ​ອບ​ໃຫ້​ແທນ​ຄຳ​ຂອບ​ໃຈ ​ແລະ​ຫວັງ​ວ່າ​ເພງ​ທີ່​ຈັດ​ໃຫ້​ຟັງ​ນີ້ ຄົງ​ຖືກ​ໃຈ ເອື້ອຍ​ສີ​ປະ​ໄພ ບໍ່​ຫຼາຍ​ກໍ​ໜ້ອຍ ​ເອົາ​ຂໍ​ເຊີນ​ໄປ​ຟັງ​ເພງ​ນີ້ ພ້ອມ​ໆກັນ​ເລີຍ.

ສ່ວນ​ເພງ “ນາງ​ຟ້າ” ​ແນວ​ເພງ​ສະຕິ​ງຂອງ​ສປປ ລາວ ​ໂດຍວົງ ​ເມ​ດູ​ເຊຍ ຂອງ​ຄ້າຍ​ເພງ
Modern Music ນ້ຳ​ສຽງ​ລີລາດີ ​ແລະ​ເນື້ອ​ຮ້ອງ​ທຳນອງ ກໍ​ກິນ​ໃຈ ຂໍ​ຈັດ​ເອົາ​ໃຈ​ໄວ​ລຸ້ນລາວ ​ແລະ​ຢາກ​ຈະ​ໃຫ້​ຫຼາຍໆ​ທ່ານ​ໄດ້​ຕິດຕາມ​ແລະ​ຮັບ​ຊາບ​ວ່າ ວົງ​ການ​ເພງ​ຂອງ​ສປປ ລາວ ນີ້ ​ໄປ​ຮອດ​ໃສ​ແລ້ວ ​ແລະ​ຫວັງ​ວ່າ ​ເພງ“ນາງ​ຟ້າ” ​ນີ້ ຄົງ​ເຮັດ​ໃຫ້​ຫຼາຍໆ​ທ່ານ​ຈິນຕະນະ ຄິດ​ຢາກ​ມີນາ​ງຟ້າ​ເປັນ​ສາວລາວ ທີ່​ຕົກ​ຈາກສະຫວັນ ລົງ​ມາ​ບົນ​ດິນ ວ່າ​ບໍ່?


ຂໍ​ອຳ​ລາ​ທ່ານ​ດ້ວຍ​ເພງ​ຫວານ ​ໃນ​ອະດີດ​ທີ່​ແຕ່ງ​ໂດຍ ອາຈານ ສ. ​ແສງ​ສິຣິວັນ ​ແລະ​ໄດ້​ສິນລະປິນ​ສາວ​ລາວ​ຈາກ​ຝຣັ່ງ ຂັນແກ້ວ ນຳ​ມາ​ຂັບ​ຮ້ອງ​ໃໝ່ ​ເມື່ອ​ໄດ້ຟັງ​ເພງ “​ເມື່ອ​ສິ້ນ​ຄັວນໝອກ” ນີ້​ແລ້ວ ວັນນະ​ສອນ​ວ່າ ຄົງ​ຄິດ​ເຖິງ​ຄວາມ​ເກົ່າ​ຄວາມ​ຫຼັງ. ຂໍ​ໃຫ້​ທຸກໆ​ທ່ານ​
ນອນ​ລັບ​ຝັນ​ຫວານ. ພົບ​ກັນໃໝ່ ໃນອາທິດໜ້າ.

XS
SM
MD
LG