ເພງ “ມາເດີ້ ມາເດີ້ ” ເພງທຳນອງ Hip- Hop ຂອງສິນລະປິນ
ລາວ-ອາເມຣິກັນ Rapper ຕຸ້ຍ ທວັນນະສອນ ເຫັນວ່າ ເປັນການ
ສົ່ງເສີມສິນລະປິນ ລາວ-ອາເມຣິກັນ ຊຶ່ງເຖິງແມ່ນວ່າພວກສິນ
ລະປິນ ລາວເຫຼົ່ານີ້ຈະເຕີບໃຫຍ່ໃນຕ່າງແດນກໍຕາມ ແຕ່ພວກ
ເຂົາຍັງຮັກແລະຜູກພັນກັບ ຮາກເຫງົ້າ ຮີດຄອງປະເພນີ ທັງວັດ
ທະນະທຳ ແລະວິຖີຊີວິດ ຄວາມເປັນລາວຂອງພວກເຂົາຢູ່ ຈຶ່ງເຮັດ
ໃຫ້ພວກເຂົາເຈົ້າພະຍາຍາມ ແຕ່ງເພງແນວນີ້ຂຶ້ນມາ. ຈຶ່ງຂໍຈັດໃຫ້ ທ່ານ ອຸ່ນສະໜອງ ສິນທະນູ ຜູ້ຟັງທີ່ຂຽນຂໍ້ຄວາມໄວ້ໃນ web-site ໃນລາຍການສຽງເພງຈາກແດນໄກຂອງ VOA ວ່າ “ເນື້ອຮ້ອງ ທຳນອງ ເພງລາວ ແມ່ນ ອຳມະຕະ ນັກຮ້ອງສຽງດີ ຟັງກໍມ່ວນ.” ເທື່ອນີ້ ວັນນະສອນ ຂໍຝາກເພງທຳນອງແນວໃໝ່ ເອົາໃຈໄວຮຸ້ນເປັນຢ່າງດີ ຫວັງວ່າ ເພງນີ້ ຄົງຈະເຮັດໃຫ້ຜູ້ຟັງ ທ່ານອຸ່ນສະໜອງ ໄດ້ຮັບຟັງເພງທຳນອງແນວໃໝ່ໆ ເພື່ອທີ່ຈະໄດ້ຂຽນຄວາມຄິດເຫັນເຂົ້າມາ.
ສ່ວນເພງ “ປ່ອຍມັນໄປ” ທີ່ຂັບຮ້ອງໂດຍ ມາລີ ພອນປະດິດ ສິນລະປິນສາວໜ້າໃໝ່
ຂອງວົງການ ຊຶ່ງນີ້ ກໍຄືບົດບາດໃໝ່ຂອງນັກຮ້ອງສາວ ລາວ-ອາເມຣິກັນ ມາລີ ພອນປະດິດ ຊຶ່ງເປັນທັງນັກຂຽນ, ນັກກະວີທີ່ເຄີຍມີຜົນງານຂຽນ ຮວມເຫຼັມມາແລ້ວ ແລະນີ້ ກໍເປັນການຂຽນເພງຄັ້ງທຳອິດ ຂອງຜູ້ກ່ຽວ. ເພາະນັ້ນ ວັນນະສອນ ຂໍຝາກຜົນງານເພງ
ປ໊ອບ ນີ້ມາໃຫ້ທ່ານຜູ້ຟັງໄດ້ຊ່ອຍກັນສະໜັບສະໜຸນແລະສົ່ງເສີມ ຊຶ່ງຄົນລາວດ້ວຍກັນ.
ສວນເພງສຸດທາຍນຂໍຈັດໃຫ້ທ່ານ ບົວຫອມ ດຳຣົງ ຜູ້ຟັງທຟັງວິທະຍຸ VOA ຂຽນບອກມາວາ ມັກຟັງເພງລາວ ແບບວ່າ ກິນເຂົ້າແລງນຳກັນທຸກມື້ ຟັງຂໍ້ມູນຂ່າວສານຊຶ່ງໄດ້ທັງສາລະ
ແລະບັນເທີງ ເປັນຜູ້ຟັງທີ່ຮັກດຽວໃຈດຽວຍາວນານກວ່າ 50ປີ ຍັງຄິດຮອດຄິດເຖິງ ຢູ່ບໍ່ແລ້ວ ເພິ່ນຍັງບອກມາວ່າ ໃຫ້ວັນນະສອນຈື່ຈຳຄຳຜະຫຍາທີ່ວ່າ "ໄດ້ກິນລາບນັກເປົ້າ
ຢ່າລືມກ້ອຍແຈ່ວຈີ່ນາຍເດີ" ແລະຂໍຟັງເພງຂອງອາຈານ ຄຳຫຼ້າ ໜໍ່ແກ້ວ ໃນບົດເພງຮັກບໍ່ລືມ. ວັນນະສອນ ຫວັງວ່າ ທ່ານຜູ້ຟັງ ກໍຄົງຈະມັກຮັກເພງນີ້ແບບຍາລຸງບົວຫອມ ເຊັ່ນກັນ… ເຊີນໄປຟັງພ້ອມໆກັນເລີຍ.