ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປຣິດສະໜາ​ໃຈ - ສິດທິ​ພອນ ສຸວັນນະ​ສຸກ


 ສິດທິ​ພອນ ສຸວັນນະ​ສຸກ
ສິດທິ​ພອນ ສຸວັນນະ​ສຸກ

ສະບາຍ​ດີ​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ທຸກໆ​ທ່ານ ວັນນະສອນ ຂໍ​ເລີ້ມດ້ວຍ​
ເພງ​ຫວານໆ ​ປຣິດສະໜາ​ໃຈ ເປັນ​ເພງປ໊ອບທີ່​ຖືກ​ໃຈ​ໄວ​ລຸ້ນ​ເປັນ​ທີ່​ສຸດ ​ເພາະ​ເພງ​ນີ້ ​
ໄດ້​ສິນລະປິນ​ຄຸນ​ນະພາ​ບຢ່າງ ​ສິດທິ​ພອນ ສຸວັນນະ​ສຸກ ມາ​ຂັບ​ກ່ອມ​ທ່ານ​ຜູ້​ຟັງ...ແລະ​ປະພັນ​ໂດຍ​ກ໊​ອກ ສຸຣິຍະ​ເດ​ດ ສິນລະ​ປິນລາວ - ກາ​ນາ​ດາ ລຸ້ນອ້າຍ ​ວັນນະ​ສອນ​ ຫວັງ​ວ່າ ອີກ​ບໍ່​ດົນ ທ່ານ​ຜູ້​ຟັງ​ກໍ​ຄົງ​ໄດ້ຈັບຈອງ​ເປັນ​ເຈົ້າ​ຂອງ​ແລ້ວ ​ເວລາ​ນີ້​ສິດ​ທິພອນ ບອກ​ມາວ່າ ​
ກໍ​ໃກ້ຈະ​ເສັດ​ແລ້ວ ຄົງ​ອີ​ກບໍ່​ນານ​ເກີນ​ລໍ…ອົດ​ໃຈ​ລໍຖ້າ​ບຶດ​ນຶ່ງ ຂໍ​ເຊີນ​ຮັບຟັງ​ຈາກ​ລາຍການ​ຂອງ VOA ​ໄປ​ກ່ອນ. ຂໍ​ຈັດ​ມອບໃຫ້​ແຟນລາຍການ​ທຸກໆ​ທ່ານ ​ໂດຍ​ສະ​ເພາະ​ທ່ານ​ຜູ້​ຟັງ ທີ່​ຄອຍ​ຕິດຕາມ​ຮັບ​ຟັງ ລາຍການສຽງເພງຈາກແດນໄກຂອງ VOA

ສ່ວນ​ເພງ​ຕໍ່​ໄປ​ນີ້ ​ເປັນ​ເພງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຂອງຫຼາຍໆ​ທ່ານ ​ເປັນ​ຜົນງານ​ຂອງ​ກິກ
ຈາກວົງ Dozo ສິນລະປິນ​ໄວ​ລຸ້ນຈາກ ສປປ ລາວ ​ແລະ​ວັນນະສອນ ວ່າ ​ແນ່ນອນ​ທີ່​ສຸດ​ຈະ​ຕ້ອງຖືກໃຈ​ໄວ​ລຸ້ນ​ເປັນ​ທີ່​ສຸດ ​ເພາະ​ເພງ​ນີ້ ແມ່ນ​ຖືກດົນ​ໃຈ​ທຸກ​ຄົນ​ທີ່​ໄດ້​ຟັງ ​ເພາະວ່າ​ ​ເມື່ອ​ໃດໄດ້​ຟັງ​ເພງນີ້ຈະ​ເຮັດ​ທ່ານ​ ເຂົ້າ​ໃຈ ​ຊຶ່ງ​ຊ່າງ​ບັງເອີນ ​ເປັນ​ຊື່​ຂອງ​ເພງ​ນີ້ພໍດີ. ຂໍ​ເຊີນ​ໄປ​ຟັງ ພ້ອມ​ກັນ​ເລີຍ...

ຂໍ້ຄວາມ​ຕໍ່​ໄປ​ນີ້ ​ຂຽນ​ເຂົ້າ​ມາ​ຜ່ານ​ທາງ Facebook ຈາກທ່ານ ກ່ອງປະກັນ ຣາຊພົນ ຜູ້ຟັງຈາກ ຝຣັງ ທີ່ທາງລາຍການຊີວິດຊາວລາວຂອງ VOA ໄດ້ສຳພາດເລື້ອງລາວຂອງ
ທ່ານມາແລ້ວ ໃນຫວ່າງບໍ່ດົນມານີ້ ແລະທ່ານ ກ່ອງປະກັນ ຣາຊພົນ ກໍເປັນຜູ້ຟັງຄົນນຶ່ງທີ່
ຄອຍຕິດຕາມຮັບຟັງລາຍການອງ VOA ມາຕະຫຼອດ ແລະຄັ້ງນີ້ ຍັງຂຽນເຂົ້າມາທັກທາຍ
ທາງເຮົາອີກ ເພາະສະນັ້ນ ວັນນະສອນ ຈຶ່ງຂໍຈັດເພງໃຫ້ຟັງ​ເລີຍ ເພື່ອວ່າຈະໄດ້ລຳລຶກເຖິງ
ອະດີດ... ແລະວັນນະສອນວ່າ ເພງນີ້ ຄົງເຮັດໃຫ້ທ່ານກ່ອງປະກັນ ຣາຊພົນມີຄວາມຮູ້ສຶກ
ແບບນັ້ນແທ້. ຂໍເຊີນໄປຮັບຟັງເພງ ນາງ ເພງອຳມະຕະ ຍອດນິຍົມຂອງສິນລະປິນລຸ້ນ
ອາວຸໂສ ສີລາວົງ ແກ້ວ ທີ່ຖືວ່າເປັນຄູເພງ ຜູ້​ນຶ່ງ ກໍວ່າໄດ້.

ພົບກັນໃໝ່ໃນສັບປະດາໜ້າ ຂໍໃຫ້ທຸກໆທ່ານນອນ​ຫຼັບ​ຝັນ​ດີ ແລະພົບກັນໃຫມ່
ໃນສັປດາຫນ້າ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG