ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເພງຄົງ​ເຊ​ໂດນ​ທີ່​ຮັກ ທີ່ ມະລີຈັນສຸກ ຂັບຮ້ອງ ຄົງຖືກໃຈທ່ານຜູ້ຟັງຢ່າງແນ່ນອນ


ມະລີຈັນສຸກ
ມະລີຈັນສຸກ

ສະບາຍດີແຟນລາຍການ​ທຸກຖ້ວນ​ໜ້າ​ ບັດນີ້​ກໍ​ຢ່າງ​ເຂົ້າ​ເດືອນ​ມິຖຸນາ-ກາງ​ປີ​ແລ້ວຫວັງ​ວ່າ ເຄິ່ງປີທີ່ຜ່ານມານີ້ ທ່ານຜູ້ຟັງຄົງຈະປະສົມຜົນສຳເລັດທຸກປະການ ແລະຂໍໃຫ້ເຄິ່ງປີຂ້າງ ໜ້ານີ້ ກໍຂໍໃຫ້​ປະສົບ​ຜົນ​ສໍາ​ເລັດ​ຍິ່ງໆຂຶ້ນໄປ ຂໍຈັດເພງ "ເຊ​ໂປ​ນລຳ​ລຶກ" ​ໃຫ້​ທ່ານ​ຜູ້​ຟັງ​ທ່ານ ຄຳ​ໃສ ດວງ​ຄຳ​ຜີວ ທີ່​ຂຽນຜ່ານ​ທາງ Facebook ຂໍ​ຟັງ​ເພງ​ເກົ່າ ​ເພງ​ດັງ​ໃນ​ອະດີດ ຂອງ​ທ່ານ​ບຸນທ່ຽງ ມະນີວົງ ທາງ​ເຮົາ ກໍ​ຂໍ​ຈັດ​ໃຫ້​ເລີຍ. ຫວັງ​ວ່າ​ທ່ານ​ຄຳ​ໃສ ​ໄດ້​ຟັງ​ແລ້ວ ຄົງ​ຈະ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ.

ສ່ວນ​ເພງ​ທີ່​ສອງ​ນີ້ຂໍ​ຈັດ​ໃຫ້​ແຟນລາຍການ​ທຸກໆ​ທ່ານ ​ແບບ​ວ່າ​ຄິດ​ຮອດ ​ເພາະໄດ້​ຍິນເພງ​ນີ້ຍາມ​ໃດ ກໍຮ້ອງ​ຕາມ. ບໍ່​ເຊື່ອ​ກໍ​ຕ້ອງ​ໄປ​ຟັງ​ແລະອອກມາຟ້ອນລຳ ພ້ອມໆ​ກັນ​ເລີຍ ​ແລະ​ຫວັງ​ວ່າ​ຄົງ​ເປັນ​ທີ່​ພໍ​ໃຈ​ທ່ານ​ຜູ້​ຟັງ ບໍ່ຫຼາຍ ກໍນ້ອຍ.

​ເພງ​ທີ່​ທ່ານ​ຟັງ​ຜ່ານ​ໄປ​ນັ້ນ​ແມ່ນ​ເພງ “ດົນໆເຫັນ​ກັນ​ເທື່ອ​ນຶ່ງ” ຂອງ ຈ່ອຍ ທົດ​ສະກັນ. ວັນນະສອນພ້ອມດ້ວຍລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ຂໍ​ອໍາ​ລາ​ທ່ານ​ຜູ້​ຟັງ​ດ້ວຍ​ເພງ ​ “ຄົງ​ເຊ​ໂດນ​ທີ່​ຮັກ” ທີ່​ຂັບ​ຮ້ອງ​ໂດຍ ​ເຈົ້າ​ຂອງ​ສຽງ​ເພງ​ຕົ້ນ​ສະບັບ​ ທີ່​ປະຈຸ​ບັນ​ນີ້ ອາ​ໄສ ຢູ່​ທີ່​ປະ​ເທດ​ຝຣັ່ງ ມະລີຈັນສຸກ ພົບ​ກັນ​ໃໝ່ ​ໃນ​ສັບປະດາ​ໜ້າ.​

XS
SM
MD
LG