ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

VOA ຈັດເພງ ຈົດໝາຍສະບັບສຸດທ້າຍ ໃຫ້ຕາມຄຳຂໍ ຂອງທ່ານຜູ້ຟັງ


ອຸດອນ ວົງສີ
ອຸດອນ ວົງສີ

ສະບາຍດີ​ປນີໃໝ່​ທານ​ຜູ​ຟັງ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ປີ​ໃໝ່​ແລ້ວຂໍ​ໃຫ້​ທຸກໆທ່ານ​ສຸກ​ສະບາຍດີ ​ແລະ​ຕຽມ​ພ້ອມທີ່​ຈະ​ຮັບ​ມືກັບ​ວັນ​ໃໝ່ ປີ 2016 ດ້ວຍ​ຈິດ​ໃຈ​ເບີກບານ ເພາະ​ວັນ​ດີໆ ຍັງ​ລໍ​ທ່ານ​ຢູ່​ຂ້າງ​ໜ້າ ຂໍ​ມອບ​ເພງ​ຕອບທ່ານ​ຜູ້​ຟັງ​ທີ່​ຂຽນ​ເຂົ້າ​ມາ ​ເພາະວ່າ ທັງ​ສອງ ສັບປະດາ​ແລ້ວ ທີ່​ທາງ​ເຮົາ​ໄດ້​ຈັດ​ເພງ​ສະຫຼອງ​ເທດສະການ Christmas ​ແລະ​ປີ​ໃໝ່​ໃຫ້​ທ່ານ​ຜູ້​ຟັງ ​ໄດ້​ຮັບ​ຟັງ​ກັນ ຂໍ້ຄວາມ​ຕໍ່​ໄປ​ນີ້ ຂຽນ​ຂໍ​ຟັງ​ເພງ ​ພາ​ວັນ​ດີ ມີ​ໄຊ ຈາກ​ຍີ່​ປຸ່ນ ​ເປັນເພງ
ຈົດໝາຍ​ສະບັບ​ສຸດ​ ເພື່ອມອບໃຫ້ແກ່ທ່ານບຸນເລັງໂພທິລາດທີ່ທຳງານຢູ່ບາງກອກ
ປະເທດໄທ ​ເພງຈົດໝາຍ​ສະບັບ​ສຸດ​ທ້າຍ ​ນີ້ບົດ​ປະພັນຂອງ ອາຈານ ສ. ​ແສງ​ສິຣິວັນ
ແລະ​ກໍ​ໄດ້​ມີຫຼາຍໆ​ສິນລະປິນ ນຳ​ມາ​ຂັບ​ຮ້ອງ ຮວມທັງ ຕ້ອມ ​ເຣນ​ໂບລ໌ ເພາະວ່າຜົນງານ
ເພງ​ອະມະຕະ​ຂອງ​ລາວ​ນີ້ ຈະ​ໄດ້​ຖືກ​ເກັບ​ຮັກສາ​ໄວ້​ ​ໃຫ້​ລູກ​ຫຼານລາ​ວ ​ໄດ້​ຮັບ​ຟັງ​ກັນ ສືບ​ຕໍ່​ໄປ ຊຶ່ງ​ຊຸດ​ນີ້​ເປັນ​ຂອງ ​ອຸດອນ ​ວົງສີ ຊຶ່ງ​ຖື​ວ່າ ​ເປັນ​ນັກ​ຮ້ອງ​ລາວ ສຽງ​ຄຸນນະພາບນີ້ ທີ່​ສາມາດ​ໃສ່​ສຳນຽງ​ພາສາ​ທີ່​ຖືກຕ້ອງ​ຂອງ​ຄວາມ​ຮັ່ງມີ​ຂອງ​ພາສາ​ລາວ ​ໄດ້​ຢາກ​ຄົບ​ຖ້ວນ ​ຂໍ​ເຊີນ ​ໄປ​ຢັງ​ພ້ອມ​ກັນ​ເລີຍ.

​ເພງ​ຕໍ່ໄປນີ້ ທີ່​ຍາ​ລຸງບົວ​ຫອມ ດຳລົງ ຜູ້​ຟັງ​ທີ່​ເປັນ​ກຳລັງ​ໃຈ​ໃຫ້ VOA ມາ​ນານ​ກວ່າ 50 ປີ​
ຍາ​ລຸງ ບອກ​ໃຫ້​ຫຼານ​ສາວ ລັດຕະນາ ຂຽນ​ເຂົ້າ​ມາ​ຜ່ານ​ທາງ FB ​ຂໍ​ຟັງເພງຖິ່ນ​ແກ້ວ
ຊຶ່ງ​ວັນນະສອນ ຂໍ​ຝາກ​ຄວາມ​ຄິດ​ຮອດ​ຄິດ​ເຖິງ ມາ​ກັບ​ເພງ​ນີ້ ​ເພື່ອ​ອວຍພອນ​ໃຫ້​ຍາ​ລຸງ​ພ້ອມ​ດ້ວຍ​ຄອບຄົວ​ມີ​ແຕ່​ສຸກຂະພາບ​ແຂັ້ມ​ແຂງ ​ແລະ​ມີ​ຄວາມສຸກ ຕະຫຼອດ​ປີໃໝ່ ​ແລະ​ຕະຫຼອດໄປ
ຂໍ​ເຊີນ​ໄປ​ຟັງພ້ອມໆ​ກັນ​ເລີຍ ​ເປັນ​ຜົນງານຂອງ ກົງລາ ວົງສຳພັນ. ຫວັງ​ວ່າ ຖ້າ​ຍາ​ລຸງ​ໄດ້​ຮັບ​ຟັງ​ເພງ​ນີ້​ແລ້ວ ກໍ​ຢ່າ​ລືມຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ.


ສວນເພງສຸດທາຍນ ຂໍນຳ​ສະ​ເໜີ​ຜົນງານ​ຂອງ​ສິນ​ລະ​ປິນລາວ​ໃນ​ຍິ່ປຸ່ນ ພາ​ວັນ​ດີ ມີ​ໄຊ
ຊຶ່ງ​
ເປັນ​ຜົນງານ​ເພງ​ຊຸດ​ທີ​ສອງ ວັນນະ​ສອນ ຈຶ່ງ​ຂໍ​ມອບ​ເພງ ຂໍ​ພຽງ​ອະ​ໄພ​ເພື່ອ​ຕ້ອນຮັບ​ປີ​ໃໝ່ 2016. ຂໍໃຫທຸກໆທານນອນລັບຝັນດີ ແລະມີ​ຄວາມສຸກ​ໃນ​ປີ 2016 ​ແລະ​ທຸກໆປີ
ຕໍ່​ຈາກ​ນີ້​ໄປ.

ລິງໂດຍກົງ

XS
SM
MD
LG