ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຂໍມອບເພງ ນ້ຳ​ເຊ​ລົ້ນຝັ່ງ ທີ່ຂັບຮ້ອງໂດຍ ສ. ອາຄົມ ໃຫ້ບັນດາ ແຟນລາຍການ ສຽງເພງຈາກແດນໄກ


ສ. ອາຄົມ
ສ. ອາຄົມ
ລິງໂດຍກົງ

ສະບາ​ຍດີທຸກໆ​ທ່ານ ວັນນະ​ສອນ​ຫວັງ​ຢ່າງ​ຍິ່ງ​ວ່າທຸກໆທ່ານ​ສະບາຍດີ ພ້ອມ​ດ້ວຍພາລະ​ໜ້າ​ທີ່ ​ອາກາດ​ໃນ​ນະຄອນຫຼວງ​ວໍ​ຊີງ​ຕັນ ​ກໍກຳລັງ​ເຢັນ​ສະບາຍ ມີ​ຝົນຕົກແດ່​ເລັກ​ນ້ອຍ ກໍ​ຍ່າງ​ເຂົ້າ​ລະດູ​ໃບ​ໄມ້ລົ່ນ​ແລ້ວນີ້ນ່າ... ອີກ​ຈັກ​ໜ່ອຍ​ໃບ​ໄມ້ ກໍ​ຈະ​ປ່ຽນ​ສີ ຕາມ​ລະດູ​ການ ສວຍ​ງາມ​ເປັນ​ທີ່​ສຸດ ວັນນະ​ສອນ ຈະ​ຖ່າຍຮູບ​ມາ​ຝາກ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ເບິ່ງ​ໃນ website ຂອງ​ເຮົາທີ່ lao.voanews.com ​ເອົາ​ມາ​ມ່ວນຊື່ນ​ກັບວັນນະ​ສອນ​ໃນລາຍການສຽງ​ເພງຈາກ​ແດນ​ໄກຂອງ VOA ກັນ​ດີກ​ວ່າ ວ່າ​ຄ່ຳ​ຄືນ​ນີ້ ຈະ​ເປັນເພງຂອງ​ໃຜ ​ແລະ​ຂໍ​ມາ​ຈາກ​ໃສ​ນັ້ນຂໍ​ເຊີນ​ເຂົ້າ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ...​ໃຫ້​ຟັງ​ໄປ ​ແລະ​ຄິດ​ເອົາ​ເອງ​ວ່າ​ເພງ​ນີ້​ແມ່ນ​ເພງ​ຫຍັງ...

ລິງໂດຍກົງ

ທີ່​ທ່ານ​ຟັງ​ຈົບ​ລົງ​ໄປ​ນັ້ນ​ແມ່ນ​ເພງ ນ້ຳ​ເຊ​ລົ້ນຝັ່ງ ທີ່​ປະພັນ​ແລະຂັບ​ຮ້ອງ​ໂດຍ ສ. ອາຄົມ
ທີ່​ຜູ້​ຟັງ​ທ່ານ ຄຳ​ແສນ ຈາກ​ໂປ​ແລນ ທີ່​ຂຽນ​ຜ່ານ​ທາງ Facebook ຂໍ​ຟັງ​ເພງ​ນີ້ ​ເພື່ອ​ມອບ​ໃຫ້​ຜູ້​ຄົນ​ທີ່ເຄີຍອາໄສຢູ່​ແຄມ​ຝັ່ງ​ເຊ​ໂດນ​ທັງຫຼາຍທີ່​ໄດ້ພັດ​ພາກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ມາ​ຢູ່​ປະເທດ​ອື່ນ ​ແຕ່​ຄວາມ​ເປັນ​ລາວນັ້ນ ຍັງ​ມີ​ຢ່າງ​ເຕັມ​ປຽບ...​ແບບນ້ຳເຊ​ລົ້ນຝັ່ງ​ເລີຍ.

ສ່ວນ​ເພງ ຄອຍ​ເຈົ້າ​ກັບ​ຮັງ ທີ່ປະພັນ​ໂດຍ ດຣ. ບຸບຜາ ອ່ອນ​ມະນີ ​ແລະ ຂັບ​ຮ້ອງ​ ສຸດ​ໃຈ
ພູ​ເຮືອງ​ຫົງ
ນີ້ ​ໄດ້​ຄວາມ​ກະລຸນາ​ຈາກຍາ​ເອື້ອຍ​ດາຣາ ບັກ​ຄຳ ອະດີດ​ຫົວ​ໜ້າຜະ​ແນ​ກ
ພາສາ​ລາວ​ ສົ່ງ​ມາ​ໃຫ້ ກໍ​ຕ້ອງ​ຂໍຂອບ​ໃຈ​ໃນ​ຄວາມ​ມີ​ນ້ຳ​ໃຈ​ແລະ​ຍັງ​ຄ່ອຍ​ຕິດຕາມ​ໃຫ້​ຄວາມ​ຄິດ​ເຫັນ​ທີ່​ດີໆ​ ສົ່ງ​ມາ​ໃຫ້​ສະ​ເໝີມາ. ຂໍ​ເຊີນ​ໄປ​ຟັງ​ເພງ “ຄອຍ​ເຈົ້າ​ກັບ​ຮັງ” ພ້ອມໆ​ກັນ​ເລີຍ.


ສ່ວນ​ເພງ​ສຸດ​ທ້າຍ​ນີ້ ຂໍ​ຈັດ​ມອບ​ໃຫ້​ທ່ານ​ແສງ​ສະ​ຫວັດ ຣາຊາ​ສັກ ທີ່​ມັກ​ຮັກ​ໃນ​ແພງ
ຫວານ ​ເພງ​ອະມະຕະຂອງລາວ​ໃນ​ອະດີດ ທີ່​ໝັ່ນ​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພງ​ພວກ​ນີ້ແລະ​ວ່າ
ຈະ​ເປັນ​ຂອງ​ສິນລະປິນ​ທ່ານໃດ​ກໍ​ໄດ້...ຂໍ​ມອບ​ເພງ​ດັງ​ໃນ​ອະດີ​ໃຫ້​ທ່ານແສງ​ສະ​ຫວັດ ​
ໄດ້​ຟັງ​ຊື່ນ​ໃຈ​ໄປເລີຍ…ຂໍມອບ​ເພງ ບາງທີ ຂອງ​ອາຈານ ວໍຣະ​ເດດ ດິທະ​ວົງ ເພື່ອ​ສົ່ງ​ທ່ານ​ຜູ້​ຟັງ​ເຂົ້າ​ນອນ ​ແລະ​ຂໍໃຫ້ທຸກໆ ທ່ານນອນ​ຫຼັບ​ຝັນ​ດີ ພົບກັນໃໝ່ໃນສັບປະດາໜ້າ.

XS
SM
MD
LG