ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເພງ ຮັກສາ​ວ​ແຈ່ວ​ບອງ​ ຜົນງານເພງຂອງພາວະ​ດີ ມີ​​ໄຊ ສິນລະປິນລາວໜ້າໃໝ່ ຈາກຍີ່ປຸ່ນ


ພາວະ​ດີ ມີ​​ໄຊ
ພາວະ​ດີ ມີ​​ໄຊ

ສະບາ​ຍດີທຸກ​ໆ​ທ່ານ ບຶດດຽວ​ກໍ​ເຖິງ​ເດືອນ​ພະຈິກ​ແລ້ວ ​ແລະ​ຫວັງ
​ວ່າທຸກໆ​ທ່ານ​ຄົງ​ຈະ​ສະບາຍດີ ອາກາດໃນວໍ​ຊິງ​ຕັນ​ດີ​ຊີ​ເລີ້ມ​ໜາວ​ແລ້ວ​ແຕ່​ຍັງ​ບໍ່​ທັນ​ເຫັນ​ຫິມມະ​ເທື່ອ ​ແລະ​ວັນນະ​ສອນ​ກໍ​ຂໍ​ໃຫ້​ທ່ານ​ຜູ້​ຟັງ​ຮັກສາສຸ​ຂະ​ພາບ​ໃຫ້​ດີ ​ເພື່ອ​ຈະ​ມາ​ຟັງ​ເພງ​ຮ່ວມ​ກັນ ​ໃນ​ທຸກ​ໆວັນ​ອາທິດ ແລະເພງ​ທຳ​ອິດ​ນີ້ ​ເປັນ​ເພງ​ທີ່​ມີ​ຊື່ວ່າ “​ສົ່ງສຽງ​ເພງເຖິງ​ເມືອງລາວ” ຈັດໃຫ້ທ່ານບຸນ​ເຮ​ງ ດວງ​ແກ້ວ ຜູ້​ຟັງ​ຈາກ​ເມືອງ Springfield ລັດ Illinois
ທີ່​ຂຽນ​ເຂົ້າ​ມາ​ທາງ ​ແຟສບຸກວ່າ ​ຂໍ​ຟັງ​ຮວ່ມກັບ​ພິທີ​ກອນ​ແລະ​ທ່ານ​ຜູ້​ຟັງລາຍການ​ກະຈາຍ
ສຽງ​ຂອງວີ​ໂອ​ເອ ວ່າ​ຊັ້ນ ຊຶ່ງ​ເພງ​ຕົ້ນ​ສະບັບ​ນີ້ ເປັນ​ຂອງ ວິນ​ລຽມ ດິດທະ​ວົງ ​ແຕ່ໜ້າ​ເສຍ​ດາຍ​ທີ່​ທາງ​ເຮົາ​ບໍ່​ມີ​ເພງ​ຕົ້ນ​ສະບັບ​ທີ່​ມີ​ຄຸນ​ນະພາ​ບ ວັນນະ​ສອນຈຶ່ງ​ຂໍ​ຈັດ​ສະບັບ​ທີ່​ປັບປຸງ​ໃໝ່​ຂອງ​ສິນລະປິນ​ໜຸ່ມ ​ໂບ ​ໂວ​ນະ​ວານ ຊຶ່ງ​ວັນນະ​ສອນ​ຄິດ​ວ່າ ພໍ​ໄດ້​ຮັບ​ຟັງ​ເພງ​ນີ້​ແລ້ວ ຄົງ​ຈະ​ເຮັດໃຫ້ທ່ານ​ຜູ້​ຟັງ​ຄິດ​ເຖິງ​ບ້ານ...​ແນ່ນອນ.


ສ່ວນ​ເພງທີ່​ມີ​ຊຶ່ວ່າ ຮັກສາ​ວ​ແຈ່ວ​ບອງ​ນີ້ ຄົງຈະ​ໝາຍ​ເຖິງ​ຮັກສາ​ວຫຼວງ​ພະ​ບາງ ​ເປັນ​ແນ່
ແທ້ ຊຶ່ງ​ເພງ​ນີ້ຫາ​ກໍ​ໄດ້​ຮັບ​ຈາກ​ສິນລະປິນ​ລາວ​ໃນ​ຍີ່ປຸ່ນ ພາວະ​ດີ ມີໄຊ ຊຶ່ງ​ຊ່າງ​ປະຈວບ
ເໝາະ ວັນນະ​ສອນ​ກໍ​ເລີຍ​ຂໍ​ຈັດ​ໃຫ້ຄະນະ​ກຳມະການ​ທຸກໆ​ທ່ານ​ທີ່​ໄດ້​ຈັດ​ງານສັງ​ສັນ​ຫຼວງ
​ພະ​ບາງ​ຄັ້ງ​ທີ 2 ທີ່ສຳເລັດລົງດ້ວຍດີ​ ໃນທ້າຍ​ສັບປະດາ​ຜ່ານ​ມາ​ນີ້ ​ແລະ​ຂໍ​ໃຫ້ຮັກ​ຫໍ່​ໂຮມ​ກັນ​ເໝືອນ​ດັ່ງ​ເຂົ້າໜຽວ​ນຶ້ງຈ້ຳ​ແຈ່ວ​ບອງ ຕະຫຼວດ​ໄປ ​ແລະ​ຕະຫຼອດ​ການ... ​ເອົາ​ໄປ​ຟັງ​ເພງ ຮັກສາ​ວ​ແຈ່ວ​ບອງ​ ພ້ອມໆ​ກັນ​ເລີຍ​ວ່າ​ຈະ​ມ່ວນ​ຂະໜາດ​ໃດ ​ເຊີນ​ຮັບ​ຟັງ​ໄດ້.


ຂໍ​ອຳ​ລາ​ທ່ານ​ດ້ວຍເພງຂອງ ພາວະດີ ມີ​ໄຊ ​ໃນ​ບົດ​ເພງ​ທີ່​ເປັນ​ຊື່​ຊຸດ “ຮອຍ​ຍິ້ມ​ພາ​ຝັນ
​ແລະ​ຫວັງ​ວ່າ​ຮອຍ​ຍິ້ມ​ຂອງ​ພາວະດີ ຄົງ​ຈະ​ເຮັດ​ທ່ານ​ຜູຸ້ຟັງຮັບ​ເອົາ​ສິນລະປິນທ່ານ​ນີ້ ເຂົ້າ​ໄວ້ ໃນອ້ອມແຂນ​ຂອງ​ທ່ານ​ຜູ້​ຟັງ​ອີກ​ຕື່ມ​ຄົນ​ນຶ່ງ ຈັ່ງ​ໃດ​ກໍເປັນ​ຄົນ​ລາວ​ດ້ວຍ​ກັນ ກໍຂໍ​ໃຫ້ທຸກໆທ່ານ
ສົ່ງ​ເສີ​ມ​ແລະ​ຊ່ອຍສະ​ນັບ​ສະນຸນ​ກັນ ​ເພື່ອ​ສືບ​ສານ​ຕຳນານ​ເພງ​ລາວ​ໄວ້ ຕາບ​ນານເທົ່າ​ນານ ​ໃຫ້​ລູກ​ຫຼານລາວ​ທີ່​ເຕີບ​ໃຫຍ່ ​ໄດ້​ຟັງ​ເພງ​ລາວ ຕະຫຼອດ​ການ.

XS
SM
MD
LG