ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

Quebec Je Me Souviens - ອະນຸສັກ ທັມມະວົງສາ


ອະນຸສັກ ທັມມະວົງສາ
ອະນຸສັກ ທັມມະວົງສາ

ສະບາຍດີ​ທຸກໆທ່ານ ​ ກັບມາພົບ​ກັບວັນນະສອນ ​ເຊັ່ນ​ເຄີຍ​ໃນ​ຄໍ່າ​ຄືນ​ຂອງ​ວັນ​ອາທິດນີ້ ພ້ອມ​ກັບ​ເພງລາວມ່ວນໆ ໃນ​ລາຍການສຽງ​ເພງ​ຈາກ​ແດນ​ໄກຂອງ VOA ຊຶ່ງ​ທາງ​ເຮົາ ກໍ​ຈະ​ພະຍາຍາມສົ່ງ​ເສີມແລະສະໜັບສະໜຸນ ສິນລະປິນລາວ ໃນທົ່ວສາລະທິດ ​ເພື່ອ​ຮັກສາ
​ພາສາ ສິນລະປະ ​ແລະວັດທະນະທຳ ຜ່ານ​ທາງ​ການດົນຕີ ​ຂໍ​ເລີ່​ມດ້ວ​ຍ​ເພງ ​ຄົບ​ຮອບ 35 ປີ ຂອງ​ວົງ​ດົນຕີ​ສາຍ​ສັມພັນຊຶ່ງ​ເທົ່າ​ທີ່​ວັນນະ​ສອນ​ ຊາບ​ມາ​ນີ້ ກໍ​ຖື​ວ່າ ​ເປັນ​ວົງ​ດົນຕີ​ລາວ​ຕ່າງ​ແດນ ທີ່​ຢືນ​ຍົງ​ຄົງ​ຢູ່​ ​ແລະ​ຮັບ​ໃຊ້​ສັງຄົມ​ລາວ ທັງ​ໃນ​ກາ​ນາ​ດາ ​ແລະ​ສະຫະລັດ ມາ​ໄດ້​ນານ​ກວ່າ 3 ທົດ​ສະ​ວັດ ວັນນະ​ສອນ ຈຶ່ງ​ຂໍນຳ​ສະ​ເໜີ​ຜົນງານ​ເພງ Quebec Je Me Souviens ທີ່​ຂັບ​ຮ້ອງ​ແລະ​ປະພັນ​ໂດຍ ອະນຸ​ສັກ ທັມ​ມະ​ວົງສາ ຫົວໜ້າ​ວົງ ສາຍ​ສັມພັນ ຊຶ່ງຫຼາຍໆ​ທ່ານ​ຄົງ​ຈະ​ໄດ້​ຟັງ​ການ​ສຳພາດຂອງ​ຜູ້ກ່ຽວ ​ໃນ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ​ແລ້ວ ​ແລະ​ຄັ້ງ​ຕໍ່​ໄປທາງ​ເຮົາ​ກໍ​ຈະ​ຫາ​ເພງໃໝ່ໆ ຈາກ​ສິນລະປິນລາວ​ໃນ​ທົ່ວ​ໂລກມາ​ຈັດ​ໃຫ້​ທ່ານ​ຜູ້​ຟັງ​ ​ໄດ້​ຮັບ​ຟັງ​ກັນອີກ.

Quebec Je Me Souviens- ອະນຸ​ສັກ ທັມ​ມະ​ວົງສາ

ສ່ວນ​ເພງ “​ຈ້​າງກະບໍ່​ງຶດ” ທີ່​ຈະ​ເປີດ​ໃຫ້​ຟັງ ​ຕໍ່​ໄປ​ນີ້ ​ເປັນ​ເພງ​ຂອງ​ສາວ​ນ້ອຍ​ສຽງ​ໃສ ສິນລະ
ປິນ​ສາວ ຈາກ​ສປປ ລາວ​ ປຸກ​ກີ້ ​ເງິນ​ລ້ານ ຊຶ່ງ​ເພງ​ນີ້​ມີ​ເນື້ອ​ໄນທີ່ຕໍ່​ລໍ້ຕໍ່​ຖຽງແບບ​ບໍ່​ງໍ້​ກັນ​ ​
ເປັນ​ເພງ​ແນວ​ໜ້າ​ຮັກ ທີ່​ວັນນະ​ສອນ​ ຕັ້ງ​ໃຈຈັດ​ເພື່ອ​ມອບ​ໃຫ້ແຟນ​ເພງ​ທີ່ີພາກັນ​ຂຽນ​ຂໍ້ຄວາມ​ເຂົ້າ​ມາ ​ແລະ​ກົດ Like Facebook ທັງ​ຂອງ VOA ​ແລະ​ໜ້າ Facebook ສ່ວນ​ຕົວ ກໍຕ້ອງ​ຂໍຂອບ​ໃຈ​ທຸກໆ​ທ່ານ​ທີ່​ຄອຍ​ຕິດຕາມ​ຮັບ​ຟັງ​ແລະ​ເປັນ​ກຳລັງ​ໃຈ​ໃຫ້ VOA
ສະເໜີ​ມາ ​ແລະໂອ​ກາດ​ໜ້າ ວັນນະ​ສອນ​ ຫວັງ​ວ່າ​ຄົງ​ຈະ​ເຫັນ​ບັນດາ​ທ່ານ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ. ຂໍ​ເຊີນ​ໄປ​ມ່ວນ​ກັບ​ເພງ​ຂອງ​ນ້ອງ​ປຸກກີ້ ພ້ອມໆກັນເລີຍ.

ຂໍ​ປິດ​ທ້າຍ​ລາຍການ​ດ້ວຍ​ເພງ​ຂອງ ດາວ ສີວິ​ໄລ ສິນລະປິນ​ຈາກ​ສປປ ລາວ​ ​ໃນ​ບົດ​ເພງ
“​ບໍ່​ຈ້​າງ​ໃຫ້ງຶດ” ຊຶ່ງ​ເປັນ​ເພງຕອບ​ຂອງ​ຝ່າຍ​ຊາຍ ແບບ​ວ່າພໍ່​ແງ່​ແມ່​ງອນ ຊຶ່ງ​ວັນນະສອນ​
ວ່າມັນ​ສຳຄັນ​ແລະ​ຈຳ​ເປັນ ທີ່​ຈະ​ເຂົ້າ​ໃຈ​ແລະ​ເອົາ​ໃຈ​ໃສ່​ອີກ​ຝ່າຍ ຊຶ່ງ​ກັນ​ແລະ​ກັນ ບໍ່​ແມ່ນ​ການ​ເອົາ​ລັດ​ເອົາ​ປຽບ ປະ​ຊົດ​ປະຊັນ​ກັນ​ ແຕ່​ຢ່າງ​ໃດ ​ແບບ​ເນື້ອ​ໄນ​ຂອງ​ເພງ​ນີ້ ​ແລະ​ກໍຫວັງ
ຢ່າງ​ຍິ່ງ​ວ່າ ໜຸ່ມໆ​ທີ່​ໄດ້ຮັບ​ຟັງ​ເພງ​ນີ້ ຄົງ​ຈະປ່ຽນ​ຄວາມ​ຄິດ ​ເປັນ​ຝ່າຍ​ເຂົ້າ​ໃຈ​ແລະ​ເຫັນ​ໃຈ ຍອມຮັບ​ຜິດ​ກ່ອນ ຍອມ​ງໍ້​ກ່ອນ ​ເອົາ​ໄປ​ຟັງພ້ອມໆ​ກັນ​ເລີຍ. ຂໍໃຫ້ທຸກໆທ່ານນອນລັບຝັນດີ​.

XS
SM
MD
LG