ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Alexandra: ຮັກເຈົ້າຕະຫຼອດໄປ


Alexandra
Alexandra
ສະບາຍດີ​ທຸກໆ​ທ່ານ ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍ
ການສຽງ​ເພງ​ຈາກ​ແດນ​ໄກຂອງ VOA. ​ສາວນ້ອຍຄົນເກັ່ງຄົນນີ້
​ໄດ້ຫາຍຈາກວົງການເພງລາວ ໄປສຶກສາຕໍ່ທີ່ຍີ່ປຸ່ນຕັ້ງຫຼາຍປີ
ແລະກໍໄດ້ກັບມາແລ້ວພ້ອມທັງນໍາເພງໃໝ່ໆມາ​ຝາກ​ທ່ານ​ຜູ້​ຟັງ
ຊຶ່ງວັນນະສອນຈະຂໍຈັດມອບໃຫ້ທ່ານ Wittaya Kotenarin
ຜູ້ຟັງຈາກປະເທດໄທ ທີ່ບອກ​ມາວ່າ ຟັງ VOA ມາໄດ້ 20 ກວ່າ
ປີແລ້ວ ບອກມາວ່າຟັງ ຕອນ 7:30 ຕອນແລງ ຕາມເວລາໃນ
ທ້ອງຖິ່ນພ້ອມທັງບອກມາວ່າດີໃຈທີ່ໄດ້ຮັບຂ່າວແລະຕິດຕາມ
ຟັງຢູ່ສະເໝີ ສາວ​ນ້ອຍ​ຄົນ​ນີ້ ບໍ່​ແມ່ນ​ຄົນ​ອື່ນຄົນ​ໄກ ເພາະວ່າ
ພໍບອກຊື່ນີ້​ໄປ​ແລ້ວ ຄົງພາ​ໃຫ້​ທ່ານ​ຜູ້​ຟັງພາກັນຮ້ອງ ອໍ…ໄປ
ຕາມໆກັນ ເພາະເປັນທັງນັກຮ້ອງທີ່ໂດ່ງດັງໃນລາວ ແລະກໍ
ເປັນນາງເອກ ນັກສະແດງທີ່ທຸກຄົນຊາບດີ ໃນປະເທດໄທ…

ເພງນີ້ຄົງຈະເຮັດໃຫ້ທ່ານຜູ້ຟັງຝັນເຖິງແລະຢາກບອກສາວ
ງາມ Alexandra ດ້ວຍຕົວເອງ …ແບບວ່າ​ “ຮັກເຈົ້າຕະຫຼອດໄປ.”
ແລະທາງ VOA ຂໍ​ສະ​ແດງ​ຄວາມເສົ້າ​ສະ​ລົດ​ໃຈ​ແລະຈະ​ຄອຍ​ເປັນ​ກໍາລັງ​ໃຈ​ໃຫ້​ກັບ​
Alexandra ​ແລະຄອບຄົວ​ດ້ວຍ​ ໃນ​ການ​ຈາກ​ໄປ​ຂອງ​ບິດາຜູ້​ບັງ​ເກີດ​ເກົ້າ…​ຫວ່າງ
​ບໍ່​ດົນ​ມາ​ນີ້.





ເພງ: Alexandra: ຮັກເຈົ້າຕະຫຼອດໄປ

ປັດຈຸ​ບັນ​ນີ້ ກໍ​ໄດ້​ມີ​ມີ​ນັກ​ຮ້ອງ​ລາວຮຸ້ນ​ໃໝ່​ເກີດ​ຂຶ້ນມາກມາຍ ທັງໃນ ສປປ ລາວ ແລະຕ່າງ
ປະເທດ​ ທີ່ມີຄວາມສາມາດຫຼາກຫຼາຍແລະເກັ່ງໆກັນທັງນັ້ນ​ ຊຶ່ງ​ວັນນະ​ສອນ ຈຶ່ງ​ຂໍ​ສະແດງ
ຄວາມຍິນນໍາ​ແລະ​ໃຫ້​ສືບ​ສານ​ຕໍ່ໆ​ໄປ…​ເພງ​ຕໍ່​ໄປນີ້ ​ເປັນ​ເພງ​ຂອງ​ສາວ​ນ້ອຍ​ທີ່​ມີ​ລີລາ ບໍ່​ທໍາ​
ມະ​ດາ... “Alina ຕ໊ອດ” ຂໍ​ມອບ​ໃຫ້​ ​ໄກ​ພອນ ນຽມ​ວິມານ ທີ່​ຂຽນ​ຂໍ້ຄວາມ​ຝາກ​ໄວ້​ໃນ
website ທີ່​ບອກ​ມາ​ວ່າ...ຢາກ​ໃຫ້​ຂຽນ​ພາສາ​ລາວ​ໃນ​ຫົວ​ຂໍ້ ​ແທນ​ທີ່​ຈະ​ເປັນ​ພາ​ສາ​ອັງກິດ ​
ເພາະຜູ້​ຟັງ​ຈະ​ອ່ານ​ໄດ້…​ເອົາລະ ຂໍຂອບໃຈທີ່ຕິດຕາມ​ແລະ​ກໍ​ຈະ​ປັບປຸງ​ຂຶ້ນ​ໄປ​ຢ່າງ​ຕໍ່​ເນື່ອງ​.
​ຂໍເຊີນຟັງ​ເພງ​ Cry Cry ພ້ອມ​ໆກັນ​ເລີຍ…




ອາທິດ​ນີ້ ວັນນະ​ສອນ​ຂໍ​ມອບ​ເພງ​ທີ່​ເປັນ​ຂອງ​ສິນລະປິນ​ສາວ​ທັງ​ໝົດ​ກໍ​ແລ້ວ​ກັນ ​ວັນນະ​ສອນ​
ຂໍຝາກ​ສຽງ​ເພງ​ຫວານໆ​ນີ້​ໄວ້ໃນ​ດວງ​ໃຈ​ທ່ານ​ຜູ້​ຟັງ​ອີກ​ຄົນ​ນຶ່ງ​ ນໍ້າ ອິນ​ທິດາ​ ທີ່​ຈະ​ມາ​ຂັບ​ກ່ອມ
ທ່ານ​ໃນ​ບົດ​ເພງ “ເຈັບພໍແລ້ວ”…ວັນນະ​ສອນ​ຫວັງ​ວ່າ ​ເພງ​ນີ້​ຄົງ​ຈະ​ເຮັດ​ໃຫ້​ທ່ານ​ຜູ້​ຟັງ​ກັບ​ຄືນ​
ມາ​ຟັງ​ເພງ​ກັບ ວັນນະ​ສອນ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ອີກ​ໃນ​ອາທິດ​ໜ້າ
ນອນ​ຫລັບ​ຝັນ​ຫວານ​…
​ເພງ: ນໍ້າ ອິນ​ທິດາ: “ເຈັບພໍແລ້ວ”
XS
SM
MD
LG