ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພງ America, The Beautiful ທີ່ຂັບຮ້ອງ Ray Charles ນີ້ ສະແດງເຖິງ ຄວາມສວຍງາມ ຂອງສະຫະລັດ


ທ່ານ Ray Charles
ທ່ານ Ray Charles
ລິງໂດຍກົງ

ສະບາຍດີ ຫວັງ​ຢ່າງ​ຍິ່ງວ່າ ທຸກໆ​ທ່ານ​ຄົງ​ຈະ​ສນຸກສະໜາ​ນ
ມ່ວນຊື່ນ​ກັບ ​ເຄິ່ງປີ​ແລກ​ຂອງ​ປີ 2015 ​ໄປ​ແລ້ວ ​ເພາະ​ຄໍ່າ​ຄືນ​ນີ້​
​ເປັນ​ສັບປະດາ​ຕົ້ນ​ເດືອນ​ກໍລະກົດ ຊຶ່ງ​ກໍເປັນ​ຊ່ວງ​ຂອງ​ການ​ສະຫຼອງ
​ວັນ​ເອກ​ກະລາດ​ຂອງ​ສະຫະລັດ ຄືວັນ​ທີ 4 ກໍລະກົດ ກົງ​ກັບ​ວັນ​ສຸກ
ຜ່ານ​ມາ​ນີ້​ເອງ ​ທີ່​ທາງ​ສະຫະລັດ ​ໄດ້​ຈັດ​ສະຫຼອງ​ກັນ​ຢ່າງ​ໃຫຍ່​ໂຕ
ຕາມ​ຫົວ​ເມືອງ​ນ້ອຍ​ໃຫຍ່​ຕ່າງໆ ​ໂດຍ​ສະ​ເພາະ​ນະຄອນຫຼວງ​
ວໍ​ຊິງ​ຕັນ​ ນີ້​ແມ່ນຍິ່ງ​ຈັດ​ຍິ່ງ​ໃຫຍ່​ອາ​ລັງກາ​ນ ​ໃຫ້​ສົມ​ກັບ​ວັນຊາດ
ສະຫະລັດ ແລະ​ເພງ​ນີ້​ເໝາະ​ສົມ​ທີ່​ສຸດ ທີ່​ທາງ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ຂໍເປີດເປັນເພງທຳອິດ ຊຶ່ງເພງນີ້ມັນ​ໄດ້​ບັນ​ລະ​ຍາຍຄວາມ​ສວຍ​ສົດ​ງົດ​ງາມ​ຂອງ​ສະຫະລັດ ດັ່ງ​ຄວາມ​ໝາຍ​ຂອງ​ເພງ​ນີ້ “America,The Beautiful ທີ່ຂັບ​ຮ້ອງ​ໂດຍ Ray Charles.

ສ່ວນໃຫຍ່ແລ້ວ ​ໃນ​ການ​ສະຫຼອງວັນເອກກະລາດ ທີ່ທຸກຄົນເອີ້ນກັນຈົນຕິດປາກວ່າ 4th of July ຫຼື Independence Day ໃນ​ສະຫະລັດນີ້ ຜູ້​ຄົນ​ສ່ວນ​ໃຫຍ່ ກໍ​ຈະ​ພາກັນ ​ໄປ​ສັງ​ສັນ​ຮ່ວມ​ກັນ​ເປັນ​ຄອບຄົວ ກິນ​ເຂົ້າ​ສາມັກຄີ​ ຈູດ​ບັ້ງ​ກະ​ໂພ​ກ ທັງ​ບັ້ງ​ໄຟ​ດອກ​ແລະ​ຟັງ concert ​ດົນຕີ​ບັນ​ເລງ​ກາງ​ແຈ້ງ ​ແລະ​ໃນ​ຫົວ​ເມືອງ​ໃຫຍ່ ກໍ​ຈະ​ມີ​ການ​ສວນສະໜາມ ຊຶ່ງຍໍ້າເຕື່ອນທຸກໆຄົນທີ່​ເປັນ​ສັນຊາດ​ອາ​ເມຣິກາ ພູມ​ໃຈ​ໃນ​ປະ​ເທດ​ນີ້ ປະ​ເທດ​ທີ່​ໃຫ້​ໂອກາດ ມີ​ສິດ ​ເສ​ລິ​ພາບ​ແລະ​ສ້າງ​ຄວາມ​ຝັນ​ໃຫ້​ເປັນ​ຈິງ ເອົາໄປ​ຟັງ​ເພງ​ຂອງ ພ້ອມໆ​ກັນ​ເລີຍ​ໃນ​ບົດ​ເພງ “Independence Dayທີ່ີຂັບ​ຮ້ອງ​ໂດຍ Martina McBride


ວັນນະສອນ: ຂໍ​ອໍາ​ລາ​ທ່ານ​ດ້ວຍ​ເພງ​ນີ້ “God Bless The U.S. A.” ​ເພ​ງທີ່​ມີ​ຄວາມ​ໝາຍ​ດີ​ເພງ​ນຶ່ງ ​ໃນ​ວັນ​ສະຫຼອງ ວັນ​ເອກ​ກະລາດ ຂອງ​ສະຫະລັດ ຂັບ​ຮ້ອງ​ໂດຍ Lee Greenwood ທີ່​ຟັງເມື່ອ​ໃດ ກໍ​ປະ​ທັບ​ໃຈ​ແລະ​ຊາບ​ຊຶ້ງ​ເຖິງ ຄຸນງາມຄວາມດີ​ຂອງປະ
ເທດ​ນີ້ ທີ່​ມອບ​ໃຫ້​ຜູ້​ຄົນ​ທີ່​ມາ​ອາ​ໄສ​ຢູ່ ​ໄດ້​ລີ້​ມລົດ​ຊາດ​ຂອງ​ຄວາມ​ມີ​ອິດສະລະ ເສລີ ​
ເສ​ລິ​ພາບ​ອັນ​ແທ້​ຈິງ ດັ່ງ​ຄວາມ​ໝາຍ​ຂອງ​ເພງ​ນີ້ “God Bless The U.S. A.”
​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ຫຼັບ​ຝັນ​ຫວານ

XS
SM
MD
LG