ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮັກ​ເຈົ້າຕະຫຼອດ​ໄປ - Alexandra ທິດາ​ວັນ ບຸນ​ຊ່ວຍ


Alexandra ທິດາ​ວັນ ບຸນ​ຊ່ວຍ
Alexandra ທິດາ​ວັນ ບຸນ​ຊ່ວຍ

ສະບາຍດີ​ທ່ານ​ຜູ້ຟັງ​ທີ່​ເຄົາຣົບ ຄ່ຳ​ຄືນ​ນີ້​ທາງ​ເຮົາຈະນຳ​ສະ​ເນີ​ເພງ​ແນວສາກົນ ທີ່​ເປັນ
​ຜົນງານ​ເພງ​ຂອງ​ສິນລະປິ​ນສາວ ທີ່​ມີ​ນ້ຳສຽງ​ອັນ​ມີ​ພະ​ລັງ​ສຸດ​ຍອດກໍ ທີ່​ໄດ້​ຮັບ​ຕຳ​ແໜ່​ງ
ສູງ​ສຸດ ​ໃນ​ພິທີ​ມອບລາງ Grammy 2017. ​ເພງ Hello ຂອງ Adel ​ເຈົ້າ​ຂອງ​ລາງວັນ
Album of the year ​ແລະ​ລາງວັນ​ອື່ນໆ​ອີກມ​າກມາຍ ທັງ 5 ລາງວັນ​ດ້ວຍ​ກັນ
ຊຶ່ງວັນນະ​ສອນ ຂໍ​ຈັດໃຫ້​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ທຸກໆທ່ານ ຂໍ​ເຊີນ​ໄປ​
ຟັງ​ແພ້​ອມໆ​ກັນ​ເລີຍ.

ສ່ວນເພ​ງຫ​ວານ​ຂອງ​ນັກ​ຮ້ອງ​ນັກສະ​ແດງ​ສາວ​ງາມ Alexandra ທິດາ​ວັນ ບຸນ​ຊ່ວຍ
ຕໍ່​ໄປ​ນີ້ ວັນນະ​ສອນ​ ວ່າ​ຍັງ​ເປັນ​ເພງ​ທີ່​ມ່ວນ ຫວານ​ຊຶ້ງມີຄວາມ​ໝາຍ​ດີ ​ແລະ​ປະທັບ​ໃຈ​
ຫຼາຍໆ​ທ່ານ ບໍ່​ເຊື່ອ ກໍ​ຕ້ອງ​ເຊື່ອ ​ແລະ​ວັນນະ​ສອນ​ວ່າ ມັນ​ກໍ​ຍັງ​ບໍ່​ສາຍ​ທີ່​ຈະ​ຈັດ​ມອບ​ໃຫ້
ຄົນ​ຮັກ...​ເພາະວ່າ​ ວັນ​ແຫ່ງ​ຄວາມ​ຮັກບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ແຕ່​ວັນ​ທີ 14 ກຸມພາ​ເທົ່າ​ນັ້ນ
ວ່າ​ບໍ່ ​ເອົາຂໍ​ເຊີນ​ມ່ວນ​ຊື່ນ​ກັບ​ເພງ​ “ຮັກ​ເຈົ້າຕຫຼອດ​ໄປ.”


ຂໍປິດ​ທ້າຍ​ລາຍການ ດ້ວຍ​ເພງ​ອະມະຕະ​ຂອງ​ລາວ​ອີກ​ເພງ​ນຶ່ງແຕ່​ຄັ້ງ​ນີ້ ຣັສມີ ພູ​ດິນ​ດົງ
ນຳ​ມາ​ຮ້ອງ​ເປັນ​ແບບ​ລູກ​ທົ່ງ ຊຶ່ງ​ກໍ​ຫວານ​ແລະ​ມ່ວນ​ໄປ​ອີກ​ແບບ ​ແລະ​ສຳຄັນ​ສຸດ ກໍ​ຄື​
ການ ​ໄດ້​ບອກ​ຄຳ​ເວົ້າ​ທີ່​ວ່າ...ຮັກ​ເຈົ້າ​ສຸດ​ຫົວ​ໃຈ ຊຶ່ງ​ເປັນ​ຊື່ຂອງ​ເພງ​ນີ້ ​ໃຫ້​ແກ່​ຄົນ​ທີ່​ທ່ານ​
ຮັກຂອງ​ທ່ານຜ່ານ​ທາງລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ຂໍໃຫ້ທຸກໆ​ທ່ານ
​ນອນ​ລັບ​ຝັນ​ຫວານ​ແລະ​ພົບ​ກັນ​ໃຫມ່​ໃນ​ສັບປະດາ​ຫນ້າ.

XS
SM
MD
LG