ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ເລື່ອນເວລາ ການດຳເນີນຄະດີ ທ່ານ Musharraf (ວີດີໂອ)


ການ​ຮັບ​ຟັງ​ຄະດີ​ທໍລະ​ຍົດ​ຕໍ່​ຊາດ ຂອງ​ອະດີດ​ຜູ້​ນໍາປາ​ກິ​ສຖານ ທ່ານ Pervez Musharraf ໄດ້​ມີ​ການຊັກ​ຊ້າ ​ເພາະຢ້ານ​ການວາງ​ລະ​ເບີດ
ການ​ຮັບ​ຟັງ​ຄະດີ​ທໍລະ​ຍົດ​ຕໍ່​ຊາດ ຂອງ​ອະດີດ​ຜູ້​ນໍາປາ​ກິ​ສຖານ ທ່ານ Pervez Musharraf ໄດ້​ມີ​ການຊັກ​ຊ້າ ​ເພາະຢ້ານ​ການວາງ​ລະ​ເບີດ
ການ​ຮັບ​ຟັງ​ຄຳ​ໃຫ້ການ​ເທື່ອ​ທຳ​ອິດ ກ່ຽວກັບ​ຄະດີການ​ທໍລະ​ຍົດ​
ຕໍ່​ຊາດ ຂອງ​ອະດີດ​ຜູ້​ນໍາປາ​ກິ​ສຖານ ທ່ານ Pervez Musharraf
​ໄດ້​ມີ​ການຊັກ​ຊ້າ ​ເພາະວ່າ​ມີ​ຄວາມ​ຢ້ານ​ກົວ ໃນການ​ຂົ່ມຂູ່​ທີ່​ຈະ
ວາງ​ລະ​ເບີດ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ກຸງອິດສລາມາ​ບັດກ່າ​ວໃນ​ວັນ​ອັງຄານ​ມື້​ນີ້
​ວ່າ ການ ​ດໍາ​ເນີນ​ຄະດີ​ໄດ້​ຊັກ​ຊ້າ ຫລັງ​ຈາກ​ລະ​ເບີດ​ໄດ້ຖືກ​ຄົ້ນ​
ພົບ ​ຢູ່​ໃກ້​ຖະໜົນ ສາຍ​ທີ່​ທ່ານ Musharraf ຈະ​ເດີນທາງໄປຫາ​
ສານ.

ຕໍາຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າໄດ້ພົບ​ເຫັນ ວັດ​ຖຸລະ​ເບີດ ຫ້າ​ກິ​ໂລກຣາມ ​ແລະ​ເຄື່ອງ​ບີບຄະ​ນວນ​ລະ​ເບີດ ພ້ອມ​ດ້ວຍ​ປືນ​ສັ້ນ​ສອງ​ກ​ະບອກ ຢູ່​ໃກ້​ກັບ​ບ້ານ​ພັກຂອງ ທ່ານ Musharraf ​ໃນ​ກຸງ​ອິສລາມາ​ບັດ.

ຜູ້​ພິພາກສາ ​ໄດ້ເລື່ອນ​ເວລາ​ໄປ​ໃສ່​ວັນ​ທີນຶ່ງ​ເດືອນ​ມັງກອນ ​ເປັນ​ມື້​ນັດ ໝາຍຄັ້ງ​ຕໍ່​ໄປ ​ໃຫ້ທ່ານ Musharraf ​ໄປ​ປະກົດ​ຕົວ​ຢູ່​ສານ.

ຄະດີ​ທໍລະ​ຍົດ​ຕໍ່ຊາດຫຼືຂາຍ​ຊາຍ ​ແມ່ນພົວພັນ​ກັບການ​ຕັດສິນ​ໃຈ​ຂອງ ທ່ານ Musharraf ​ໃນ​ປີ 2007 ທີ່ໄດ້​ໂຈະ​ການ​ໃຊ້ລັດຖະທໍາ​ມະນູນ ​ແລະ​ປະ ກາດ​ໃຊ້ພາວະ​ສຸກ​ເສີນ. ຖ້າ​ຫາກ​ວ່າ​ຖືກພົບ​ເຫັນ​ວ່າມີ​ຄວາມ​ຜິດ ທ່ານ​ອາດ​ປະ​ເຊີນ​ໜ້າກັບ​ການ​ລົງ​ໂທດປະຫານ​ຊີວິດ ຫລື​ຕິດ​ຄຸກ​ຕະຫລອດ​ຊີວິດ.

ທ່ານ Musharraf ຍັງ​ປະ​ເຊີນ​ໜ້າ​ກັບ​ຄະດີ​ຄວາມ​ຜິດ​ອີກ​ຫລາຍ​ຢ່າງ ນັບ​ຕັ້ງ​ແຕ່​ປີ 1999 ຫາ 2008 ພາຍ​ໃຕ້​ການ​ປົກຄອງ​ຂອງ​ທ່ານ ຮວມ​ທັງ​ຄະດີ​ນຶ່ງ ທີ່​ພົວພັນ​ກັບ​ການລອບ​ສັງຫານ ອະດີດ​ນາຍົກລັດຖະມຸນຕີ ທ່ານ Benazir Bhutto ​ໃນ​ປີ 2007. ທ່ານ​ໄດ້​ຖືກ​ອະນຸຍາດ ໃຫ້​ປະ ກັນ​ໂຕ​ກ່ຽວ​ກັບ​ຄະດີ​ທັງ​ໝົດຂອງ​ທ່ານ ນັບແຕ່​ທ່ານໄດ້​ກັບຄືນໄປປາ​ກິ​ສ ຖານ ​ໃນ​ຕົ້ນ​ປີ​ນີ້.

ທ່ານ Musharraf ຈະ​ເປັນ​ຜູ້​ປົກ​ຄອງ​ທະຫານ​ຄົນ​ທໍາ​ອິດ ທີ່​ໄດ້​ຖືກ​ດໍາ​ເນີນ​ຄະດີ​ຂາຍຊາດ ຢູ່​ໃນປາ​ກິ​ສຖານ ທີ່ເຄີຍ​ມີ​ການກໍ່ລັດຖະປະຫານ​ ​ໂດຍ​ພວກທະຫານມາ​ແລ້ວ ​ສາມ​ຄັ້ງ ​ໃນ​ປະຫວັດ​ສາດ 66 ປີຂອງປະ ​ເທດ​ດັ່ງກ່າວ.

Musharraf
please wait
Embed

No media source currently available

0:00 0:00:11 0:00
XS
SM
MD
LG