ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Musharraf ບິນໄປດູບາຍ ຫຼັງຈາກ ມີການຍົກເລີກ ບໍ່ໃຫ້ທ່ານເດີນທາງ


ອະດີດປະທານາທິບໍດີປາກິສຖານ ທ່ານ Pervez Musharraf
ອະດີດປະທານາທິບໍດີປາກິສຖານ ທ່ານ Pervez Musharraf

ອະດີດ​ຜູ້ນຳກອງທັບ​ທີ່​ເຄີຍ​ປົກຄອງ​ປາ​ກິ​ສຖານ ທ່ານ Pervez
Musharraf ທີ່​ກຳລັງ​ປະ​ເຊີນ​ໜ້າ​ກັບ​ຂໍ້​ຫາ​ຂາຍ​ຊາດແລະ​ຂໍ້​ຫາ
​ອື່ນໆນັ້ນ​ໄດ້​ເດີນທາງ​ອອກຈາກ​ປະ​ເທດ ຫຼັງ​ຈາກ​ໄດ້​ມີ​ການ​ຍົກ
​ເລີກການຫ້າມ​ບໍ່​ໃຫ້​ທ່ານ​ເດີນທາງ.

ສານ​ສູງ​ສຸດ​ໄດ້​ສັ່ງ​ໃຫ້ລັດຖະບານ ຍົກ​ເລີກ​ຂໍ້​ຫ້າ ມ​ຕໍ່ອະດີດ​ປະ
ທານາທິບໍດີ​ໃນຕົ້ນອາທິດນີ້.

ທ່ານ Musharraf ​ໄດ້​ອອກ​ເດີນທາງ​ໄປ​ຍັງ​ດູ​ບາຍ​ໃນ​ຕອນ​ເຊົ້າ
ວັນ​ສຸກ​ມື້ນີ້ ​ແລະ​ຄາດ​ວ່າ ​ຈະ​ໄປ​ຮັບ​ການ​ປິ່ນປົວ​ ຢູ່​ຕ່າງປະ​ເທດ ​
ໃນ​ອັນ​ທີ່​ທ່ານ​ກ່າວ​ວ່າ ການ​ເຈັບ​ປ່ວຍ​ມາ​ໄດ້​ສິບ​ກວ່າ​ປີ​ແລ້ວ.

ອະດີດ​ຜູ້​ປົກຄອງ​ປາ​ກິ​ສຖານ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​ ຈະ​ມາ​ຂຶ້ນສານ​ຕໍ່ສູ້​ຄະດີ​ກ່ຽວກັບ​ຂໍ້​ຫາ​
ຕ່າງໆ​ທີ່​ທ່ານ​ປະ​ເຊີນ​ໜ້າ​ຢູ່.

ທ່ານ​ກ່າວ​ຕໍ່​ໜັງສືພິມ Dawn ຂອງ​ປາ​ກິ​ສຖານ​ວ່າ ຂ້າພະ​ເຈົ້າ​ເປັນ​ໜ່ວຍ​ກ້າ​ຕາຍ​ແລະ​ຂ້າ
ພະ​ເຈົ້າຮັກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຂ້າພະ​ເຈົ້າ. ຂ້າ​ພະ​ເຈົ້າຈະ​ກັບ​ຄືນ​ມາ​ພາຍ​ໃນເວລາ
​ຫຼາຍໆ​ອາທິດ ​ຫຼືບໍ່​ກໍ​ຫລາຍໆ​ເດືອນ.

Pakistan Musharaf
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG