ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກາະ Ellis ເປັນຈຸດຜ່ານ ຂອງພວກທີ່ຍົກຍ້າຍ ເຂົ້າມາຢູ່ ໃນສະຫະລັດ ຫຼາຍລ້ານຄົນ


Museum Exhibit Expands Upon Ellis Island's Story
please wait

No media source currently available

0:00 0:02:49 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ພວກ​ອົບພະຍົບ​ຫຼາຍ​ກວ່າ 25 ລ້ານ​ຄົນ​ ໄດ້ຜ່ານ​ການກວດ​ສອບ​ເອກະສານ​ເຂົ້າ​ເມືອງ​ຕ່າງໆ​ທີ່​ເກາະ Ellis Island ໃກ້​ກັບ​ນະ ຄອນ New York. ສຳລັບ​ພວກ​ອົບ​ພະຍົບສ່ວນ​ຫຼາຍມັນ​ເປັນ​ບ່ອນ​ຢຸດ​ແວ່​ແຫ່ງ​ທຳ​ອິດ ​ແລະ​ເປັນ​ບາດກ້າວ​ທຳ​ອິດ​ທີ່​ໄດ້​ກາຍ​ມາ​ເປັນ​ຄົນ​
ອາ​ເມຣິກັນ. ຊຸມ​ປີ​ທີ່​ພວກ​ອົບ​ພະຍົບ​ເຂົ້າ​ມາ​ຫຼາຍ​ທີ່​ສຸດ​ຢູ່​ເກາະ Ellis ​ແມ່ນ​ແຕ່​ປີ 1892 ຫາ 1954 ​ແລະ​ພວກຄົນເຂົ້າ​ເມືອງສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ຢູ​ໂຣບ. ​ແຕ່​ເກາະ Ellis ​ໄດ້​ເປັນ​ປະວັດສາດ​ມາ​ກ່ອນ ​ແລະ​ໃນ​ເວລາ​ຕໍ່​ມາ ຊຶ່ງ​ເວລາ​ນີ້ ມີ​ການບອກ​ເລົ່າກັນ ​ຢູ່ໃນ​ການ
ສະ​ແດງ​ຄັ້ງ​ໃໝ່. Bernard Shusman ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີລາຍງານ ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງສິງຈະນຳເອົາລາຍລະອຽດມາສະ​ເໜີທ່ານຕໍ່​ໄປ.

​ເກາະ Ellis ທີ່​ທ່າ​ເຮືອ​ນະຄອນ​ນີວຢອກ​ເປັນ​ສະຖານ​ທີ່​ດຶງ​ດູດ ພວກ​ນັກ​ທ່ອງ​ທ່ຽວ​ທີ່​ສຳຄັນ​ອັນ​ດັບ​ສອງ ຮອງຈາກອະນຸສາວະລີເທພີ ແຫ່ງອິດສະຫລະພາບຫຼື Statue of Liberty. ​ບາງ​ຄົນ​ມາທີ່​ນີ້ ​ເພື່ອ​ຊອກ​ຫາ​ຂ່າວ​ຂໍ້​ມູນ ກ່ຽວ​ກັບ​ພວກ​ບັນພະບຸລຸດ​ຂອງ​ຕົນ​ເອງ ​ແລະ​ເພື່ອ​ຢາກ​ເຂົ້າ​ໃຈ​ວ່າ ​ເປັນ​ຫຍັງ​ພວກ​ເຂົາ​ເຈົ້າ​ຈຶ່ງ​ປະຖິ້ມ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໄວ້​ທາງຫຼັງ.

​ແຕ່ ​ກໍໄດ້​ມີ​ພວກ​ອົບ​ພະຍົບເຂົ້າ​ມາ​ໃນ​ສະຫະລັດເປັນຈຳນວນຫຼວງຫຼາຍ ກ່ອນທີ່​ເກາະ Ellis ​ເປີດ​ບໍລິການ​ ​ແລະ​ຫລັງ​ຈາກ​ໄດ້​ຖືກ​ປິດ​ລົງ.

​ເວລາ​ນີ້ ກຳລັງ​ຖືກ​ຈັດ​ວ່າ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ການສະ​ແດງເທື່ອ​ໃໝ່ ທີ່​ເອີ້ນ​ວ່າ “The Peopling of America.”

ມັນ​ຕ້ອງ​ເບິ່ງກັນ​ກວ້າງຂຶ້ນ​ເມື່ອເວົ້າ​ເລື້ອງສະຖານ​ທີ່ແຫ່ງ​ນີ້ ຊຶ່ງ​ສະ​ແດງ​ ໃຫ້​ເຫັນ​ວ່າການ​ອົບ​ພະຍົບຂອງ​ມະນຸດ​ໄດ້​ມີ​ມາ​ເປັນ​ພັນໆ​ປີ​ແລ້ວ.

ທ່ານ Stephen Briganti ຊຶ່ງ​ເປັນ​ປະທານ ​ແລະ​ຫົວໜ້າ​ບໍລິຫານ​ມູນ​ນິທິ Statue of Liberty-Ellis Island ກ່າວ​ວ່າ:

“ມີ​ຫຼາຍ​ຄົນ​ມາ​ທີ່​ນີ້​ແລະ​ເວົ້າ​ວ່າ “ ​ເບິ່ງ​ແມ້ ຢູ່​ທີ່​ນີ້ບໍ່​ມີ​ຫຍັງ​ສຳລັບ​ຂ້ອຍ. ຂ້ອຍ​ບໍ່​ຮູ້ຈັກ​ຫຍັງ​ກ່ຽວ​ກັບ​ເລື້ອງ​ຢູ່​ທີ່​ນີ້ ຊຶ່ງ​ບາງ​ທີ​ຂ້ອຍ​ໄດ້​ມາ​ໄວ​ໂພດ ຫຼື ​ເບິ່ງ​ຄື​ວ່າ ຂ້ອຍ​ໄດ້​ມາ​ທີ່​ນີ້​ແລ້ວ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ​ແລະເຈົ້າ ​ກໍ​ບໍ່​ໄດ້​ເວົ້າ​ຫຍັງກ່ຽວ​ກັບ​ຂ້ອຍ.” ດັ່ງ​ນີ້ ໜຶ່ງ​ກໍ​ແມ່ນ​ວ່າ ພວກ​ເຮົາ​ຢາກ​ມີ​ສ່ວນ​ພົວພັນ ​ແລະ​ສອງ​ມາກໍ​ແມ່ນ​ວ່າ ພວກ​ເຮົາ​ເຊື່ອ​ວ່າ ມັນເປັນ​ສິ່ງ​ທີ່ຖືກຕ້ອງ​ແລ້ວ ​ເພື່ອ​ເລົ່າ​ເລື້ຶອງລາວ ​ເລື້ອງ​ລາວ​ທັງ​ໝົດ ​ແລະ​ນີ້​ກໍ​ເປັນ​ບ່ອນ​ທີ່​ຖືກຕ້ອງ​ແລ້ວ​ທີ່​ພວກ​ເຮົາ​ໄດ້​ມາ​ທີ່​ນີ້.”

ການວາງສະ​ແດງ​ດັ່ງກ່າວ ​ເນັ້ນ​ເຖິງ​ຊຸມມື້​ທຳ​ອິດ​ໃນ​ການ​ສຳຫຼວດ​ຂອງ​ຊາວ​ອາ​ເມຣິກັນ ​ແລະ​ການ​ສ້າງ​ອານາ​ນິຄົມ ​ແລະ​ບັນຫາ​ຂັດ​ແຍ້​ງກັບ​ຊາວ​ພື້ນ​ເມືອງ​ອາ​ເມຣິກັນ.

​ທ່ານນາງ Clay Gish ຜູ້​ອອກ​ແບບ​ເລື້ອງ​ການສະ​ແດງນີ້​ ກ່າວ​ວ່າ ແລະ​ໃນ​ຂະນະ​ທີ່​ຄົນ​ສ່ວນ​ຫຼາຍ​ມາ​ທີ່​ນີ້ ​ໃນ​ຖານະ​ເປັນ​ຄົນ​ທີ່ມີສິດ​ເສລີ ເຕັມໂຕກໍຕາມ ແຕ່ການສະ​ແດງ​ກໍ​ບໍ່​ໄດ້​ລືມ​ປະຫວັດ​ສາດ​ຂອງ​ຄວາມ​ເປັນ​ທາດ ​ແລະການ​ເຮັດ​ວຽກ​ເປັນ​ຂ້າ​ທາດ​ທີ່​ບົ່ງ​ໄວ້​ໃນ​ສັນ
ຍາ​ນັ້ນ.

ທ່ານນາງ Clay Gish ກ່າວ​ຕື່ມ​ວ່າ:

“ພວກ​ເຮົາ​ຕ້ອງ​ໄດ້​ຮັບ​ມື​ກັບ​ການ​ເປັນ​ຂ້າ​ທາດ. ​ບາງ​ຄົນຖືກນຳ​ມາ​ທີ່​ນີ້ ​ດ້ວຍການ
ຖືກ​ບັງຄັບ​ ​ແຕ່​ພວກ​ເຂົາ​ເຈົ້າ​ກໍ​ຍັງ​ໄດ້​ຮັບ​ປະສົບ​ການ​ຈາກ​ການ​ເດີນທາງ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ໃນ​ທີ່​ສຸດ ກໍ​ໄດ້​ປັບ​ໂຕ​ເຂົ້າ​ກັບ​ດິນ​ແດນ​ໃໝ່​ແຫ່ງ​ນີ້.”

ພາກສ່ວນ​ສຳຄັນ​ຂອງ​ການ​ຍົກ​ລະດັບ ມູນ​ຄ່າ 20 ລ້ານ​ດອນ​ລາ​ແມ່ນ​ແກ້ບັນຫາ​ໃນ​ຊ່ວງ​ເວລາ​ຫຼາຍ​ປີ ຫຼັງ​ຈາກ​ປີ 1954 ​ເວລາ​ພວກ​ອົບ​ພະ ຍົບ​ເຂົ້າ​ມາ​ໃນ​ສະຫະລັດ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ​ໂດຍ​ທາງ​ເຮືອບິນ ທາງບົກ ມາ​ນຳແພ​ແລະ
ເຮືອທີ່​ສ້າງ​ເອງ.

ທ່ານ Michael Schneider ທີ່​ອອກ​ແບບ​ດ້ານ​ເຕັກ​ໂນ​ໂລ​ຈີ ​ແລະ​ສື່​ມວນ​ຊົນ ກ່າວ​ວ່າ:

“ເວລາ​ນັ້ນ ພວກ​ເຮົາ​ເລົ່າ​ປະຫວັດ​ຂອງແຕ່ລະບຸກຄົນ​ ​ໂດຍຜ່ານ​ການ​ສຳພາດ​ທີ່​ເຈາະ​ຈົງ​ກັບ​ພວກ​ອົບ​ພະຍົບ​ແທ້ ​ແລະ​ປະສົບ​ການ​ຂອງ​ເຂົາ​ເຈົ້າ​ໃນ​ການ​ເດີນ
ທາງ​ມາ​ຮອດຂອງ​ເຂົາ​ເຈົ້າ.”

ນາງ Natsot Kiosk ກ່າວ​ວ່າ “​ແລະ​ຂ້ອຍ ​ໄດ້​ເຂົ້າ​ມາ​ຍັງ​ສະຫະລັດ ຈາກໄນ​ຈີ​ເຣຍ ​ເພື່ອ​ເຂົ້າ​ຮຽນ​ຢູ່​ໃນ​ມະຫາວິທະຍາ​ໄລ ​ແລະ​ຂ້ອຍ​ໄດ້​ເຂົ້າຮຽນ​ຕໍ່​ເພື່ອເອົາລະດັບ
ປະລິນຍາ​ໂທ ​ແລະ​ມະຫາວິທະຍາ​ໄລ NYU.”

ການສະ​ແດງ​ໃໝ່​ນີ້ ສະທ້ອນ​ເຖິງ​ໂສມໜ້າ​ທີ່​ປ່ຽນ​ແປງຂອງ​ການ​ອົບ​ພະຍົບເຂົ້າ​ເມືອງ ​ແລະ​ຄວາມ​ຮູ້ສຶກ​ຕ່າງໆທີ່​ປ່ຽນ​ແປງໄປ.

​ນາງ Rita MCGregor ນັກ​ທ່ອງ​ທ່ຽວ​ຄົນ​ນຶ່ງ ຈາກ​ເມືອງ Santa Fe ລັດ New Mexico ກ່າວ​ວ່າ:

“ຂ້ອຍ​ເຫັນ​ວ່າ​ເປັນ​ທີ່​ໜ້າ​ສົນ​ໃຈ​ຫຼາຍ ທີ່​ພວກ​ເຮົາ​ໄດ້​ຖືກຕ້ອນ​ຮັບ​ຢ່າງ​ເຕັມ​ໃຈ​ເປັນ​ຄົນ​ອົບ​ພະຍົບ ​ເມື່ອ​ນຶ່ງ​ສັດຕະວັດຜ່ານ​ມາ ​ແລະ​ບັດ​ນີ້ ພວກ​ເຮົາ​ບໍ່​ໄດ້​ປະຕິ
ບັດ​ຕໍ່​ພວກ​ອົບ​ພະຍົບ​ແບບ​ດຽວ​ກັນ.”

ທ່ານ Briganti ຫົວໜ້າ​ບໍລິຫານ​ການສະ​ແດງ ​ເອີ້ນ​ການ​ອົບ​ພະຍົບ​ເຂົ້າ​ເມືອງ​ເປັນ​ພາກ
ສ່ວນ​ນຶ່ງ​ຂອງ DNA ອາ​ເມຣິກາ. ທ່ານ​ເວົ້າຕື່ມ​ວ່າ ລາງ​ເທື່ອ​ມັນ​ກໍ​ຍາກ ​ແຕ່​ກໍ​ຍັງ​ບໍ່​ເຄີຍ​ມີ
​ຄຳ​ຖາມ​ຈັກ​ເທື່ອ ທີ່​ວ່າ​ພວກ​ເຮົາ​ເຮັດ​ຫຍັງ​ໄປ ​ແຕ່​ກໍ​ໃນ​ນາມ​ປະ​ເທດ​ຂອງ​ຊາວ​ອົບ​ພະຍົບ
ຢູ່ ​ແລະຈະ​ສືບ​ຕໍ່​ເປັນ​ປະ​ເທດ​ອົບ​ພະຍົບຢູ່​ຕໍ່​ໄປ.

XS
SM
MD
LG