ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ກັບ ມາເລເຊຍ ຂັດແຍ້ງກັນ ກ່ຽວກັບ ການຕາຍຂອງອ້າຍທ່ານ ຄິມ ຈອງ ອຶນ


ພາບນິ້ງຈາກກ້ອງວົງຈອນປິດ ປະກົດໃຫ້ເຫັນຜູ້ຊາຍຄົນໜຶ່ງ
ຖືກອ້າງວ່າເປັນທ້າວ Kim Jong Nam (ໃນວົງມົນສີແດງ) ລົມກັບເຈົ້າໜ້າທີ່ສະໜາມບິນຫຼັງຈາກ ຖືກເຂົ້າທັກທາຍໂດຍ
ແມ່ຍິງນຸ່ງເສື້ອສີຂາວຄົນໜຶ່ງຢູ່ສະໜາມບິນສາກົນ ກົວລາ ລຳເປີ, ປະເທດ ມາເລເຊຍ. 13 ກຸມພາ, 2017.
ພາບນິ້ງຈາກກ້ອງວົງຈອນປິດ ປະກົດໃຫ້ເຫັນຜູ້ຊາຍຄົນໜຶ່ງ ຖືກອ້າງວ່າເປັນທ້າວ Kim Jong Nam (ໃນວົງມົນສີແດງ) ລົມກັບເຈົ້າໜ້າທີ່ສະໜາມບິນຫຼັງຈາກ ຖືກເຂົ້າທັກທາຍໂດຍ ແມ່ຍິງນຸ່ງເສື້ອສີຂາວຄົນໜຶ່ງຢູ່ສະໜາມບິນສາກົນ ກົວລາ ລຳເປີ, ປະເທດ ມາເລເຊຍ. 13 ກຸມພາ, 2017.

ຄວາມເຄັ່ງຕຶງທາງການທູດກຳລັງມີເພີ່ມຂຶ້ນ ລະຫວ່າງ ເກົາຫຼີເໜືອ ກັບ ມາເລເຊຍ ລຸນຫຼັງການລອບສັງຫານອ້າຍຕ່າງມານດາຂອງຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un.

ລັດຖະບານ ກົວລາລຳເປີ ໄດ້ເອີ້ນເອກອັກຄະລັດຖະທູດຂອງຕົນປະຈຳນະຄອນຫຼວງ ພຽງຢາງ ກັບຄືນປະເທດເພື່ອ “ປຶກສາຫາລື” ຫຼັງຈາກທູດພິເສດຂອງ ເກົາຫຼີເໜືອ ປະຈຳ ມາເລເຊຍ ທ່ານ Kang Choi ໄດ້ກ່າວໂຈມຕີ ມາເລເຊຍ ຫຼັງຈາກບັນດາເຈົ້າໜ້າທີ່ໄດ້ປະ ຕິເສດຄຳຮຽກຮ້ອງ ຂອງ ເກົາຫຼີເໜືອ ເພື່ອເປີດເຜີຍສົບຂອງ Kim Jon Nam ແລະ ອະນຸຍາດໃຫ້ຜູ້ ຕາງໜ້າຈາກ ສະຖານ ທູດ ເກົາຫຼີເໜືອ ໄປມີໜ້າຢູ່ບ່ອນພິສູດຊາກສົບ.

ທ່ານ Kang Choi ຖືກຮຽກຕົວໂດຍກະຊວງການຕ່າງປະເທດຂອງ ມາເລເຊຍ ໃນວັນ ຈັນມື້ນີ້ ຫຼັງຈາກເພິ່ນໄດ້ກ່າວຫາ ມາເລເຊຍ ວ່າ “ພະຍາຍາມທີ່ຈະປົກປິດບາງຢ່າງ” ແລະ ກ່ຽວກັບ “ການສົມຮູ້ຮ່ວມຄິດ ແລະ ຮຽກຮ້ອງຄວາມສົນໃຈຈາກພາຍນອກ.” ກະຊວງ ການ ຕ່າງ ປະ ເທດໄດ້ປະຕິເສດການກ່າວອ້າງຂອງທ່ານທູດວ່າ “ບໍ່ມີມູນ ຄວາມຈິງ.”

Kim Jong Nam ອາຍຸ 45 ປີ ໄດ້ເສຍຊີວິດໃນລະຫວ່າງຖືກສົ່ງໄປໂຮງໝໍໃນວັນຈັນ ທີ່ຜ່ານມາ ຫຼັງຈາກມີລາຍງານວ່າຜູ້ກ່ຽວ ໄດ້ເຂົ້າທັກທາຍ ແລະ ຖືກວາງຢາພິດໂດຍ ແມ່ຍິງສອງຄົນ ຢູ່ສະ ໜາມບິນນານາຊາດ ກົວລາລຳເປີ ຂອງ ມາເລເຊຍ ໃນຂະນະທີ່ ກຳລັງລໍຖ້າຖ້ຽວບິນໄປເມືອງ ມາເກົ້າ, ອີງຕາມບັນດາເຈົ້າໜ້າທີ່ ມາເລເຊຍ ແລະ ເກົາຫຼີໃຕ້.

ໂທລະພາບ ຍີ່ປຸ່ນ Fuji TV ໄດ້ອອກອາກາດພາບເຄື່ອນໄຫວ ທີ່ຖືກຖ່າຍໄດ້ໂດຍກ້ອງ ວົງຈອນ ປິດຂອງສະໜາມບິນໃນວັນຈັນທີ່ຜ່ານມາ ເຊິ່ງສະແດງໃຫ້ເຫັນການໂຈມຕີທ້າວ Kim ເຖິງແກ່ຊີວິດ. ຫຼັງຈາກຖືກເຂົ້າທັກທາຍແລ້ວ, ທ້າວ Kim ໄດ້ສະແດງໃຫ້ເຫັນເຖິງ ການຫາຄວາມຊ່ວຍ ເຫຼືອຈາກພະນັກສະໜາມບິນ ໃນຂະນະທີ່ໃຫ້ສັນຍານດ້ວຍ ຕາຂອງລາວ.

ສີ່ຄົນໄດ້ຖືກຄວບຄຸມຕົວໃນການເຊື່ອມໂຍງກັບການກໍ່ອາຊະຍາກຳນີ້, ລວມມີມືສັງ ຫານຕ້ອງ ສົງໄສສອງຄົນ ແລະ ຄົນ ເກົາຫຼີເໜຶືອ ໜຶ່ງຄົນຜູ້ທີ່ຖືກຈັບກຸມໃນວັນສຸກຜ່ານ ມາ. ນອກນີ້ບັນດາ ນັກສືບສວນສອບສວນຍັງຊອກຫາຜູ້ຊາຍ ເກົາຫຼີເໜືອ ອີກສີ່ຄົນ ຜູ້ທີ່ໄດ້ເດີນທາງອອກຈາກ ມາເລເຊຍ ໃນມືີ້ທີ່ທ້າວ Kim ເສຍຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG