ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຍິງກັນ ໃນນະຄອນມິວນິກ ບໍ່ມີການ ເຊື່ອມຕໍ່ກັບ ການກໍ່ການຮ້າຍ


ຜູ້ອົບພະຍົບອອກຈາກສູນການຄ້າ ຍ່າງພ້ອມກັບຍົກມືຂອງພວກ
ເຂົາເຈົ້າຂຶ້ນ ໃນນະຄອນຫຼວງ ມິວນິກ. 22 ກໍລະກົດ, 2016.
ຜູ້ອົບພະຍົບອອກຈາກສູນການຄ້າ ຍ່າງພ້ອມກັບຍົກມືຂອງພວກ ເຂົາເຈົ້າຂຶ້ນ ໃນນະຄອນຫຼວງ ມິວນິກ. 22 ກໍລະກົດ, 2016.

ຜູ້ຊາຍ ເຢຍລະມັນ ເຊື້ອສາຍ ອີຣ່ານ ອາຍຸ 18 ປີໄດ້ຖືກລະບຸຕົວວ່າແມ່ນທ້າວ David Ali Sonboly, ຜູ້ທີ່ໄດ້ລົງມືຍິງປືນໃສ່ຝູງຊົນຢູ່ໃນຍ່ານການຄ້າໃນນະຄອນ ມິວນິກ ໃນ ຕອນ ຄ່ຳຂອງວັນສຸກທີ່ຜ່ານມາ, ໄດ້ຂ້າຄົນ 9 ຄົນ ແລະ ເຮັດໃຫ້ບາດເຈັບຫຼາຍກວ່າ 20 ຄົນ ກ່ອນທີ່ຈະຂ້າຕົນເອງຕາຍ, ໄດ້ “ຖືກຄອບງຳໄປດ້ວຍການຍິງຄົນຕາຍຈຳນວນ ຫຼາຍ”, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ໃນວັນເສົາວານນີ້.

ພວກນັກສືບສວນສອບສວນກ່າວວ່າ ພວກເຂົາເຈົ້າໄດ້ຄົ້ນຫ້ອງພັກຂອງຜູ້ຕ້ອງສົງໄສ ແລະ ບໍ່ໄດ້ພົບເຫັນຫຼັກຖານການເຊື່ອມຕໍ່ກັບລັດທິກໍ່ການຮ້າຍ, ດັ່ງນັ້ນຈຶ່ງເຊື່ອວ່າ ເປັນ ການໂຈມຕີ “ສ້າງຄວາມຮຸນແຮງຍິງຄົນຕາມເຫດການທີ່ຊ່າລືກັນມາ,” ອີງຕາມປຶ້ມທີ່ ຖືກພົບເຫັນໃນຫ້ອງຂອງລາວຊື່ວ່າ “Rampage on my mind – Why Student Kill,” ຫຼື ການກໍ່ຄວາມວຸ້ນວາຍໃນຫົວຂອງຂ້ອຍ - ເປັນຫຍັງນັກຮຽນຈຶ່ງຂ້າຄົນ.

ແຜນທີ່ ທີ່ຕັ້ງຂອງສູນການຄ້າ Olympia ໃນນະຄອນ ມິວນິກ.
ແຜນທີ່ ທີ່ຕັ້ງຂອງສູນການຄ້າ Olympia ໃນນະຄອນ ມິວນິກ.

ນອກນັ້ນພວກເຂົາເຈົ້າຍັງກ່າວວ່າ ການໂຈມຕີດັ່ງກ່າວບໍ່ໄດ້ມີການເຊື່ອມຕໍ່ໃນແນວທາງ ໃດໆ ກັບການຫຼັ່ງໄຫຼເຂົ້າປະເທດຂອງຜູ້ຂໍລີ້ໄພ ທີ່ໄດ້ເປັນຫົວຂໍ້ການໂຕ້ຖຽງກັນຢ່າງ ເດືອດຮ້ອນໃນ ເຢຍລະມັນ.

ລັດຖະມົນຕີກະຊວງພາຍໃນທ່ານ Thomas de Maiziere ໄດ້ກ່າວຕໍ່ບັນດານັກຂ່າວໃນ ວັນເສົາວານນີ້ວ່າ ຫຼັກຖານໄດ້ສະແດງໃຫ້ເຫັນວ່າ ມືປືນຜູ້ນັ້ນໄດ້ຄົ້ນຄວ້າ ກ່ຽວກັບ ການ ຍິງຄົນໃນໂຮງຮຽນແຫ່ງໜຶ່ງໃນ ເຢຍລະມັນ ເມື່ອປີ 2009, ແລະ ການໂຈມຕີດ້ວຍລະ ເບີດ ແລະ ປືນໃນປະເທດ ນໍເວ ໂດຍທ້າວ Anders Behring Breivik ຜູ້ທີ່ໄດ້ຂ້າຄົນ 77 ຄົນ ໃນມື້ດຽວກັນກັບວັນສຸກທີ່ຜ່ານມາເມື່ອ 5 ປີກ່ອນ.

ທ່ານ De Maiziere ກ່າວວ່າ ມັນບໍ່ໄດ້ມີຫຼັກຖານໃດໆທີ່ລະບຸເຖິງການເຊື່ອມຕໍ່ກັບລັດ ທິກໍ່ການຮ້າຍສາກົນ.

ພວກເຈົ້າໜ້າທີ່ກຳລັງພະຍາຍາມຊອກຫາແຮງຈູງໃຈໃນການຍິງສັງຫານດັ່ງກ່າວ ແລະ ທ່ານ de Maiziere ໄດ້ກ່າວວ່າ ພວກເຂົາເຈົ້າກຳລັງສືບສວນສອບສວນຫາສາເຫດ ຕ່າງໆວ່າ ມືປືນດັ່ງກ່າວອາດໄດ້ຖືກຂົ່ມເຫັງໂດຍໝູ່ພວກທີ່ຮຽນໜັງສືມານຳກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG