ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດ ປ. Bill Clinton ແລະ ປ. ເທີກີ ທ່ານ Erdogan ຈະໄປຮ່ວມ ພິທີສົ່ງສະການ ທ່ານ Ali


ດອກໄມ້ນຶ່ງດອກ ວາງຢູ່ຂ້າງຮູບຂອງທ່ານ Muhammad Ali
ດອກໄມ້ນຶ່ງດອກ ວາງຢູ່ຂ້າງຮູບຂອງທ່ານ Muhammad Ali

ປະ​ທາ​ນາ​ທິບໍດີເທີກີ ທ່ານ Tayyip Erdogan ​ແລະກະສັດ Abdullah II ແຫ່ງ​ຈໍ​ແດນ ຈະ​ເດີນທາງ​ມາສະ​ຫະລັດ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ສົ່ງສະການ ​ໃຫ້​ແກ່ນັກ​ມວຍ​ສະຫະລັດ ທີ່ ມີ​ຊື່ສຽງ​ໂດ່​ງດັງ ທ່ານ Muhammad Ali ​ໃນ​ທ້າຍ​ອາທິດ​ນີ້ ອີງ​ຕາມ​ຄຳ​ເວົ້າຂອງ​ໂຄສົກ ປະຈຳ​ຄອບຄົວ​ຂອງທ່ານ.

ທ່ານ Bob Gunnell ​ໃນ​ວັນ​ຈັນ​ວານ​ນີ້​ໄດ້​ປະກາດ​ເຖິງ​ລາຍລະອຽດ ກ່ຽວ​ກັບ​ພິທີ​ສົ່ງສະ ການຂອງ​ທ່ານ Ali ຊຶ່ງຈະ​ຈັດ​ຂຶ້ນ​ທີ່ເຮືອນ​ຂອງນັກມວຍ ​ທີ່​ເມືອງ Louisville ລັດ Ken- tucky ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້. ອົງ​ດາ​ໄລລາ​ມະ ​ໄດ້​ຖືກ​ເຊື້ອ​ເຊີນ ​ແຕ່​ໄດ້​ຕອບ​ດ້ວຍ​ຄວາ​ມ​ເສຍ​ໃຈ​ທີ່​ບໍ່​ສາມາດ​ມາ​ຮ່ວມ​ໄດ້.

Muhammad Ali Legacy Carries Global Impact
please wait

No media source currently available

0:00 0:02:34 0:00

ພິທີ່ສົ່ງສະການຈະ​ຮວມທັງການ​ໄວ້ອາ​ໄລ​ຂອງ​ປະຊາຊົນ ຢູ່​ເດີ່ນ​ກິລາ​ທີ່​ໃຊ້​ໄດ້​ໃນ​ພິທີ ​ຕ່າງໆຊຶ່ງມີບ່ອນ​ນັ່ງເຖິງ 22,000 ບ່ອນ. ພິທີ​ດັ່ງ​ກ່າວຈະ​ເປີດ​ໃຫ້​ແກ່​ສາທາ ລະນະ​ຊົນ ​ເຂົ້າຮ່ວມ​ແລະ​ຖ່າຍ​ທອດ​ທາ​ງອິນ​ເຕີີ​ແນັດ. ຈະ​ມີ​ພິທີ​ແຫ່​ສົບ​ຍາວ​ຫຼາຍ​ໄມ​ຢູ່​ຕາມ​ຖະໜົນ​ ຫົນທາງສາຍ​ຕ່າງ​ໆໃນ​ເມືອງດັ່ງກ່າວ. ວັນ​ກ່ອນ​ພິທີ​ສົ່ງສະການ​ຄື​ໃນ​ວັນພ​ະຫັດ​ນັ້ນ ຈະ​ມີ​ ພິທີ​ຈັດ​ຂຶ້ນສຳລັບຄອບຄົວ ພ້ອມ​ດ້ວຍ​ພິທີ​ສູດ​ມົນ​ທາງບສາສະໜາ​ອິສລາມ.

ອະດີດນັກມວຍ Muhammad Ali, ຊ້າຍ, ກອດ ອະດິດປະທານາທິບໍດີ Bill Clinton.
ອະດີດນັກມວຍ Muhammad Ali, ຊ້າຍ, ກອດ ອະດິດປະທານາທິບໍດີ Bill Clinton.

ທ່ານ Gunnell ກ່າວ​ວ່າ ​ແນວ​ຄິດ​ຫລາຍຢ່າງກ່ຽວ​ກັບ​ພິທີ​ສົ່ງສະການ ​ໄດ້ຖືກ​ວາງ​ແຜນ ​ໄວ້ ​ໂດຍ​ທ່ານ Ali​ ​ເອງ​ກ່ ອນ​ທ່ານ​ໄດ້ເຖິງ​ແກ່​ກຳ ​ໃນ​ວັນ​ສຸກ​ແລ້ວ​ນີ້ ຮວມ​ອາຍຸ​ໄດ້ 74 ປີ ຫລັງ​ຈາກ​ໄດ້​ຕໍ່ສູ້​ກັບ​ພະຍາດພາກ​ກິນ​ຊັນ​ມາ​ເປັນ​ເວລາດົນ​ນານ.

ທ່ານ Gunnell ກ່າວ​ວ່າ “ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ປະຕິບັດ​ຢູ່​ນີ້ ແມ່ນໄດ້​ຮັບ​ຄວາມ​ເຫັນ​ ພ້ອມ​ຈາກ​ທ່ານ Muhammad Ali ​ແລະເປັນ​ສິ່ງ​ທີ່​ທ່ານ​ຕ້ອງການ.”

‘I Am Ali’ – a Glimpse Into the Boxing Legend's Private Life
please wait

No media source currently available

0:00 0:03:16 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Muhammad Ali Funeral
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG