ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ພິພາກສາ ຂໍສົ່ງ ຄະດີ ທ່ານ Mubarak ໄປໃຫ້ ສານອື່ນ ພິຈາລະນາ


ເຈົ້າໜ້າທີ່ໝໍແລະທະຫານ ໄປສົ່ງອະດີດປະທານາທິບໍດີອີຈິບ ທ່ານ Hosni Mubarak ຈາກເຮືອບິນເຮຣີຄອບເຕີ້ໂຮງໝໍ ຫຼັງຈາກລົງຈອດ ທີ່ໂຮງໝໍທະຫານ Maadi ລຸນຫຼັງທີ່ໄປສານມາ (13 ເມສາ 2013)
ເຈົ້າໜ້າທີ່ໝໍແລະທະຫານ ໄປສົ່ງອະດີດປະທານາທິບໍດີອີຈິບ ທ່ານ Hosni Mubarak ຈາກເຮືອບິນເຮຣີຄອບເຕີ້ໂຮງໝໍ ຫຼັງຈາກລົງຈອດ ທີ່ໂຮງໝໍທະຫານ Maadi ລຸນຫຼັງທີ່ໄປສານມາ (13 ເມສາ 2013)
ຜູ້ພິພາກສາ ໃນການພິຈາລະນາຄະດີໃໝ່ ອະດີດປະທານາທິບໍດີ
ອີຈິບທ່ານ Hosni Mubarak ໄດ້ສະເໜີໃຫ້ສົ່ງຄະດີນີ້ໄປໃຫ້ສານ ອື່ນພິຈາລະນາ.

ການຕັດສິນໄດ້ມີຂຶ້ນບໍ່ດົນ ຫຼັງຈາກທ່ານ Mubarak ທີ່ມີອາຍຸ 84
ປີ ໄດ້ໄປຮອດສານຢູ່ກຸງໄຄໂຣ ໃນວັນເສົາມື້ນີ້ ແລະຖືກຍູ້ເຂົ້າໄປ
ເທິງຕຽງເລື່ອນໂຮງໝໍ.

ທ່ານ Mubarak ຖືກດຳເນີນຄະດີຄືນໃໝ່ ຫຼັງຈາກໄດ້ຂໍອຸທອນຕໍ່ ຄຳຕັດສິນຈຳຄຸກຕະຫຼອດຊີວິດຍ້ອນສົມຮູ້ຮ່ວມຄິດໃນການເສຍ ຊີວິດຂອງພວກປະທ້ວງຫຼາຍຮ້ອຍຄົນໃນລະຫວ່າງການລຸກຮືຂຶ້ນ ໃນລະດູບານໃໝ່ຢູ່ໃນປະເທດດັ່ງກ່າວ.

ທ່ານ Mubarak ໄດ້ຮັບອະນຸຍາດໃຫ້ຂໍອຸທອນ ໃນເດືອນມັງກອນປີນີ້ ຫຼັງຈາກຜູ້ພິພາກສາ ຄົນນຶ່ງ ຕັດສິນໃນປີກາຍນີ້ວ່າ ທ່ານເອງ ແລະລັດຖະມົນຕີກະຊວງພາຍໃນຂອງທ່ານ ບໍ່ສາ ມາດຍຸຕິການສັງຫານພວກປະທ້ວງເກືອບ 1,000 ຄົນ ໃນປີ 2011 ໃນຂະບວນການລຸກຮື ຂຶ້ນ ທີ່ນຳໄປສູ່ການຂັບໄລ່ທ່ານອອກຈາກອຳນາດນັ້ນ.

ທ່ານ Mubarak ແລະບຸກຄົນອື່ນໆອີກ 5 ຄົນ ຮວມທັງຜູ້ຊ່ອຍຂອງທ່ານໄດ້ຖືກກ່າວຫາໃນ ຄະດີດັ່ງກ່າວ. ສານອຸທອນສູງສຸດຂອງອີຈິບ ໄດ້ອະນຸມັດ ໃຫ້ມີການດຳເນີນຄະດີ ທ່ານ Mubarak ໃໝ່ຕາມຄຳຂໍຮ້ອງຂອງໄອຍະການແລະຈຳເລີຍຫຼັງຈາກມີການຮ້ອງທຸກວ່າ ຫຼັກ ຖານຂອງໄອຍະການບໍ່ເຂັ້ມແຂງພໍ.

ໃນອີກດ້ານນຶ່ງ ລູກຊາຍຂອງທ່ານ Mubarak ສອງຄົນ ກໍປະເຊີນກັບ ການຟ້ອງຮ້ອງເຊັ່ນ ດຽວກັນ. ທ້າວ Gamal ແລະທ້າວ Alaa Mubarak ພວມຖືກດຳເນີນຄະດີໃໝ່ ໃນຂໍ້ຫາສໍ້ ລາດບັງຫຼວງ.
XS
SM
MD
LG