ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ​ແພດ ​​ບໍ່​ມີ​ພົມ​ແດນ ​ຂໍ​ໃຫ້ສືບສວນ ການຖິ້ມລະເບີດ ໃສ່ໂຮງໝໍ ໂດຍ ກຳມະການ ອິດສະຫຼະ


ທ່ານນາງ Francoise Saulnier (MSF) ທີີປຶກສາດ້ານກົດ
ໝາຍ ແລະຍານາງ Joanne Liu ປະທານ ນາຍ​ແພດ​​ບໍ່​ມີ​ພົມ​ແດນ (ຂວາ).
ທ່ານນາງ Francoise Saulnier (MSF) ທີີປຶກສາດ້ານກົດ ໝາຍ ແລະຍານາງ Joanne Liu ປະທານ ນາຍ​ແພດ​​ບໍ່​ມີ​ພົມ​ແດນ (ຂວາ).

ອົງການ​ແພດບໍ່​ມີ​ພົມ​ແດນ ຫຼື MSF ກຳລັງ​ຮ້ອງຂໍ​ຄະນະ​ກຳມະ
ການອິດສະຫຼະ ທຳການ​ສື​ບສວນພາຍ​ໃຕ້​ສົນທິສັນຍາ​ເຈ​ນີວາ
ຫລັງ​ຈາກ​ການ​ຖີ້ມລະ​ເບີດ​ໃນ​ວັນ​ເສົາ​ແລ້ວ​ນີ້ ​ໃສ່​ໂຮງ​ໝໍ​ໃນ​
ເມືອງ Kunduz ປະເທດອັຟກາ​ນິສຖານໂດຍ​ກຳລັງສະຫະລັດ.

ປະ​ທານ​ອົງການແພດບໍ່​ມີ​ພົມ​ແດນ​ສາກົນ ທ່ານນາງ Joanne
Liu ກ່າວ​ຕໍ່​ພວກນັກ​ຂ່າວ ​ໃນ​ວັນ​ພຸດ​ມື້​ນີ້ວ່າ “​ເປັນ​ທີ່​ຮັບ​ເອົາ​ບໍ່​
ໄດ້ ທີ່​ມີການ​ຖີ້ມລະ​ເບີດ​ໃສ່​ໂຮງ​ໝໍ ເຮັດ​ໃຫ້​ພະນັກງານ​ ແລະ
​ພວກຄົນ​ເຈັບ​ເສຍ​ຊີວິດ ໂດຍຖືວ່າເປັນຄວາມ ເສຍ​ຫາຍ​ທີ່​ບໍ່
ໄດ້ຕັ້ງໃຈ ຫລື​ປັດ​ອອກ​ໄປ​ໄວ້ທາງ​ຂ້າງວ່າ ​ເປັນຄວາມ​ຜິດ​ພາດ”

ຄຳ​ຖະ​ແຫຼ​ງຂອງ​ທ່ານ​ນາງ ​ໄດ້​ມີ​ຂື້ນ​ນຶ່ງ​ມື້ຫລັງ​ຈາກນາຍ​ພົນ John Campbell ແຫ່ງກອງ
ທັບສະຫະລັດ ຜູ້ບັນຊາການກຳລັງ​ປະສົມພາຍໃຕ້ການນຳພາຂອງອົງການ NATO ​
ໃນ ອັຟກາຖານ ລາຍ​ງານ​ຕໍ່ຄະນະ​ກຳມະການ​ ລັດຖະສະ​ພາສະ ຫະລັດວ່າ ກຳລັງ​ທະຫານສະຫະລັດ​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ກ່ຽວກັບ “ຄວາ​ມ ຜິດ​ພາດ” ​ໃນໂຈມ​ຕີ​ໂຮງໝໍ. ການ​ຖີ້ມລະ​ເບີດໄດ້​ເຮັດ​ໃຫ້​ຄົນ​ເຈັບ 10 ຄົນແລະ​ ພະນັກງານຂອງອົງການ MSF 12 ຄົນ​ເສຍ​ຊີວິດ.

ທ່ານ​ນາງ Liu ກ່າວ​ວ່າ ຄວາມ​ຈິງ​ກ່ຽວກັບ​ການ​ໂຈມ​ຕີ ຕ້ອ​ງ​ໄດ້​ມີການສືບສວນ​ແບບບໍ່ເຂົ້າ
ຂ້າງອອກຂາ ​ແລະ​ເປັນ​ອິດສະຫລະ ​ແລະອົງການ MSF ບໍ່​ສາມາດກາງຕໍ່ອາໄສ ການ
ສືບສວນ​ພາຍ​ໃນ ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໂດຍສະຫະລັດ ອັຟ ການິສຖານ ​ແລະອົງການ NATO.

Afghanistan Kunduz
please wait
Embed

No media source currently available

0:00 0:02:37 0:00

ຜູ້ອຳນວຍການ​ທົ່ວ​ໄປ​ຂອງອົງການ MSF ທີ່​ປະ​ເທດ Switzerland ທ່ານ Bruno
Jochun ກ່າວ​ວ່າ ​ໂຮງໝໍ​ ໄດ້​ເປັນ​ເປົ້າ​ໝາຍ “​ໂດຍ​ບໍ່ຕ້ອງ​ສົງ​ໄສ” ຍ້ອນມີ​ການ​ໂຈມ​ຕີ
ສີ່ ​- ຫ້າ​ຄັ້ງ ​ພາຍໃນເວລາບໍ່ຮອດນຶ່ງຊົ່ວ​ໂມງ ​ແລະ​ບັນດາ ເຮືອນຊານທີ່​ຢູ່​ອ້ອມແອ້ມ​ນັ້ນ
ບໍ່​ໄດ້​ຖືກ​ໂຈມ​ຕີ.

ທ່ານກ່າວວ່າ “ພວກ​ເຮົາ​ບໍ່​ໄດ້​ກ່າວ​ເຖິງ ການ​ຖີ້ມລະ​ເບີດ​ທີ່​ບໍ່​ເລືອກຈຸດ ຫລືການຍິງໂຈມ
ຕີ​ທີ່​ບໍ່​ເລືອກເປົ້າ ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢູ່ໃນສະຖານ​ທີ່​ແຫ່ງນຶ່ງ​ ຂ​ອງ​ພວກ​ເຮົາ. ພວກ
​ເຮົາ​ເວົ້າ​ເຖິງຄວາມ​ພິນາດ​ທີ່​ແນ່ນອນ​ຂອງ​ຕຶກ​ສຳຄັນ ຂອງ​ໂຮງໝໍ ທີ່​ໃຫ້ການ​ປິ່ນປົວ​
​ແລະຮັກສາສຸກ​ເສີນ​ແກ່​ບັນດາ​ຄົນ​ເຈັບ.”

ທ່ານ Jochum ກ່າວ​ວ່າ ​ໂຮ​ງໝໍ​ເປັນ​ທີ່​ຮູ້​ດີ​ແກ່​ທຸກ​ຄົນ ຢູ່​ໃນ​ຂົງ​ເຂດ ​ແລະ​ໄດ້​ປະຕິບັດ​
ງານມ​າ​ໄດ້​ຫລາຍ​ປີ​ແລ້ວ. ທ່ານ​ໄດ້​ກ່າວຢ້ຳເຖິງຄວາມ​ສຳຄັນ​ຂອງການ​ສຶບສວນໃນການ
​ໂຈມ​ຕີ ​ໂດຍ​ກ່າວ​ວ່າ ປ່ອຍ​ໃຫ້​ປະ​ເທດ​ນຶ່ງໜີ​ໄປ​ໄດ້​ຈາກການ​ກະທຳ​ດັ່ງກ່າວ ​ເປັນ​ການ
ປະກາດໃຫ້ແກ່​ “ກຸ່ມ​ຕິດ​ອາວຸດ​ທັງ​ໝົດ​ວ່າ ​ເລື້ອງ​ນີ້​ສາມາດ​ເກີດ​ຂຶ້ນນ​ໄດ້.”

U.S. Airstike in Afghanistan
please wait

No media source currently available

0:00 0:05:43 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG