ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແພດບໍ່ມີພົມແດນ ກ່າວວ່າ ພວກກູ້ໄພ ຊ່ອຍຜູ້ບາດເຈັບ 3 ຄົນ ຈາກໂຮງໝໍ ທີ່ຖືກໂຈມຕີ


ຜູ້ຄົນຊອກຫາພວກທີ່ລອດຊີວິດ ຢູ່ຕາມຊາກໂຣງໝໍ ທີ່ໄດ້ຮັບການສະໜັບສະໜຸນໂດຍແພດບໍ່ມີພົມແດນ ທີ່ຖືກໂຈມຕີຢູ່ແຂວງ Idlib ໃນພາກເໜືອຂອງຊີເຣຍ.
ຜູ້ຄົນຊອກຫາພວກທີ່ລອດຊີວິດ ຢູ່ຕາມຊາກໂຣງໝໍ ທີ່ໄດ້ຮັບການສະໜັບສະໜຸນໂດຍແພດບໍ່ມີພົມແດນ ທີ່ຖືກໂຈມຕີຢູ່ແຂວງ Idlib ໃນພາກເໜືອຂອງຊີເຣຍ.

ອົງການ​ແພດ​ບໍ່​ມີ​ພົມ​ແດນ​ຫຼື MSF ກ່າວ​ໃນ​ວັນ​ພຸດ​ມື້ນີ້ວ່າ ພວກ
​ກູ້​ໄພ ​ໄດ້​ຊ່ອຍ​ເອົາ 3 ຄົນ ​ທີ່​ໄດ້​ຮັບ​ບາດ​ເຈັບ ອອກ​ມາ​ຈາກ​ຊາກ
​ຫັກ​ພັງ​ຂອງ​ໂຮງໝໍຢູ່​ໃນ​ພາກເໜືອຂອງ​ຊີ​ເຣຍ ທີ່ໄດ້​ຖືກ​ທຳລາຍ
​ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ.

ອົງການ​ MSF ​ໄດ້​ສົ່ງ​ຂໍ້ຄວາມ​ຜ່ານ​ທາງ Twitter ວ່າ ການ​ປະຕິ
ບັດ​ງານ ​ເພື່ອ​ຊອກ​ຄົ້ນຫາ ​ໃນ​ບໍລິ​ເວນ​ທີ່​ເກີດ​ເຫດ ​ຢູ່ແຂວງ Idlib
ຍັງ​ດຳ​ເນີນ​ຕໍ່​ໄປ.

ອົງການ MSF ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້ວ່າ ພະນັກງານ​ຂອງ​ຕົນ
25 ຄົນ​ຢູ່ທີ່​ໂຮງໝໍ​ດັ່ງກ່າວໃນ​ເວລາ​ທີ່​ເກີດ​ການ​ໂຈມ​ຕີ​ໃນ​ມື້ວັນ​ຈັນ
​ແລ້ວ ທີ່​ມີ​ການ​ຢືນຢັນວ່າ 11 ຄົນ​ໄດ້​ເສຍ​ຊີວິດ​ໄປ​ນັ້ນ. ພວກ​ທີ່​ເສຍ​ຊີວິດ​ແມ່ນ​ຮວມທັງ​ພະນັກ ງານ 5 ຄົນ ຄົນ​ເຈັບ 5 ຄົນ ​ແລະ​ຜູ້​ໃຫ້ການ​ປິ່ນປົວ​ອີກ​ນຶ່ງ​ຄົນ.

​ໃຜ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ໂຈມ​ຕີຄັ້ງນີ້ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອແລະ​ພາໃຫ້​ມີ​ການ​
ກ່າວ​ຫາຊຶ່ງ​ກັນ​ແລະ​ກັນ ພ້ອມ​ທັງ​ການ​ກ່າວ​ປະຕິ​ເສດ.

ທ່ານ Peter Cook ​ໂຄສົກ​ຂອງ​ທຳນຽບຫ້າ​ແຈ ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ວັນ​ອັງຄານ​ວານ​
ນີ້ວ່າ ​ເຮືອບິນ​ຂອງ​ກຳລັງ​ປະສົມ ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ​ທີ່ຖິ້ມລະ​ເບີດ​ໂຈມ​ຕີ​
ໃສ່​ກຸ່ມ​ລັດ​ອິສລາມ ​ຢູ່​ໃນ​ຊີ​ເຣຍນັ້ນ ບໍ່​ໄດ້​ພົວພັນ​ກັບ​ເລື້ອງນີ້.

ທ່ານ Cook ກ່າວ​ວ່າ ມັນ​ຈຳ​ເປັນ​ຈະ​ຕ້ອງ​ໄດ້​ມີ​ການ​ຊັ່ງຊາ​ຕີ​ລາຄາ​ຢ່າງ​ລະມັດລະວັງ​ຈາກ​
ຜູ້​ຄົນ​ທີ່ຢູ່​ທາງ​ພາກພື້ນດິນ. ຂ້າພະ​ເຈົ້າຮູ້​ດີ​ວ່າ ມັນ​ມີ​ຄຳ​ຖາມ​ກ່ຽວ​ກັບກິດຈະການ​ຂອງຣັດ​
ເຊຍ​ຢູ່​ໃນ​ຂົງ​ເຂດແຕ່​ຂ້າພະ​ເຈົ້າຍັງ​ບໍ່​ສາມາດ​ກ່າວ​ໄດ້​ຢ່າງສະ​ເພາະ​ເຈາະ​ຈົງ​ວ່າຜູ້​ໃດ​ເປັນ
​ຜູ້​ຮັບຜິດຊອບ​ໂດຍ​ກົງ.

ຣັດ​ເຊຍ​ກໍເຊັ່ນ​ດຽວ​ກັນ ​ໄດ້​ປະຕິ​ເສດ​ວ່າ ກຳລັງ​ຂອງ​ຕົນ​ບໍ່​ໄດ້​ຢູ່​ເບື້ອງຫລັງການ ​ໂຈມ​ຕີ​ໃນ
​ຄັ້ງນີ້.

Syria
please wait
Embed

No media source currently available

0:00 0:01:42 0:00

XS
SM
MD
LG