ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພຸດຕະພອນ ຈັນເດດກ້າ ນັກຫລີ້ນກ້າມ ລາວ-ອາເມຣິກັນ


ພຸດຕະພອນ ຈັນເດດກ້າ ຫລື Mr. Illinois ນັກຫລີ້ນກ້າມ ລາວ-ອາເມຣິກັນ ຄົນທໍາອິດ.
ພຸດຕະພອນ ຈັນເດດກ້າ ຫລື Mr. Illinois ນັກຫລີ້ນກ້າມ ລາວ-ອາເມຣິກັນ ຄົນທໍາອິດ.
ມະ​ນຸດເຮົາເກີດ​ມາ ​ລ້ວນ​ແລ້ວ​ແຕ່ເປັນ​ຜູ້ຢາກ​ມີ​ຮູບ​ຮ່າງໃຫຍ່
ງາມ ກ່າວ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງກໍ​ແມ່ນ​ວ່າ ຜູ້​ຊາຍ ຕ້ອງ​ສູງ​ໃຫ້
ໄດ້​ຫລາບໄດ້​ລາຍ ​ມີນ້ຳ​ໜັກ ແລະ​ກ້າມ​ເນື້ອແໜ້ນ ເຫັນແລ້ວ
​ເປັນ​ທີ່​ເກງ​ຂາມຕໍ່​ຜູ້​ພົບ​ເຫັນ. ​ດ້ວຍ​ເຫດ​ນີ້​ເອງ ຜູ້​ຊາຍ​ຈຳ​ນວນ​
ນຶ່ງໄດ້​ພາ​ກັນ​ສ​ະ​ແຫວງ​ຫາການ​ມີ​ຮູບ​ຮ່າງໃຫຍ່ ເພື່ອ​ຢາກ​ບັນລຸ
ຄວາມ​ຝັນ​ຂອງ​ເຂົາ​ເຈົ້າ ໂດຍ​ການໃຊ້​ເວ​ລາ ຍົກ​ນ້ຳ​ໜັກ ​ຖະ​ນຸ​
ຖະໜອມ​ຮ່າງ​ກາຍ ແລະເຝິກແອບໃຫ້​ມີ​ກ້າມ​ເນື້ອ​ໃຫ​ຍ່​ເກີນ​
ກວ່າ​ຄົນທຳ​ມະ​ດາສາ​ມັນ. ພາກ​ປະ​ຕິ​ບັດ​ດັ່ງ​ກ່າວ​ນີ້ຕ້ອງ​ໄດ້
ເຮັດ​ດ້ວຍ​ຕົ​ນເອງ ແລະ​ມີ​ລະ​ບຽບ​ວິໄນ ການ​ຢູ່​ກິນ​ເຄັ່ງ​ຄັດບຳ​
ລຸງ​ຮ່າງກາຍໃຫ້​ຖືກ​ຕ້ອງ ​ຂະລໍາ ​ແລະລະ​ມັດ​ລະ​ວັງເປັນພິ​ເສດ.

ປະ​ວັດ​ສາດຂອງມະ​ນຸດ​ເຮົາ ຜູ້ມີ​ຮູບ​ຮ່າງ​ໃຫ​ຍ່ ມີ​ກຳ​ລັງ​ວັງ​ຊາ
ມີກ້າມ​ເນື້ອແໜ້ນ​ ເປັນ​ທີ່​ຢຳເກງປາບ​ພວກຜີ​ຮ້າຍ ​ຫລື​ພວກ​ຕ້ານ​ຄວາມ​ສີວິ​ໄລ​ຂອງ
ມະນຸດ ໄດ້​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ນິ​ທານ​ພື້ນເມືອງໂບ​ຮານ ຄວາມ​ສີວິ​ໄລ​ທີ່​ມີ​ຊື່​ສຽງຂອງ
ຊາວ Greek ເມື່ອ 5000 ປີ​ກ່​ອນອັນເປັນ​ທີ່ຮູ້​ກັນດີ​ວ່າ Hercules ​ຊຶ່ງເປັນ​ຊື່​ Roman
ແລະ​ເປັນ​ລູກ​ຊາຍ​ຂອງ ພະ​ເຈົ້າZeus. ຄວາມ​ເຊື່ອ​ຖື​ໂດ່ງ​ດັງ​ ​ແລະໜ້າ​ນັບຖື​ຂອງ Hercules ຜູ້​ມີ​ກໍາລັງວັງຊາ ໄດ້​ຖ່າຍທອດ​ມາສູ່ມະນຸດຊາດຈົນ​ເທົ້າເຖິງປັດ​ຈຸ​ບັນ​ນີ້.

ເພາະ​ສະ​ນັ້ນ ມະນຸດເຮົາ​ຈຶ່ງໄດ້​ພາກັນເກີດມີ​ຄວາມ​ ພິດສະດານ ງຶດ​ງໍ້ໃນຄວາມ​ຍິ່ງ​ໃຫຍ່​
ກັບກໍ​າລັງວັງຊາ ຢາກ​ໃຫ້​ມີຮ່າງກາຍ​ໃຫຍ່. ປະວັດ​ສາດ ກາ​ນຍົກ​ນໍ້າໜັກ ​ໄດ້​ບັນທຶກ​ໄວ້​
ຢູ່​ໃນ​ສະ​ໄໜຕົ້ນ​ສັດ​ຕະວັດນັ້ນວ່າ ເວລາ​ມະນຸດຍັງ​ຢູ່​ໃນ​ສະ​ໄໝທີ່ໂລກຍັງ​ບໍ່​ທັນ​ມີ​ຄວາມ​
ຈະເລີ​ນ ​ທາງ ດ້ານເທັກໂນ​ໂລ​ຈີ ຍັງບໍ່​ມີ​ເຄື່ອງ​ຈັກ ​ແລະ​ອຸບປະກອນອັນ​ທັນ​ສະ​ໄໝ​ມາ​
ຊ່ວຍອອກແຮງ ​ໃນ​ການ​ທໍາ​ມາ​ຫາ​ກິນ​ນັ້ນ ມະນຸດຈຶ່ງ​ຕ້ອງ​ໄດ້ໃຊ້​ເຫື່ອ​ແຮງຂອງ​ຕົນ​ເອງ
​ໂດຍ​ການອອກ​ກໍາລັງ​ກາຍ​ຫລາຍ​ທີ່​ສຸດ ອັນ​ເປັນ​ກິດ​ຈະ​ກໍາປະ​ຈໍາ​ວັນ ​ເຊັ່ນ​ວ່າ​ແບກ​ຫາມ
ຍົກ​ສິ່ງ​ຂອງ ​ແລະ​ບາງ​ຄົນ​ໄດ້ເລີ້ມ​ເຝິກ​ແອບແບກໂຕງົວໃສ່​ເທິງບ່າແຕ່​ຕອນ ມັນ​ຍັງ​ເປັນ
​ໂຕ​ນ້ອຍໆຢູ່ ຈົນ​ຮອ​ດມັນ​ໃຫຍ່ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເກັ່ງ​ກ້າ​ຂອງ​ເຂົາ​ເຈົ້າ.

ຕົກ​ມາ​ເຖິງປີ 1896 ການຍົກ​ນໍ້າໜັກ​ໄດ້ເຂົ້າ​ຮ່ວມ​ຢູ່​ໃນບັນດາຂະ​ແໜງ​ກີລາ​ແຂ່ງຂັນ​
ໂອ​ລິ​ມປິກ ​ໃນ​ປີ 1960 ຢູ່​ໃນ ສະຫະລັດ ອາ​ເມຣິກາ ໄດ້ເລີ້ມມີວິວັດທະນາ​ການ ​ເຄື່ອງ
ມື​ຫັດກາຍ​ຍະ​ບໍລິຫານຂຶ້ນ​ມາ​ຫລາຍ ​ເຊັນ​ວ່າ ​ເຄື່ອງ​ຍົກ​ນໍ້າໜັກ ສະຖານ​ທີ່​ອອກ​ກໍາລັງ​
ກາຍ ​ແລະ​ການຫັດກາຍ​ຍະ​ບໍລິຫານ ​ຍົກ​ນໍ້າໜັກ​ໄດ້​ກາຍ​ມາເປັນ​ທີ່​ນິຍົມ​ທີ່​ສຸດ. ​

ໃນ​ປີ 1970 ​ການ​ສ້າງ​ຮູບ​ເງົາ​ກ່ຽວ​ກັບ​ການ​ຍົກ​ນໍ້າໜັກ ​ແລະ​ຄວາມ​ນິຍົມ​ຊົມ​ຊອບ​ກັບ
ດາຣາ​ຮູບ​ເງົາ Arnold Schwarzenegger ທີ່​ມີ​ຊື່​ສຽງເພາະ​ມີ​ກ້າມ​ເນື້ອ​ໃຫຍ່​ທີ່​ສຸດ.
ນັບ​ຕັ້ງ​ແຕ່​ປີ 1990 ​ເປັນ​ຕົ້ນ​ມາ ການ​ອອກ​ກໍາລັງ​ກາຍ​ຍົກ​ນໍ້າໜັກ ບໍ່​ແມ່ນ​ແຕ່​ສະ​ເພາະ
ຜູ້​ຊາຍ​ເທົ່າ​ນັ້ນ ​ແຕ່​ມີ​ໄວ້​ສໍາລັບບັນ​ດາ​ສຸພາບ​ສະຕຣີ ​ທີ່ໄດ້​ເລີ້ມ​ພາກັນ​ເຝິກ​ຫັດ​ຍົກ​ນໍ້າ
ໜັກ ຫລາຍ​ຂຶ້ນ ຈາກ​ການຖືກແຊກ​ແຊງ​ຂອງລາຍການ Body of Life ຫລື “ຮ່າງກາຍ​
ຊີວິດ” ດ້ວຍ​ເຫດ​ນີ້​ເອງ ຜູ້ຍິງນຶ່ງ​ໃນ​ຈໍານວນ​ຫ້າ​ຄົນໃດ​ຈຶ່ງ ພາກັນ​ຍົກ​ນໍ້າໜັກ​ເປັນ​ປະ​ຈໍາ
ໃນ​ປັດຈຸບັນ​ນີ້ ​ແມ່ນ​ກະທັ້ງ ສະຕີໝາຍ​ແລກ​ນຶ່ງ ທ່ານ​ນາງ Michelle Obama ກໍໄດ້​
ເຝິກ​ຫັດ​ໃຫ້​ມີ​ກ້າມ​ເນື້ອ​ເຕັມ​ພໍງາມ​ເໝືອນດັ່ງ​ແມ່ຍິງ​ຫລາຍໆ​ຄົນ.

ພຸດຕະພອນ ຈັນເດດກ້າ ຂ້ອຍ ແມ່ນ ລາວ-ອາເມຣິກັນ
ພຸດຕະພອນ ຈັນເດດກ້າ ຂ້ອຍ ແມ່ນ ລາວ-ອາເມຣິກັນ

ຖ້າ​ຫາກ​ທ່ານເຫັນຮູບ​ພາບ ​ແລະຮູບຮ່າງຂອງ ສຸ​ພາບ​ບຸຣຸດຄົນ​ນີ້
ຢູ່ແຫ່ງ​ໃດ​ແຫ່ງ​ນຶ່ງ ທ່ານ​ພໍຊິ​ບອກ​ໄດ້​ບໍ່​ວ່າ ລາວ​ແມ່ນ​ໃຜ ແລະມີ
ເຊື້ອສາຍ​ມາ​ຈາກໃສ. ທ່ານ​ອາດ​ຈະ​ເວົ້າ​ໄປ ​ຕ່າງ​ໆ​ນາໆ ​ແລະ​
ອາດບໍ່ຄາດຝັນເລີຍວ່າ​ ລາວ​ແມ່ນເຊື້ອສາຍລາວ ລູກ​ຫລານ​
ລາວ-ອາ​ເມຣິກັນ ທີ່​ໄດ້​ມາ​ໃຫຍ່​ຢູ່​ໃນ ສະຫະລັດ ອາ​ເມຣິກາ.
ສຸພາບ​ບຸຣຸດຄົນ​ນີ້ ແມ່ນນັກຫລິ້ນ​ກ້າ​ມ ລ​າວ​-ອາ​ເມ​ຣິ​ກັນ ຄົນ​ທຳ​
ອິດ ​ໃນ​ປະ​ວັດ​ສາດ​ ສັງ​ຄົມ​ລາວ​-ອາ​ເມ​ຣິ​ກັນ ທີ່​ໄດ້​ວາງ​ບົດບາດ
ຢູ່​ເທິງ​ເວ​ທີສາກົນ.

ນັກ​ຫລິ້ນກ້າມ​ຄົນ​ນີ້​ມີ​ຊື່ວ່າ ທ້າວ​ພຸດຕະພອນ ຈັນ​ເດດ​ກ້າ ມີ​ຊື່​ຫລິ້ນ​ວ່າ ​ໂກ້ ​ໄດ້​ເດີນທາງ​
ເຂົ້າ​ມາສະຫະລັດໃນປີ 1975 ​ແລ້ວຕັ້ງ​ຖິ່ນ​ຖານ ຢູ່ເມືອງ Elgin ລັດ Illinois ​ຢູ່ ທາງພາກ
​ກາງຂອງ ສະຫະ​ລັດ ອາ​ເມຣິກາ ເວລານັ້ນລາວມີ​ອາຍຸ​ໄດ້ 4 ປີ. ​ໂກ້ ຮຽນຈົບມັດທະຍົມ
Larkin High School ​ໃນ​ປີ 1989 ກ່ອນ​ໄປ​ຮຽນຕໍ່ທີ່ Elgin Community College
ສໍາ​ເລັດ​ອະນຸ​ປະ​ລີ​ນຍາ​ຝ່າຍ ວິທະຍາສາດ ແລະ ພາກສ່ວນ ຂອງ ມະຫາວິທະຍາ​ໄລ
Northern Illinois University.

​ເຖິງ​ແມ່ນ​ວ່າ ໂກ້ ​ຈະໄດ້​ໜີ​ອອກ​ຈາກ​ເມືອງ​ລາວ ມາແຕ່​ອາຍຸໄດ້ 4 ປີ ກໍ​ຕາມ ​ແຕ່​ລາວ ກໍ​ຍັງມີ​
ຄວາ​ມຊົງ​ຈໍາກ່ຽວ​ກັບ​ເມືອງ​ລາວຢູ່​ບໍ່​ຫຼາຍ​ກໍ​ໜ້ອຍ.​ ໂກ້ ​ສາມາດ​ປາກ​ເວົ້າ​ພາສາ​ລາວ​ໄດ້​ຢ່າງ​
ຄ່ອງ​ແຄ້ວ ດ້ວຍ​ນໍ້າ​ສຽງສໍານຽງ ສະຫວັນ​ນະ​ເຂດ ອັນ​ເປັນ​ບ້ານ​ເກີດ​ເມືອງ​ນອນ​ແລະ​ທີ່​ມາ
ຂອງລາວ.

ລາງວັນຈາກການແຂ່ງຂັນທີ່ ພຸດຕະພອນ ຈັນເດດກ້າ ໄດ້ຮັບ
ລາງວັນຈາກການແຂ່ງຂັນທີ່ ພຸດຕະພອນ ຈັນເດດກ້າ ໄດ້ຮັບ

​ໂກ້ ​ເລີ້ມ​ເກີດມີ​ຄວາມ​ສົນ​ໃຈ ​ແລະໄຝ່ຝັນ​ຢາກ​ມີ​ຮູບ​ຮ່າງ​ໃຫຍ່ງາມ
​ຕອນ​ທີ່​ລາວເດີນ​ທາງມ​າ​ເຖິງສະ​ຫະ​ລັດ ອາ​ເມ​ຣິ​ກາ ໃໝ່ໆ​ ເພາະ​
ວ່າເວ​ລາ​ນັ້ນ ລາວ​ໄດ້​ໃຊ້​ເວລາ​ຢູ່​ເຮືອນ ​ຍັງ​ບໍ່​ທັນມີ​ໝູ່​ຄູ່ເດັກ​ນ້ອຍ​
ຫລິ້ນ​ນຳ ແລະ​ໄດ້ເບິ່ງລາຍການໂທລະພາບ​ກາ​ຕູນ ທີ່ລາວ​ບໍ່​ເຄີຍ
ເຫັນ​ມາກ່ອນ.

ໂກ້ ​ເລີ້ມເກີດ​ຕິດ​ອົກ​ຕິດ​ໃຈ ກັບຮູບ​ພາບ​ພະ​ເອກ​ກາ​ຕູນ​ທີ່​ມີ​ກ້າ​ມ​
ໃຫຍ່ ຕໍ່ສູ້​ກັບ​ຜູ້​ຮ້າຍ​ອ້າຍ​ໂຈນ.ບັນ​ດາ​ພະ​ເອກ​ທີ່ ​ໂກ້ ຕິດ​ອົກ​ຕິດ
​ໃຈ​ຫລາຍ​ທີ່​ສຸດນັ້ນ​ກໍ​ຄື Incredible Hulk, Spider Man ​ແລະ
Superman ຊຶ່ງ​ເປັນ​ພວກ​ພະ​ເອກມີ​ກ້າມໃຫຍ່ ຮຸ່ນ​ງາ​ມ ສາ ມາດ ເຫາະ​ເຫີ​ນເດີນ​ອາກາດ
ແລະ​ວ່ອງ​ໄວ. ພາບ​ຂອງ​ຄວາມອົງ​ອາດ​ກ້າຫານ​ດັ່ງກ່າວ​ນີ້ ​ໄດ້​ຝັງ​ໄວ້​ຢູ່​ໃນ​ຈິດໃຈແລະສະ
ໝອງ​ຂອງ ໂກ້ ມາ​ຕະຫລອດ ແລະລາວ​ໄດ້​ຕັ້ງ​ໃຈ​ໄວ້ ວ່າ ​ມື້ນຶ່ງໃນ​ອະນາ​ຄົດຂ້າງ​ໜ້າລາວ
ຈະ​ໄດ້​ເປັນຄື​ດັ່ງ ພວກ​ພະ​ເອກ​ເຫລົ່າ​ນັ້ນ.​ ​ໂກ້ ​ໄດ້​ເຫ​ລົ່າຄວາມ​ຮູ້ສຶກ​ຂອງລາວ​ກັບ
ວີ​ໂອ​ເອ ວ່າ :


ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ໃຫ້​ຄວາມ​ຝັນ​ຂອງ​ລາວ​ໄດ້​ກາຍມ​າ​ເປັນ​ຄວາມ​ຈິງນັ້ນ ​ລາວຍັງໄດ້ສັງເກດເຫັນພ​ວກ​ອ້າຍໆຂອ​ງລາວ ພາ​ກັນ​ຍົກ​ນ້ຳ​ໜັກ​ ​ແລະ​ອອກ​ກຳ​ລັງ​ກາຍ ທີ່ເຮັດໃຫ້ລາວຢາກເຮັດຄືກັນ. ​ເວ​ລາ ໂກ້ ມີ​ອາ​ຍຸ​ 12 ປີ ລາວ​ໄດ້​ເລີ້ມ​ຕັ້ງ​ໃຈ​
ຍົກ​ນ້ຳ​ໜັກແຕ່​ລະ​ມື້ຢ່າງເອົາ​ຈິງ​ເອົາ​ຈັງ ​ແລະເວລາ​ນີ້ ໂກ້ ​ເປັນ​ໜຸ່ມນ້ອຍ​ທີ່​ແປກໆ ​ເລີ້ມ​ມີ​ກ້າມ​ເນື້ອ​ໃຫຍ່​ຫລາຍກວ່າ ບັນດາ​ໜຸ່ມນ້ອຍ​ໂດຍທົ່ວໆໄປ. ​ໂກ້ ​ໄດ້​ອະທິ​ບາຍ​ຕໍ່
ວີ​ໂອ​ເອ ຟັງ ຕື່ມອີກວ່າ:

ເພື່ອ​ຮັກ​ສາ​ຮຸ່ນ​ຂອງ​ຮ່າງ​ກາຍ​ໃຫ້​ຢູ່​ໃນ​ລະ​ດັບໝັ້ນ​ຄົງ​ ໂກ້ ຕ້ອງ​ໄດ້​ຖະ​ນຸຖະໜອມ​ໂຕເອງ
ໂດຍການ​ກິນ​ອາ​ຫານ​ໃຫ້​ຖືກ​ຕ້ອງທີ່​ມີ protein ​ບໍ່​ມີ​ໄຂ​ມັນ​ຫລາຍ​ເກີນ​ໄປ ບໍ່​ເຜັດ ແລະ
ບໍ່​ເຄັມ ເພາະສະ​ນັ້ນ ໂກ້ ຕ້ອງ​ໄດ້​ພະຍາຍາມ​ຫລີກເວັ້ນ ອາຫານ​ລາວ​ຫລາຍ​ໆຊະ​ນິດ
ແລະ​ພ້ອມ​ດຽວ​ກັນໂກ້ ກໍ່ບໍ່​ສູ​ບຢາ ​ແລະ​ບໍ່​ດື່ມ​ເຫລົ້​າ. ​ເວລາ ​ໂກ້ ​ມີ​ອາຍຸໄດ້ 19 ປີ ລາວ​ໄດ້​
ເລີ້ມ​ເຂົ້າ​ແຂ່ງ​ຂັນ ​ແລະ​ໃນ​ທີ່​ສຸດໃນ​ປີ 1991 ​ເວລາ ​ໂກ້ ມີ​ອາຍຸ​ໄດ້ 21 ປີ ລາວ​ໄດ້ຄອງ
​ຕໍາ​ແໜ່ງ Mr.Illinois ຊຶ່ງ​ເປັນ​ຜູ້ຊະນະ​ເລີດປະ​ຈໍາລັດ​ ​ແລະຫລັງ​ຈາກ​ນັ້ນ ​ໂກ້ ​ກໍໄດ້ເຂົ້າ​ແຂ່ງຂັນ​ຢູ່ໃນທຸກໆ​ຂັ້ນ​ຕອນ​ ເຊ່ນ​ວ່າ ​ລະດັບ​ລັດ​ ແລະ​ລະດັບ​ຊາດ ຊຶ່ງ ​ໂກ້ ​ໄດ້​ກ່າວຕໍ່​
ວີ​ໂອ​ເອ ຕື່ມ​ວ່າ :


ນອກຈາກ​ການ​ຫລິ້ນ​ກ້າມ ຍົກ​ນໍ້າໜັກ​ເປັນ​ປະ​ຈໍາ​ແລ້ວ ​ໂກ້ ຍັງປະກອບ​ອາ​ຊີບເປັນ​ນັກ​
ຂັບ​ລົດບັນ​ທຸກ​ຂະໜາ​ດ​ໃຫຍ່ ສິບລໍ້ ທີ່ແລ່ນຢູ່​ທາງ​ຟຣີ​ເວ ຫລື​ຖະໜົນ​ໃຫຍ່​ທີ່​ມີ​ຫລາຍ​
ເສັ້ນປາດ​ສະ​ຈາກ​ໄຟ​ຈາລະ​ຈອນ ແລ່ນ​ດ້ວຍ​ຄວາມ​ໄວຈໍາກັດ 65 ​ໄມ​ ຫລື 104 ຈຸດ 6
ກິ​ໂລແມັດ​ຕໍ່​ຊົ່ວ​ໂມງແລະ​ແຕ່​ລະ​ມື້ ​ໂກ້ ຕ້ອງ​ໄດ້​ຂັບ​ລົດບັນທຸກ​ໄປ​ມາ​ເປັນ​ໄລຍະ​ທາງ
500ໄມ​ລ ຫລື ປະມານ 805ກິ​ໂລ​ແມັດ. ​ໂກ້ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ:

ຊີວິດ​ການ​ຫລິ້ນ​ກ້າມ ຍົກ​ນໍ້າໜັກ ປຽບ​ເໜືອ​ນກັບການອຸ​ທິດ​ໂຕຢ່າງ​ນຶ່ງ ທີ່​ຜູ້​ຫລິ້ນ​ຕ້ອງ​
ໄດ້​ ​ເພັ່ງເລງ ຫລິ້ນ​ດ້ວຍ​ຕົນ​ເອງ ບໍ່​ມີ​ຜູ້​ອື່ນມາ​ຊ່ວຍ. ນອກຈາກ​ນັ້ນ​ແລ້ວ ຕ້ອງ​ໄດ້ໃຊ້
ຄວາມ​ພະ​ຍາຍາມ​ມພາກພຽນ ໃຊ້​ເວລານານ ​ແລະ​ຄວບ​ຄຸມ​ຕົນ​ເອງ​ໃຫ້ຢູ່​ໃນ​ລະບຽບ​ວິໄນຢ່າງ​ເຄັ່ງ​ຄັດ.ຜົນ​ຕອບທີ່​ປາກົດ​ໃຫ້ເຫັນກໍ​ຄື​ ມີຮູບ​ຮ່າງ​ແໜ້ນ​ໜາ ​ແລະມີກ້າມ​ເນື້ອໃຫຍ່ທີ່​ສະ​ແດງໃຫ້​ເຫັນ​ເຖິງ​ການ​ບັນລຸ​ຜົນ​ສໍາເລັດມາ​ສູ່​ຕົນ​ເອງ.

XS
SM
MD
LG