ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝູງ​ຊົນ ຍັງ​ພາກັນ​ສືບ​ຕໍ່ ​ໄວ້ອາ​ໄລແລະ ​​ເຂົ້າຢ້ຽມຄໍານັບສົບ ​ຂອງທ່ານ Mandela (ວີ​ດີ​ໂອ/ສະ​ໄລ​ດ໌)


ບັນດາ​ຜູ້​ຄົນ​ທີ່​ໄວ້​ທຸກ ຍັງ​ພາກັນ​ສືບ​ຕໍ່​ໄວ້ອາ​ໄລແລະເຂົ້າຢ້ຽມ
ສົບ ສະ​ແດງ​ຄວາມ​ເຄົາລົບ ຄັ້ງ​ສຸດທ້າຍ ຕໍ່​ມື້ລາງອະດີດປະທາ
ນາທິບໍດີອາ​ຟຣິກາ​ໃຕ້ ທ່ານ Nelson Mandela ​ໃນ​ຂະນະ​ທີ່
ສົບຂອງ​ທ່ານ​ໄດ້​ຖືກ​ນໍາ​ໄປດອຍ​ໄວ້ ​ທີ່ຕຶກ Union Buildings
ກໍ​ຄື ທໍານຽບລັດຖະບານ​ ​ເປັນ​ມື້ທີ 2 ​ນັ້ນ.

ໃນ​ວັນ​ພະຫັດ​ມື້​ນີ້ ມີ​ພວກທະຫານ ເປັນແຖວ​ຍາວ​ຢຽດ ເຂົ້າສະ​
ແດງຄວາມ​ເຄົາລົບ ​ຍົກ​ມື​ໃສ່ຫົວຄໍານັບສົບ​ຂອງທ່ານ Mandela
ໃນ​ຂະນະ​ທີ່ຍ່າງ​ຜ່ານ​ໂລງ​ສົບ ທີ່ອັດ​ດ້ວຍແກ້ວກະຈົກ​ນັ້ນ.


ນັບ​ຕັ້ງ​ແຕ່​ວັນ​ພຸດ​ວານ​ນີ້​ມາ ​ໄດ້​ມີ​ຜູ້​ຄົນ​ຫຼາຍ​ພັນ​ຄົນ ​ໄປ​ຍັງ amphitheater ​ ຫລືຫ້ອງ​
ສະ​ແດງ​ໃຫຍ່ ຂອງທໍານຽບລັດຖະບານ ​ເພື່ອ​ເຂົ້າຢ້ຽມ​ສົບແລະ​ຄາລະວະ​ວິລະ​ບຸລຸດ ທີ່​ຕໍ່ຕ້ານ
​ລະບອບ​ຈໍາ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ apartheid ທ່ານນີ້.

ຜູ້​ຄົນ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ຢ້ຽມ​ສົບ​ຂອງ​ທ່ານ ​ໄປ​ຈົນ​ຮອດ​ວັນ​ສຸກ​ມື້​ອື່ນ​. ຫລັງ​ຈາກ​ນັ້ນສົບ
ທ່ານ Mandela ຈະ​ຖືກ​ນໍາ​ໄປ​ຍັງບ້ານ​ເກີດ​ຂອງ​ທ່ານ ທີ່ Qunu ​ເພື່ອ​ທໍາ​ການ​ຊາ​ປະ​ນາ​ກິດ
ທີ່​ມີ​ກໍານົດ​ທີ່​ຈະ​ຈັດ​ຂຶ້ນ​ ໃນ​ວັນ​ອາທິດ​ຈະ​ມາ​ເຖິງ​ນີ້​.

ພັນ​ລະ​ຍາ​ໝ້າ​ຍຂອງ​ທ່ານ Mandela ທ່ານ​ນາງ Graca Machel ​ພ້ອມ​ກັບປະທານາທິ
ບໍດີ ​ຄົນ​ປະຈຸ​ບັນ​ທ່ານ Jacob Zuma ​ແລະບັນດາ​ອະດີດ​ຜູ້​ນໍາອາ​ຟຣິກາ​ໃຕ້ ທ່ານ Thabo
Mbeki ​ແລະທ່ານ F.W. de Klerk ກໍ​ແມ່ນ​ຮວມຢູ່​ໃນ​ພວກ​ທີ່​ເຂົ້າ​ໄປ​ຄໍານັບ​ສົບ​ທ່ານ
Mandela ໃນວັນ​ພຸດ​ວານນີ້.

Crowds Gather to See Nelson Mandela Lying in State
please wait

No media source currently available

0:00 0:01:21 0:00
ລິງໂດຍກົງ
XS
SM
MD
LG