ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຸ່ນຍົນແມ່ ທີ່ສາມາດ ສ້າງລູກເຕົ້າ ຫຸ່ນຍົນ ຂຶ້ນໄດ້ ດ້ວຍຕົວມັນເອງ


Mother Robot Builds Own Children
please wait

No media source currently available

0:00 0:01:57 0:00

ຊົມວີດີໂອ ລາຍງານນີ້

ພໍ່​ແມ່​ຜູ້​ໃດ ທີ່​ບໍ່​ຢາກ ລ້ຽງ​ລູກ​ຂອງ​ພວກ​ຕົນ ​ໃຫ້​ເກັ່ງຂຶ້ນ ວ່ອງ​
ໄວຂຶ້ນ ສະຫຼາດຂຶ້ນ ​ໃຫ້ມີ​ຄວາມ​ສາມາດຫຼາຍຂຶ້ນ ​ແດ່? ເຖິງ​
ແມ່ນ​ວ່າພວກພໍ່​ແມ່​ທີ່​ເປັນ​ມະນຸດ ບໍ່​ສາມາດ​ເຮັດ​ດັ່ງນັ້ນ​ໄດ້ ​
ແຕ່​ຫຸ່ນ​ຍົນ ທີ່ຜະລິດລູກ​ເຕົ້າ ຂອງ​ພວກ​ມັນ​ເອງ​ ສາມາດ​
ເຮັດ​ໄດ້. ບັນດາ​ນັກວິທະຍາ​ສາດ ຢູ່ທີ່ ມະຫາວິທະຍາ​ໄລ
Cambridge ​ໃນ​ອັງກິດ ໄດ້ປະດິດ​ສ້າງ ຫຸ່ນ​ຍົນ​ແມ່ ທີ່​ບໍ່​ພຽງ
​ແຕ່ຜະລິດລູກ​ເຕົ້າ ຂອງ​ມັນ​ເອງໄດ້ ​ເທົ່າ​ນັ້ນ ​ແຕ່​ຍັງທົດ​ສອບ
ການ​ປະຕິບັດ​ງານ ​ຂອງ​ພວກ​ເຂົາ​ນຳ​ດ້ວຍ. ຜູ້​ສື່​ຂ່າວ​ວີ​ໂອ​ເອ
Deborah Block ມີ​ລາຍ​ລະອຽດ​ເພີ້​ມຕື່ມ​ ຊຶ່ງ​ໄຊ​ຈະ​ເລີ​ນສຸກ
ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ມັນ​ເປັນ​ຫຸ່ນ​ຍົນ ​ໃນ​ຮູບ​ແບບ ຂອງກົດ​ເກນ​ທຳ​ມະ​ຊາດ ທີ່​ກຳ​ນົດວ່າ ຜູ້ທີ່​ມີ​ສຸຂະພາບ​
ສົມ​ບູນທີ່​ສຸດ ສາມາດມີ​ຊີວິດຢູ່​ລອດ​ໄດ້. ຫຸ່ນ​ຍົນ​ແມ່ ວິ​ເຄາະ ການ​ປະຕິ​ບັດ​ງານ​ຂອງ
“​ພວກ​ລູກ” ​ ແຕ່ລະ​ໂຕ ທີ່ມັນ​ໄດ້​ຜະລິດ ອອກມາ ​ແລະ ນຳເອົາຄຸນ​ລັກສະນະພິ​ເສດ
​ຕ່າງໆ ປະ​ກອບ​ເຂົ້າ​ໃສ່ຫຸ່ນຍົນ​ລຸ້ນຕໍ່​ໄປ.

ທ່ານ Andre Rosendo ນັກ​ຄົ້ນຄວ້າວິທະຍາສາດ ​ເວົ້າວ່າ “​ໃນ​ຂະນະ​ທີ່ ​ຜູ້ເປັນ​ແມ່​
ຜະລິດ​ພວກ​ເຂົາ​ອອກ​ມາ ​ແລະສົ່ງ​ພວກ​ເຂົາ​ໄປ​ເຮັດ​ ວຽກ ນາງ​ຈະປະ​ເມີນ​ຜົນ
ວ່າ ພວກ​ເຂົາ​ປະ​ພຶດ​ຈັ່ງ​ໃດ ​ແລະນາງ​ຈະ​ໃຊ້​ຂໍ້​ມູນ​ ຈາກ​ພຶດຕິ​ກຳອັນ​ນີ້ ​ເພື່ອ​ສ້າງ​
ພວກຫຸ່ນ​ຍົນ​ລຸ້ນຕໍ່​ໄປ.”

ມັນ​ບໍ່​ມີ​ການ​ແຊກ​ແຊງ​ຂອງ​ມະນຸດ ຍົກ​ເວັ້ນ​ແຕ່ ຄຳ​ສັ່ງ​ຂອງຄອມ​ພິວ​ເຕີ້ ​ເພື່ອ​ຜະລິດ​
ຫຸ່ນ​ຍົນ​ທີ່​ສາມາດ ​ເຄື່ອນ​ຍ້າ​ຍ ຈາກ​ບ່ອນ​ນຶ່ງ ​ໄປ​ຫາ​ອີກ​ບ່ອນ​ນຶ່ງ. ຫຸ່ນ​ຍົນ​ແມ່ ສ້າງ​ພວກ
​ລູກ​ເຕົ້າຂອງ​ມັນ ດ້ວຍ​ການໃຊ້ກາວຕິດ ຊິ້ນ​ສ່ວນ​ຕ່າງ​ໆ ເຂົ້າກັບ​ພວກເຄື່ອງ​ຈັກ​ນ້ອຍໆ
ຢູ່​ພາຍ​ໃນ ທີ່​ມີ​ຮູບ​ຮ່າງ​ທີ່​ແຕກ​ຕ່າງ​ກັນ. ຕໍ່​ຈາກ​ນັ້ນ ມັນຈະ​ເບິ່ງວ່າ ພວ​ກລູກ​ເຕົ້ານັ້ນ ຈະ​
ເຄື່ອນ​ ຍ້າຍ​ໄດ້ວ່ອງ​ໄວ​ສ່ຳ​ໃດ ໂດຍຈະ​ຮັກສາ​ໄວ້ ຕົວ​ແບບ​ທີ່ເຄື່ອນ​ຍ້າຍໄດ້ວ່ອງ​ໄວ​ທີ່​ສຸດ.

ທ່ານ Fumiya Iida ນັກຄົ້ນຄວ້າ​ນຳ ​ເວົ້າ​ວ່າ “ຫຸ່ນ​ຍົນ​ແມ່ ​ແທ້​ຈິງ​ແລ້ວ ສາມາດສ້າງ
ລູກ​ຫຸ່ນ​ຍົນ ຫຼາຍຮ້ອຍ​ໂຕ ​ແລະເບິ່ງການ​ທຳ​ງານ​ຂອງ​ພວກ​ລູກ​ຫຸ່ນ​ຍົນ​ເຫຼົ່ານີ້. ​
ແລະ​ຖ້າ​ການ​ປະຕິ​ບັດ​ງານ ​ຂອງ​ພວກ​ເຂົາ​ ​ເຫັນ​ວ່າ​ດີ ກໍ​ຈະເກັບຕົວ​ແບບ​ ຂອງ​
ພວກ​ເຂົາ​ໄວ້ ສຳ​ຫລັບ ຫຸ່ນ​ຍົນ​ລຸ້ນ​ຕໍ່​ໄປ. ​ແລະຖ້າວ່າ​ມັນ​ບໍ່​ດີ ກໍ​ພຽງ​ແຕ່​ປ່ອຍປະ​
ມັນ​ໄປ.”

​ແຮງ​ຈູງ​ໃຈ ​ເພື່ອຜະລິດ ພວກລູກຫຸ່ນ​ຍົນ​ ​ໃຫ້​ດີ​ຂຶ້ນ ໄດ້​ຖືກ​ຄວບຄຸມ ​ໂດຍທິມງານ​ຄົ້ນຄວ້າ
ຊຶ່ງ​ສະໜອງ​ສິນນ້ຳໃຈໃຫ້.

ທ່ານ Rosendo ​ເວົ້າອີກ​ວ່າ “ພວກ​ເຮົາ​ ຕັ້ງໂປຣແກຣມຫຸ່ນຍົນ ບົນ​ພື້ນຖານໜ້າ​ທີ່​
ບາງ​ສ່ວນ ຊຶ່ງ​ກຳນົດລາງວັນ ທີ່ຫຸ່ນ​ຍົນ​ຈະ​ໄດ້​ຮັບ ຂຶ້ນຢູ່​ກັບ​ການກໍ່​ສ້າງທີ່​ພວກ​ມັນ
ເຮັດ. ພວກ​ມັນ​ບໍ່​ສາມາດ​ປ່ຽນ​ແປງ​ລາງວັນ​ດ້ວຍ​ຕົວ​ມັນ​ເອງ. ​ໃນ​ກໍລະນີ​ຂອງ​ລູກ​
ຫຸ່ນ​ຍົນນັ້ນ ມັນ​ຂຶ້ນກັບໄລຍະ​ທາງ ສະ​ນັ້ນ ​ຄັນ​ຫຸ່ນ​ຍົນ​ຍ່າງ​ໄກຫຼາຍ​ສ່ຳ​ໃດ ມັນ​ກໍ​
ຈະ​ໄດ້​ຮັບ​ລາ​ງວັນຫຼາຍຂຶ້ນ​ເທົ່າ​ນັ້ນ.”

ຫຼັງຈາກ​ໄດ້​ມີ ຫຼາຍໆລຸ້ນ​ແລ້ວ “ພວກ​ລູກ​ເຕົ້າຫຸ່ນ​ຍົນ” ​ ແມ່ນ​ໄດ້​ແລ່ນ​ໄວ​ຂຶ້ນ​ເປັນ​ສອງເທົ່າ.

ທ່ານ Iida ​ເວົ້າວ່າ “​ແມ່​ຫຸ່ນ​ຍົນ ​ໄດ້​ຜະລິດ ຫຸ່ນ​ຍົນ 500 ​ໂຕ ​ເພື່ອ​ເບິ່ງ​ວ່າ ​ໂຕ​ໃດ
​ດີ ​ແລະໂຕ​ໃດ​ບໍ່​ດີ.”

ບັນດາ​ນັກຄົ້ນຄວ້າໄດ້​ສະ​ເໜີ​ແນະວ່າ ພວກ​ເຄື່ອງ​ຍົນ​ນີ້ອາດ​ນຳ​ມາ​ໃຊ້​ໃນ​ໂຮງງານ​ຜະລິ​ດ
ລົດຍົນ ຍົກ​ຕົວຢ່າງ ບ່ອນ​ຫຸ່ນ​ຍົນ​ທີ່​ຕິດດ້ວຍ​ກ້ອງ​ນັ້ນ ສາມາດກວດ​ສອບ​ເບິ່ງ​ລົດ​ແຕ່​ລະ​ຄັນ
​ໃນ​ບ່ອນຜະລິດ ເພື່ອຊັ່ງຊາ ເບິ່ງສິ່ງຜິດພາດຕ່າງໆ ແລະຕໍ່ຈາກນັ້ນ ອອກແບບລົດໃຫ້ດີຂຶ້ນ
ກວ່າເກົ່າ.

What parent doesn't want to mold their child to be better - faster, smarter, more capable? Even though human parents can’t do that, a robot that builds its own children can. Scientists at the University of Cambridge in England have created a mother robot that not only constructs its own children, but tests their performance.

It's a robotic version of nature's survival of the fittest. The mother robot analyzes the performance of each of the “children” it creates, and incorporates preferential traits into the next generation.

"As the mother creates them and puts them to work, she evaluates how they’re behaving, and she uses data from this behavior to create the next generation of robots,” explained research scientist Andres Rosendo.

There’s no human intervention, except for a computer command to create a robot capable of moving from one place to another. The mother builds its children by gluing together pieces with small motors inside, in different configurations. Then it watches how quickly the children move, keeping the designs of the ones that moved the fastest.

“The mother robot can actually build hundreds of child robots and see the performance of these child robots. And if their performance is good, keep their design for the next generation. And if bad, just let it go,” said Fumiya Iida, lead researcher.

The motivation to produce better children is controlled by the research team, which provides an incentive.

“We program the robot based on some functions that define the reward the robot is going to get, depending on the construction that they make. They cannot change their own reward. In the case of the child robot, it’s distance, so the longer the distance the robot walks, the better the reward it receives,” said Rosendo.

After several generations, the "children" were running twice as fast.

“The mother robot generated 500 robots to see what one is good and which one is bad,” said Iida.

The researchers suggest the machines could be used in an auto plant, for example, where robot cameras scrutinize each car in the assembly line, evaluate any mistakes, and then design a better car.

XS
SM
MD
LG