ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

12 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ ນະຄອນຫຼວງ ຊີເຣຍ


ແຜນທີ່ ປະເທດ ຊີເຣຍ
ແຜນທີ່ ປະເທດ ຊີເຣຍ
ລູກປືນ​ຄົກ ​ໄດ້​ຕົກ​ລົງ​ມາ​ໃສ່ຄຸ້ມ​ບ້ານ​ແຫ່ງ​ນຶ່ງ​ ໃນເຂດໃຈ
ກາງນະຄອນ​ຫລວງ Damascus ຊຶ່ງ​ເປັນ​ການ​ໂຈມ​ຕີ ​ທີ່
​ຮ້າຍ​ແຮງຊຶ່ງລັດຖະບານ​ຊີ​ເຣຍຖິ້ມໂທດໃສ່ “ພວກ​ກໍ່​ການ
​ຮ້າຍ.

ອົງການ​ຂ່າວ SANA ຂອງ​ລັດຖະບານ ກ່າວ​ວ່າ ລູກປືນ​
ຄົກ ​ໄດ້ເຮັດໃຫ້ມີຜູ້​ເສຍຊີວິດ 12 ຄົນ​ໃນ​ວັນ​ອັງຄານ​ມື້​ນີ້
​ແລະ​ໄດ້​ຮັບ​ບາ​ດ​ເຈັບອີກ 50 ຄົນ​ຢູ່ທີ່ຄຸ້ມ al-shaghour
ໃນນະຄອນຫຼວງ​ ຂອງ​ຊີເຣຍ. ຄະນະສັງ​ເກດການສິດ​ທິ
ມະນຸດຊີ​ເຣຍ ທີ່​ມີ​ຫ້ອງການ​ໃນ​ອັງກິດ ​ກ່າວວ່າ ​ຕົວເລກ
​ຜູ້ເສຍ​ຊີ​ວີ​ດ ມີ​ຢ່າງ​ໜ້ອຍ 17 ຄົນ.

ລັດຖະບານ​ຊີ​ເຣຍ ມັກ​ຈະໃຊ້​ຄຳ​ເວົ້າ “ກໍ່​ການ​ຮ້າຍ” ​ເພື່ອ​ອ້າງເຖິງ​ບັນດາ​ກຸ່ມ​ຕໍ່ ຕ້ານ
ລັດຖະບານ ທີ່ໄດ້ຕໍ່​ສູ້ເພື່ອ​ຂັບ​ໄລ່ ປະ​ທາ​ນາ​ທິບໍດີ Bashar al-Assad ອອກ​ຈາກ​ອຳ
ນາດ.

​ໃນ​ຂະນະ​ດຽວ​ກັນ ກຸ່ມ​ສີ້​ງຊອມ​ສິດທິ​ມະນຸດ​ Human Rights Watch ກ່າວ​ວ່າ ກຳລັງ
​ຊີ​ເຣຍ​ໄດ້​ສືບ​ຕໍ່​ການ​ໃຊ້ລະ​ເບີດຖັງຢູ່​ທີ່​ເມືອງ Aleppo ໃນພາກເໜືອ ຂອງປະເທດ ​ເຖິງ
​ແມ່ນວ່າມະຕິຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ທວງໃຫ້ຍຸດຕິການ​ໂຈມຕີ​
ດັ່ງກ່າວນີ້ໄປແລ້ວກໍຕາມ.

ກຸ່ມ​ປົກປ້ອງສິດທິມະນຸດ Human Rights Watch ຍັງກ່າວ​ວ່າ ນັບ​ແຕ່​ເດືອນ​ກຸ​ມພາ​
ເປັນ​ຕົ້ນ​ມາ ​ເວລາ​ສະພາ​ໄດ້​ຮັບຜ່ານ​ມະຕິສະບັບນີ້ ຕົນ​ໄດ້ສັນ​ລະ​ສູດ​ວ່າ ມີການໂຈມ
ຕີດ້ວຍລ​ະ​ເບີດດັ່ງກ່າວ​ຢ່າງ​ໜ້ອຍ 85 ​ແຫ່ງ​ຢູ່​ໃນ​ເຂດ​ພວກຕໍ່ຕ້ານ ລັດຖະບານຍຶດ​
ຄອງ​ ຊຶ່​ງ​ເປັນ​ພາກສ່ວນນຶ່ງຂອງ​ເມືອງ Aleppo ທີ່ໄດ້​ສະ​ແດງ​ໃຫ້​ເຫັນ​ຮ່ອງ​ຮອຍຂອງ
ຜົນກະທົບຢ່າງຮ້າຍ​ແຮງ​ຈາກ​ລະ​ເບີດຖັງນັ້ນ.
XS
SM
MD
LG